spot_img
Homeຂ່າວພາຍ​ໃນລັດຖະບານ ໄດ້ຍົກສູງປະສິດທິພາບການແກ້ ໄຂຢາເສບຕິດ ສາມາດມ້າງຄະດີ 4.094 ເລື່ອງ

ລັດຖະບານ ໄດ້ຍົກສູງປະສິດທິພາບການແກ້ ໄຂຢາເສບຕິດ ສາມາດມ້າງຄະດີ 4.094 ເລື່ອງ

Published on

ໃນໄລຍະຜ່ານມາ, ລັດຖະບານ ກໍຄືກະຊວງປ້ອງກັນຄວາມສະຫງົບ ໄດ້ຍົກສູງປະສິດທິ ພາບດ້ານການຄຸ້ມຄອງ, ຊີ້ນໍາໃນການຈັດຕັ້ງປະຕິບັດຮອບດ້ານໃນວຽກງານແກ້ໄຂບັນຫາຢາເສບຕິດ ເຊິ່ງກໍາລັງປ້ອງກັນຄວາມສະຫງົບ ຂັ້ນສູນກາງ ແລະ ທ້ອງຖິ່ນ ໄດ້ຍົກສູງຄວາມຮັບຜິດຊອບຂອງຕົນ ເຂົ້າໃນການເຄື່ອນໄຫວຕາມຫລັກການ ແລະ ວິທີການວິຊາສະເພາະ, ນັບແຕ່ເດືອນ 7/2021 ຮອດເດືອນ5/20 22 ສາມາດແກ້ໄຂມ້າງຄະດີຢາເສບຕິດ ໃນຂອບເຂດທົ່ວປະເທດໄດ້ 4.094 ເລື່ອງ, ຈັບຜູ້ຖືກຫາ ໄດ້ 5.818 ຄົນ/ຍິງ 618 ຄົນ.

ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 21 ມິຖຸນາ 2022ທ່ານ ພົອ ວິໄລ ຫລ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະ ຫງົບ ໄດ້ລາຍງານຄວາມຄືບໜ້າຜົນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ (2021-2022) ເຊິ່ງໄດ້ຍົກໃຫ້ເຫັນການຈັດຈັດຕັ້ງປະຕິບັດໃນໄລຍະທີ 1 ສາມາດແກ້ໄຂໄດ້ຫລາຍຄະດີ ເປັນການປະກອບສ່ວນອັນສໍາຄັນເຂົ້າໃນການແກ້ໄຂສະພາບຄວາມບໍ່ສະຫງົບ, ຄວາມບໍ່ເປັນລະ ບຽບຮຽບຮ້ອຍໃນສັງຄົມ, ປະກອບສ່ວນເຂົ້າໃນການສ້າງສະພາບແວດລ້ອມ, ເງື່ອນໄຂເອື້ອອໍານວຍ ໃຫ້ແກ່ການສ້າງສາພັດທະນາເສດ ຖະກິດ-ສັງຄົມ. ພ້ອມນັ້ນ ໄດ້ຂຶ້ນບັນຊີເປົ້າໝາຍຂົນສົ່ງ-ຄ້າຂາຍຢາເສບຕິດລາຍຍ່ອຍ, ລາຍກາງ ແລະ ລາຍໃຫຍ່ໃນທົ່ວປະເທດ ໄດ້ຫລາຍເປົ້າໝາຍ; ນໍາກໍາລັງຈາກສູນກາງ ລົງປະຈໍາການເພີ່ມຢູ່ຈຸດຫລໍ່ແຫລມ, ຈຸດຂົນສົ່ງຂ້າມລອຍຢູ່ແຂວງອຸດົມໄຊ, ຫລວງນ້ຳາທາ ແລະ ແຂວງບໍ່ແກ້ວ, ທັງນໍາໃຊ້ໝາວິຊາສະເພາະ 6 ໂຕ; ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ສໍາຫລວດ ແລະ ທໍາລາຍສວນຝິ່ນ 569 ເຮັກຕາ, ທໍາລາຍສວນກັນຊາ 4,2 ຮຕ ແລະ ສ້າງບົດບັນທຶກຢຸດເຊົາການປູກຝິ່ນກັບ 12.859 ຄອບຄົວ; ໄດ້ອອກໃບ ຢັ້ງຢືນໃຫ້ບໍລິສັດທີ່ເຂົ້າຮ່ວມປະຕິບັດ ໂຄງການປູກພືດທົດແທນການປູກຝິ່ນຢູ່ ສປປ ລາວ ຈໍານວນ 50 ບໍລິສັດ ທີ່ໄດ້ຈັດສັນອາຊີບໃຫ້ປະຊາຊົນຢູ່ທ້ອງຖິ່ນໄດ້ຫລາຍກວ່າ 44.000 ຄອບຄົວ, ໄດ້ປະຕິບັດໂຄງການພັດທະນາທາງເລືອກທົດແທນ ການປູກພືດທີ່ມີສານເສບຕິດ ທີ່ໄດ້ຮັບການສະຫນັບສະໜູນ ຈາກສາກົນ; ໄດ້ເຂົ້າຮ່ວມກອງປະຊຸມ ຢັ້ງຢືນຮັບຮອງເອົາມະຫາວິທະຍາໄລ ປອດຢາເສບຕິດ ຈໍານວນ 10 ເເຫ່ງ; ຂຶ້ນແຜນຜະລິດຢາ TO ເມັດ ເພື່ອປິ່ນປົວຜູ້ຕິດຢາເສບຕິດປະເພດຝຸ່ນ ແລະ ເຮໂຣອິນ; ໄດ້ຮ່ວມປຶກສາຫາລືກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອທໍາລາຍສານເຄມີທີ່ຢຶດໄດ້ຢູ່ ແຂວງບໍ່ແກ້ວ, ຫລວງນ້ຳາທາ ແລະ ຫລວງພະບາງ ລວມທັງໝົດ 169 ໂຕນ.

