Homeຂ່າວພາຍ​ໃນສປປ ລາວ ຄາດວ່າຈະໄດ້ນຳໃຊ້ ນ້ຳມັນແອັດຊັງ ທີ່ຜະລິດຈາກພະລັງງານຊີວະພາບໃນປີ 2023

ສປປ ລາວ ຄາດວ່າຈະໄດ້ນຳໃຊ້ ນ້ຳມັນແອັດຊັງ ທີ່ຜະລິດຈາກພະລັງງານຊີວະພາບໃນປີ 2023

Published on

ບໍລິສັດ ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ ແລະ ບໍລິສັດ ກ່າຍອາ ເປໂຕຣ ຈຳກັດ (ສ ເກົາຫລີ) ໄດ້ຮ່ວມກັນເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອຮ່ວມມືກັນໃນການສຶກສາ ແລະ ພັດທະນາໂຄງການພະລັງງານຊີວະພາບ (ນ້ຳມັນໄບໂອ ອອຍ) ໂດຍຈະນຳໃຊ້ພະລັງງານມາຈາກທຳມະຊາດ 2 ແຫລ່ງຄື: ພະລັງງານຈາກການເຜົາໄໝ້ ແລະ ພະລັງງານຈາກການໝັກດອງ (ທາດເຫລົ້າ) ທີ່ນຳໃຊ້ເຕັກໂນໂລຊີທັນສະໄໝເຂົ້າໃນການຜະລິດ ເຊິ່ງ ນໍ້າມັນທີ່ຜະລິດໄດ້ນັ້ນ ຈະມີຄຸນນະພາບສູງກວ່ານ້ຳມັນແອັດຊັງທຳມະດາ.

ໃນວັຍທີ 6 ມິຖຸນາ 2022 ທີ່ຜ່ານມານີ້ ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ ໂດຍການຮ່ວມລົງນາມ ລະຫວ່າງ ທ່ານ ສີສັງຄົມ ໂຄດໂຍທາ ຜູ້ອຳນວຍການບໍລິສັດ ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ ແລະ ທ່ານ ຊຳ ແມງ (Sam Maeng) ປະທານສະມາຄົມອຸດສາຫະກຳ ແລະ ແລກປ່ຽນວັດທະນະທຳ ສ ເກົາຫລີ-ລາວ ໂດຍມີພາກສ່ວນທີ່ກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

ທ່ານ ສິດທິ ສີລາເພັດ ປະທານບໍລິສັດ ສັກສິດ ທີ່ປຶກສາ ແລະ ການຄ້າ ຈຳກັດຜູ້ດຽວ ໄດ້ກ່າວວ່າ: ໂຄງການດັ່ງກ່າວ, ເປັນໂຄງການສຳຄັນ ທີ່ຈະຊ່ວຍພັດທະນາພື້ນຖານໂຄງລ່າງ ຂອງ ສປປ ລາວ ໃນການຫລຸດຜ່ອນ ແລະ ບໍ່ນຳເຂົ້າລະບົບເພິ່ງພາພະລັງງານນ້ຳມັນຈາກຕ່າງປະເທດ ຫລັກໆກໍຄື ພະລັງງານນ້ຳມັນເຊື້ອໄຟ ທີ່ປັດຈຸບັນມີການຂາດແຄນ ເຊິ່ງການນຳເຂົ້ານ້ຳມັນເຊື້ອໄຟທັງໝົດ ແມ່ນນຳເຂົ້າມາຈາກຕ່າງປະເທດ 100%. ພາຍຫລັງທີ່ເຊັນບົດບັນທຶກແລ້ວ ພວກເຮົາຈະໃຊ້ເວລາປະມານ 3 ເດືອນ ໃນການສຶກສາໂຄງການ ເຊິ່ງຂໍ້ມູນ ແລະ ລາຍລະອຽດຕ່າງໆນັ້ນແມ່ນມີຄົບແລ້ວ ເພື່ອໃຫ້ສອດຄ່ອງກັບນະໂຍບາຍຂອງການລົງທຶນ ພວກເຮົາໄດ້ຮ່ວມງານກັບ ບໍລິດສັດລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ ທີ່ມີກຳລັງແຮງດ້ານການຕະຫລາດ, ມີສາງເກັບນ້ຳມັນຢູ່ແລ້ວ ພຽງແຕ່ເພີ່ມເຕັກໂນໂລຊີ ເຄື່ອງຈັກ ແລະ ວັດຖຸມາປະກອບເຂົ້າກັນ ກໍຈະເຮັດໃຫ້ການຜະລິດນ້ຳມັນໄວຂຶ້ນກວ່າເກົ່າ.

ສຳລັບ ມູນຄ່າການລົງທຶນໃນເບື້ອງຕົ້ນ ປະມານ 15 ລ້ານໂດລາສະຫະລັດ ສ່ວນກຳລັງການຜະລິດແມ່ນ 1 ລ້ານລິດຕໍ່ມື້ ແລະ ໃນໜຶ່ງເດືອນ ຈະສາມາດຜະລິດນໍ້າມັນພຽງແຕ່ 25 ວັນ ສະເລ່ຍແມ່ນຜະລິດໄດ້ 25 ລ້ານລິດຕໍ່ເດືອນ, ໂຮງງານຜະລິດນ້ຳມັນໃນເບື້ອງຕົ້ນ ແມ່ນຈະເອົາສາງເກັບນ້ຳມັນ ທີ່ບໍ່ໄດ້ໃຊ້ຢູ່ເຂດເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ເປັນບ່ອນຜະລິດກ່ອນ ໂດຍຈະຜະລິດໄວທີ່ສຸດແມ່ນນ້ຳມັນແອັດຊັງ ເຊິ່ງວັດຖຸດິບແມ່ນຈະນຳເຂົ້າມາຈາກຕ່າງປະເທດທັງໝົດ ໂດຍສະເພາະແມ່ນເຫລົ້າແອັດຕໍນໍ ທີ່ຜະລິດມາຈາກມັນຕົ້ນ ແລະ ອ້ອຍ ຄາດວ່າໃນປີ 2023 ທົ່ວປະເທດຈະໄດ້ນໍາໃຊ້ນໍ້າມັນ ແອັດຊັງຄຸນນະພາບສູງ ທີ່ຜະລິດຈາກພະລັງງານຊີວະພາບ ຢູ່ໃນ ສປປ ລາວ.

ແຫຼ່ງຂ່າວຈາກ ວຽງຈັນໃໝ່

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...