ສີລັງກາ, ລາວ, ໄນຈີເຣຍ ແລະ ອາເຈນຕິນາ ເປັນປະເທດເສດຖະກິດທີ່ພົ້ນເດັ່ນໃນອາຊີ, ອາຟຣິກາ ແລະ ອາເມລິກາລາຕິນ ທີ່ມີເຫດການຕໍ່ຄິວຍາວເພື່ອຈະເຕີມນ້ຳມັນ ເນື່ອງຈາກການຂາດແຄນນໍ້າມັນເຊື້ອໄຟ.
ປະເທດທີ່ກຳລັງພັດທະນາ ໄດ້ຮັບຜົນກະທົບຫຼາຍທີ່ສຸດ ຈາກການຂາດແຄນນ້ຳມັນໃນປີນີ້, ຍ້ອນຫຼາຍປະເທດແມ່ນນຳເຂົ້ານໍ້າມັນເຊື້ອໄຟ ແລະ ລາຄານ້ຳມັນສາກົນທີ່ຂຶ້ນສູງ, ສະກຸນເງິນທີ່ອ່ອນຄ່າ ແລະ ໂລກລະບາດ ເຊິ່ງເປັນຜົນກະທົບຕໍ່ເສດຖະກິດ.
ຈາກອັດຕາເງິນເຟີ້ທີ່ເພີ່ມສູງຂຶ້ນ ເຮັດໃຫ້ບັນດາປະເທດເຫຼົ່ານີ້ ປະສົບກັບຄວາມຫຍຸ້ງຍາກ ກັບລາຄາອາຫານທີ່ເພີ່ມຂຶ້ນ. ຈຶ່ງເຮັດໃຫ້ບາງປະເທດມີການປະທ້ວງຂອງພົນລະເມືອງ.
ລັດຖະບານຈໍານວນຫຼາຍ ກໍາລັງປະເຊີນກັບບັນຫາຂອງລາຄາສິນຄ້າທີ່ສູງຂຶ້ນ ເຊິ່ງການເພີ່ມເງິນອຸດໜູນ ຫຼື ການຫຼຸດພາສີ ເຊິ່ງທັງສອງຢ່າງນີ້ເປັນການຫຼຸດລາຍໄດ້ໃຫ້ກັບລັດຖະບານ , ແຕ່ຖ້າຫາກມີການເພີ່ມພາສີ ກໍຈະເກີດຄວາມບໍ່ພໍໃຈຂອງຜູ້ບໍລິໂພກ ແລະ ທຸລະກິດທີ່ຈະບໍ່ສາມາດຈ່າຍເພີ່ມເຕີມໄດ້.
ຄວາມບໍ່ສະຫງົບທີ່ເກີດຂື້ນ
ວິກິດການດັ່ງກ່າວສ່ວນໃຫຍ່ແມ່ນເປັນຜົນມາຈາກໂລກລະບາດ ແລະ ການຄັງແຍ່ງລະຫວ່າງຣັດເຊຍກັບຢູເຄຣນ, ເຊິ່ງມັນສົ່ງຜົນກະທົບໃນທົ່ວໂລກ, ໂດຍສະເພາະກັບເອີຣົບ. ນ້ຳມັນດິບ ໃນມາດຕະຖານຂອງໂລກໄດ້ຊື້-ຂາຍກັນຢູ່ປະມານ $ 120 ຕໍ່ບາເຣນໃນວັນຈັນ ປະມານ 70% ສູງກວ່າລາຄາສະເລ່ຍໃນປີ 2021.
ໃນບັນດາປະເທດເສດຖະກິດທີ່ພົ້ນເດັ່ນ ທີ່ຮັບຜົນກະທົບຈາກລາຄາສິນຄ້າ ແລະ ລາຄານ້ຳມັນເຊື້ອໄຟທີ່ສູງຂຶ້ນ ແມ່ນສີລັງກາແລະປາກີສະຖານ.
