spot_img
Homeຂ່າວພາຍ​ໃນມອບ-ຮັບ ປຶ້ມດຳລັດ ວ່າດ້ວຍການໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ

ມອບ-ຮັບ ປຶ້ມດຳລັດ ວ່າດ້ວຍການໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ

Published on

ໃນວັນທີ 20 ມິຖຸນາ 2022, ທີ່ກະຊວງຍຸຕິທຳ ໄດ້ມີການມອບ-ຮັບ ປື້ມດຳລັດ ວ່າດ້ວຍການໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ ລະຫວ່າງ ໂຄງການສະໜັບສະໜູນການສິດສອນ ແລະ ຝຶກອົບຮົມກົດໝາຍ ເພື່ອສົ່ງເສີມການສ້າງລັດທີ່ປົກຄອງດ້ວຍກົດໝາຍ ຢູ່ ສປປ ລາວ (ໂຄງການ ລາວ/031) ແລະ ກະຊວງຍຸຕິທຳ.

ຕາງໜ້າມອບປຶ້ມໃນຄັ້ງນີ້ໂດຍ ທ່ານ ດຣ ໂລນ ລິນຮູດ (Dr. Lone Lindhholt) ຫົວໜ້າທີ່ປຶກສາທາງດ້ານວິຊາການ ໂຄງການ ລາວ/031 ແລະ ຕາງໜ້າຮັບໂດຍ ທ່ານ ບຸນຊ່ວງ ທະວີສັກ ຮອງຫົວໜ້າກົມຄຸ້ມຄອງ ແລະ ສົ່ງເສີມວຽກງານຍຸຕິທຳ, ກະຊວງຍຸຕິທຳ ພ້ອມດ້ວຍພະນັກງານວິຊາການ ກະຊວງຍຸຕິທຳ ເຂົ້າຮ່ວມ.

ປຶ້ມທີ່ນຳມາມອບໃນຄັ້ງນີ້ ມີຈຳນວນ 15.000 ຫົວ ເຊິ່ງຈະນໍາໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານ ຂອງກະຊວງຍຸຕິທຳ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ໂດຍສະເພາະ ວຽກງານຍຸຕິທຳຮາກຖານ ເພື່ອເປັນເຄື່ອງມືນຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນ ເຮັດສັງຄົມມີຄວາມສະຫງົບ ມີຄວາມເປັນລະບຽບຮຽບຮ້ອຍໃນທົ່ວສັງຄົມ.
ຂໍ້ມູນ: ໜັງສືພິມກົດໝາຍ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...