Homeຂ່າວພາຍ​ໃນດ່ານໜອງຄາຍຈະເພີ່ມບໍລິສັດປະກັນໄພລົດໃຫ້ກັບຄົນລາວທີ່ຈະຂ້າມໄປຝັ່ງໄທ

ດ່ານໜອງຄາຍຈະເພີ່ມບໍລິສັດປະກັນໄພລົດໃຫ້ກັບຄົນລາວທີ່ຈະຂ້າມໄປຝັ່ງໄທ

Published on

ຫຼັງຈາກທີ່ ບໍລິສັດປະກັນໄພ ແຫ່ງດຽວ ໄດ້ຮັບສິດໃນການເຮັດປະກັນໄພລົດ ໃຫ້ແກ່ຄົນລາວ ທີ່ໄດ້ນໍາເອົາລົດຂ້າມໄປຍັງຝ່າຍໄທ ໄດ້ຮຽກຮ້ອງໃຫ້ໜ່ວຍງານທີ່ກ່ຽວຂ້ອງກວດສອບ.

 

ທ່ານ ນາງ ວິໄລລັກ ທຳມະລາດ ຜູ້ອໍານວຍການສຳນັກງານຄະນະກຳມະການກຳກັບ ແລະ ສົ່ງເສີມການປະກອບທຸລະກິດປະກັນໄພ ແຂວງໜອງຄາຍ ພ້ອມດ້ວຍ ຜູ້ກຳກັບ ຕມ. ໜອງຄາຍ ໄດ້ລົງໄປກວດສອບ ຫຼັງຈາກມີການສະເໜີຂ່າວບໍລິສັດປະກັນໄພໃນແຂວງໜອງຄາຍຮ້ອງຮຽນຕໍ່ສື່ມວນຊົນ ຫຼັງຈາກທີ່ມີບໍລິສັດປະກັນໄພແຫ່ງດຽວໄດ້ຮັບສິດເຮັດປະກັນໄພລົດໃຫ້ກັບຄົນລາວທີ່ນຳເອົາລົດຂ້າມໄປຝັ່ງໄທ ທີ່ຂົວມິດຕະພາບໄທ-ລາວ ແຫ່ງທີ່1.

ທ່ານ ນາງ ວິໄລລັກ ທຳມະລາດ ໄດ້ເວົ້າວ່າ: ຫຼັງຈາກການກວດກາແລ້ວ, ບໍລິສັດປະກັນໄພມີໃບອະນຸຍາດທີ່ຖືກຕ້ອງ ແລະ ມີເອກະສານໃນການສະເໜີຂາຍຕ່າງໆ ມີໃບອະນຸຍາດຖືກຕ້ອອງແລ້ວ ເຊິ່ງທາງບໍລິສັດບໍ່ໄດ້ບັງຄັບໃຫ້ລູກຄ້າເຮັດ ເຊິ່ງເປັນຄວາມເຕັມໃຈຂອງລູກຄ້າທີ່ຈະເຮັດດ້ວຍຕົນເອງ. ຫຼັງຈາກນີ້, ສຳນັກງານຄະນະກຳມະການກຳກັບ ແລະ ສົ່ງເສີມການປະກອບທຸລະກິດປະກັນໄພ  ແຂວງໜອງຄາຍ ໄດ້ເຊີນບໍລິສັດປະກັນໄພວິນາດສະໄພໃນທ້ອງຖິ່ນ ມາປະຊຸມຫາລືວ່າ ບໍລິສັດໃດຄວນມາຂາຍປະກັນໄພ ເພື່ອບໍ່ໃຫ້ມີພຽງບໍລິສັດດຽວ , ເຊິ່ງຖ້າມີບ່ອນເຊົ່າໃຫ້ຖືກຕ້ອງ, ບໍລິສັດປະກັນໄພໃດກໍ່ສາມາດຂາຍປະກັນໄພໄດ້.

ທາງດ້ານ ຕມ. ແຂວງໜອງຄາຍ ໄດ້ກ່າວວ່າ: ໃນສ່ວນຂອງການເຮັດປະກັນໄພນັ້ນ ຄົນລາວໄດ້ເຮັດປະກັນໄພມາຈາກ ສປປ ລາວ ແລ້ວ ແຕ່ບາງສ່ວນຍັງບໍ່ໄດ້ເຮັດ ຈຶ່ງສາມາດມາສອບຖາມເຈົ້າໜ້າທີ່ ເພື່ອທີ່ຈະແນຳນຳໃຫ້ໄປຊື້ປະກັນໄພໃນຕົວເມືອງໜອງຄາຍໄດ້ ໂດຍບໍ່ບັງຄັບໃຫ້ໄປຊື້ບໍລິສັດທີ່ເຮັດປະກັນໄພໃນດ່ານ.

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...