ທ່ານ ພົອ ວິໄລ ຫລ້າຄຳຟອງ ໃຫ້ຮູ້ອີກວ່າ: ກະຊວງປ້ອງກັນຄວາມສະຫງົບ ໄດ້ສ້າງ, ປັບປຸງກົດໝາຍ ແລະ ນິຕິກໍາ ໃຕ້ກົດໝາຍທີ່ກ່ຽວຂ້ອງກັບບັນຫາຢາເສບຕິດ ໂດຍໄດ້ຄົ້ນຄ້ວານໍາສະເໜີສະພາແຫ່ງຊາດ ປັບປຸງ 11 ມາດຕາ, ເພີ່ມໃໝ່ 6 ມາດຕາ ຂອງກົດໝາຍ ວ່າດ້ວຍຢາເສບຕິດ; ປັດຈຸບັນ ປະທານປະເທດ ໄດ້ອອກລັດຖະດໍາລັດ ເລກທີ 227/ປປທ, ລົງວັນທີ 06 ທັນວາ 2021 ປະກາດໃຊ້ຢ່າງເປັນທາງການ; ໄດ້ຄົ້ນຄ້ວາປັບປຸງນິຕິກໍາໃຕ້ກົດໝາຍ ທີ່ກ່ຽວຂ້ອງກັບຢາເສບຕິດທັງໝົດ 11 ນິຕິກໍາ, ໃນນີ້ມີດໍາລັດ 267/ນຍ ວ່າດ້ວຍກອງທຶນຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ, ຄໍາສັ່ງ 07/ນຍ ວ່າດ້ວຍການຂຶ້ນບັນຊີເຕົ້າໂຮມຊັບສິນ ທີ່ສານຕັດສີນຮິບເປັນຂອງລັດ; ຄໍາແນະນໍາຂອງຄະນະປະຈໍາສະພາແຫ່ງຊາດ ກ່ຽວກັບວິທີປະຕິບັດຄໍາຕັດສີນປະຫານຊີວິດ ແລະ ໄດ້ຕິດຕັ້ງເຄື່ອງຈັກວິໄຈສານເສບຕິດເພີ່ມໃຫ້ແກ່ 03 ສູນວິໄຈຄື: ນະຄອນຫລວງວຽງຈັນ, ແຂວງ ອຸດົມໄຊ, ແຂວງຈໍາປາສັກ; ປັບປຸງກົງຈັກ, ບັນຈຸບຸກຄະລາກອນທີ່ຈໍາເປັນຮັບໃຊ້ໃຫ້ແກ່ການບໍາບັດປິ່ນປົວ ແລະ ຝຶກວິຊາຊີບຜູ້ຕິດຢາເສບຕິດຢູ່ 13 ສູນ ທົ່ວປະເທດ, ໜ່ວຍບໍລິການປິ່ນປົວ ແລະ ໃຫ້ຄໍາປຶກສາ ຜູ້ຕິດຢາເສບຕິດຂັ້ນຊຸມຊົນຢູ່ໂຮງໝໍເມືອງ 28 ແຫ່ງ, ມີຜູ້ເຂົ້າຮັບການບໍາບັດປິ່ນປົວທັງໝົດ 4.978 ຄົນ/ຍິງ 160 ຄົນ, ປິ່ນປົວດີ 2.806 ຄົນ, ຍິງ 112 ຄົນ ແລະ ຍັງສືບຕໍ່ປິ່ນປົວ 2.172 ຄົນ, ຍິງ 48 ຄົນ.

ແຫລ່ງຂ່າວຈາກປະເທດລາວ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...