Homeຂ່າວຕ່າງປະເທດເອີຣົບຕົກລົງຈະຫ້າມບໍ່ໃຫ້ຈຳໜ່າຍ ລົດທີ່ໃຊ້ນ້ຳມັນເຊື້ອໄຟໃນປີ 2035

ເອີຣົບຕົກລົງຈະຫ້າມບໍ່ໃຫ້ຈຳໜ່າຍ ລົດທີ່ໃຊ້ນ້ຳມັນເຊື້ອໄຟໃນປີ 2035

Published on

ອີງຕາມການລາຍງານຈາກ CRI ໃນວັນທີ 8 ມິຖຸນາທີ່ຜ່ານມາ ສະພາເອີຣົບໄດ້ລົງຄະແນນສຽງ ແລະຮັບຮອງເອົາຍັດຕິນິຕິບັນຍັດທີ່ຄະນະກຳມາທິການສະຫະພາບເອີຣົບສະເໜີໃນເດືອນກໍລະກົດ ປີ 2021 ທີ່ຜ່ານມາ ດ້ວຍຄະແນນສຽງເຫັນດີ 339 ສຽງ, ບໍ່ເຫັນດີ 249 ສຽງ ແລະບໍ່ອອກສຽງ 24 ສຽງ ໂດຍໄດ້ຕົກລົງວ່າ: ຫ້າມບໍ່ໃຫ້ຈຳໜ່າຍລົດທີ່ໃຊ້ນ້ຳມັນເຊື້ອໄຟພາຍໃນສະຫະພາບເອີຣົບເມື່ອຮອດປີ 2035 ເຊິ່ງຈະສາມາດຮັບປະກັນໃຫ້ສະຫະພາບເອີຮົບບັນລຸເປົ້າໝາຍການປອດການປ່ອຍອາຍພິດເຮືອນແກ້ວໃນປີ 2050.

ແຕ່ຍັດຕິສະບັບດັ່ງກ່າວ ຍັງຕ້ອງຜ່ານການອະນຸມັດທີ່ເປັນເອກະພາບກັນຈາກລັດຖະບານປະເທດສະມາຊິກສະຫະພາບເອີຣົບກ່ອນ.

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...