Homeຂ່າວພາຍ​ໃນສະພາແຫ່ງຊາດ ພິຈາລະນາການສະເໜີ ດັດແກ້ຄາດໝາຍດ້ານເງິນຕາຂອງລັດຖະບານ

ສະພາແຫ່ງຊາດ ພິຈາລະນາການສະເໜີ ດັດແກ້ຄາດໝາຍດ້ານເງິນຕາຂອງລັດຖະບານ

Published on

ພາຍຫລັງ ທີ່ລັດຖະບານ ໄດ້ສະເໜີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ທີ່ດໍາເນີນໃນວັນທີ 13 ມິຖຸນາ 2022 ນີ້ ໂດຍຂໍໍດັດແກ້ຕົວເລກຫລາຍຄາດໝາຍດ້ານເງິນຕາ, ເນື່ອງຈາກໄດ້ຮັບຜົນກະທົບຈາກສະພາບເສດຖະກິດໂລກ ທີ່ຜັນຜວນຢ່າງຮຸນແຮງ ທີ່ຈະເຮັດໃຫ້ການຈັດ ຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນປີນີ້ ບໍ່ບັນລຸຕາມຄາດໝາຍວາງໄວ້.

ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 6 ເດືອນຕົ້ນປີ ແລະ ທິດທາງ 6 ເດືອນທ້າຍປີ 2022.

ໄດ້ລະບຸວ່າ ໃນກອງປະຊຸມສະພາແຫ່ງຊາດເທື່ອນີ້, ສະມາຊິກສະພາແຫ່ງຊາດ ຈະໄດ້ປະກອບຄໍາເຫັນໃສ່ຂໍ້ສະເໜີ ຂອງລັດຖະບານກ່ຽວກັບການຂໍດັດແກ້ ຕົວເລກຄາດໝາຍເສດຖະກິດມະຫາພາກຂອງແຜນການປີ 2022 ເປັນຕົ້ນແມ່ນການສະເໜີ ດັດແກ້ຄາດໝາຍດ້ານອັດຕາແລກປ່ຽນຈາກ “ການຄຸ້ມຄອງອັດຕາແລກປ່ຽນເງິນກີບ ທຽບເງິນໂດລາເໜັງຕີງໃນຂອບບໍ່ເກີນ +-5%” ມາເປັນ “ຄຸ້ມຄອງອັດຕາແລກປ່ຽນໃຫ້ເໜັງຕີງ ໃນລະດັບທີ່ສາມາດຮັບປະກັນການປະຕິບັດ ຄາດໝາຍວາລະແຫ່ງຊາດ ແລະ ບໍ່ສ້າງແຮງກົດດັນໃຫ້ອັດຕາເງິນເຟີ້ເກີນຄາດໝາຍ”. ການສະເໜີຂໍດັດແກ້ຄາດໝາຍດ້ານການຂະຫຍາຍຕົວຂອງປະລິມານເງິນ M2 ຈາກ“ຂະຫຍາຍຕົວບໍ່ເກີນ 22% ທຽບໃສ່ປີຜ່ານມາ” ມາເປັນ “ຂະຫຍາຍຕົວບໍ່ເກີນ 28% ທຽບໃສ່ປີຜ່ານມາ” ແລະ ການສະເໜີຂໍດັດແກ້ຄາດໝາຍດ້ານອັດ ຕາເງິນເຟີ້ ຈາກ “ຄວບຄຸມອັດຕາເງິນເຟີ້ ສະເລ່ຍໝົດປີໃຫ້ຢູ່ໃນລະດັບບໍ່ເກີນ 5%” ມາເປັນ “ຄວບຄຸມອັດຕາເງິນເຟີ້ ສະເລ່ຍໝົດປີ ໃຫ້ຢູ່ໃນລະດັບບໍ່ເກີນ 12%”.

ທ່ານ ສົມມາດ ພົນເສນາ ລະບຸຕື່ມວ່າ: ສ່ວນເບື້ອງຄະນະປະຈໍາສະພາແຫ່ງຊາດ ກໍໄດ້ສະເໜີຕໍ່ລັດຖະບານ ໃຫ້ກວດກາຄືນບັນດາໂຄງການລົງທຶນຂອງລັດໃນສົກປີ 2021-2022 ແລະ ຈະສືບຕໍ່ປະ ຕິບັດໃນ 6 ເດືອນທ້າຍປີ, ໂຄງການໃດຄວນສືບຕໍ່ ແລະ ໂຄງການໃດຄວນສະລໍໄວ້ກ່ອນ, ທັງນີ້ ກໍເພື່ອບໍ່ເປັນການສ້າງໜີ້ສິນໃໝ່ເພີ່ມຂຶ້ນຕື່ມ, ທັງເປັນວິທີປະຢັດມັດທະຍັດໃນສະພາບ ທີ່ເສດຖະກິດມະຫາພາກຍັງບໍ່ມີຄວາມສະຫງົບ ລວມເຖິງການກວດກາ ແລະ ປະເມີນດຸນການຄ້າກັບຕ່າງປະເທດ ໃຫ້ມີຄວາມຊັດເຈນຂຶ້ນຕື່ມ ໂດຍຈໍາແນກເປັນແຕ່ລະສິນຄ້າ, ທັງກວດກາການແຈ້ງລາຄານໍາເຂົ້າສິນຄ້າປະເພດຕ່າງໆ ໃຫ້ມີຄວາມໂປ່ງໃສ ແລະ ຖືກຕ້ອງຫລາຍຂຶ້ນ.

ແຫຼ່ງຂ່າວ ປະເທດລາວ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...