ສີລັງກາຕົກຢູ່ໃນວິກິດການເສດຖະກິດທີ່ໃຫຍ່ທີ່ສຸດ ແລະ ກໍາລັງຊອກຫາການຊ່ວຍເຫຼືອຈາກກອງທຶນການເງິນສາກົນ, ຈີນ, ຍີ່ປຸ່ນ ແລະ ອິນເດຍ ເພື່ອຈ່າຍຄ່າການນໍາເຂົ້ານໍ້າມັນເຊື້ອໄຟ ຍ້ອນການສະໜອງພາຍໃນຫຼຸດລົງ. ສາຍການບິນທີ່ຈະບິນເຂົ້າປະເທດ ໄດ້ຮັບຄຳສັ່ງໃຫ້ມີນ້ຳມັນເຊື້ອໄຟພຽງພໍສໍາລັບການເດີນທາງກັບ.
ອັດຕາເງິນເຟີ້ ແລະ ລາຄານໍ້າມັນທີ່ເພີ່ມຂຶ້ນເຮັດໃຫ້ ປະເທດປາກິສຖານຕົກຢູ່ໃນວິກິດການເສດຖະກິດທີ່ຄ້າຍຄືກັນ ໂດຍຊອກຫາເງິນກູ້ຈາກ ກອງທຶນການເງິນລະຫວ່າງປະເທດ. ແຕ່ກອງທຶນດັ່ງກ່າວ ໄດ້ຢືນຢັນວ່າລັດຖະບານໃນນະຄອນ ອິສລຳບັດ (Islamabad) ຂຶ້ນລາຄານ້ຳມັນເຊື້ອໄຟເພື່ອຮັບປະກັນຂໍ້ຕົກລົງ. ໃນຂະນະນັ້ນ, ທະນາຄານຕ່າງປະເທດໄດ້ຢຸດເຊົາການໃຫ້ສິນເຊື່ອການຄ້າສໍາລັບການນໍາເຂົ້ານ້ຳມັນ.
ມຽນມາ ແລະ ລາວ ຍັງປະສົບກັບການຂາດແຄນນ້ຳມັນເຊື້ອໄຟ. ໃນປະເທດມຽນມາ, ການຈໍາກັດການຊື້ເງິນໂດລາ ໄດ້ເຮັດໃຫ້ຜູ້ຊື້ບໍ່ສາມາດຈ່າຍຄ່ານໍາເຂົ້າ. ຢູ່ໃນລາວ, ໄດ້ມີເຫດການຕໍ່ແຖວຍາວເພື່ອຈະເຕີມນ້ຳມັນໃນເດືອນທີ່ຜ່ານມານີ້ ເນື່ອງຈາກປະເທດປະເຊີນກັບບັນຫາ ນ້ຳມັນເຊື້ອໄຟບໍ່ພຽງພໍ ຈາກຜູ້ສະໜອງທີ່ມີຢູ່ໃນໄທ ແລະ ຫວຽດນາມ ສົ່ງຜົນລັດຖະບານໄດ້ຈັດສັນປັນສ່ວນນ້ຳມັນກະຈາຍໃຫ້ທົ່ວ.
ອາຟຣິກາ ໄດ້ຮັບຜົນກະທົບຢ່າງໜັກໂດຍສະເພາະ ເຄນຍາ, ເຊເນກັນ, ອາຟຣິກາໃຕ້ ແລະ ເຖິງວ່າປະເທດໄນຈີເລຍຈະຜະລິດນ້ຳມັນ ແຕ່ກໍລາຍງານການຂາດແຄນນ້ຳມັນ. ສາຍການບິນໃນບາງສ່ວນຂອງທະວີບຕ້ອງໄດ້ຍົກເລີກທ່ຽວບິນ ຫຼື ຕ້ອງໄດ້ໄປເຕີມນ້ຳມັນເຮືອບິນຢູ່ບ່ອນອື່ນ.
ສ່ວນໜຶ່ງຂອງບັນຫາຄືຄວາມຕ້ອງການຟື້ນຕົວ ຈາກການແຜ່ລະບາດຂອງພະຍາດໃນປະເທດທີ່ພັດທະນາແລ້ວ. ຄັງເກັບນ້ຳມັນເຊື້ອໄຟໃນບໍລິເວນນິວຢອກໄດ້ຫຼຸດລົງຕ່ຳສຸດ ນັບແຕ່ປີ 2017 ໃນເດືອນແລ້ວນີ້, ອີງຕາມອົງການຂໍ້ມູນຂ່າວສານພະລັງງານ.
ໃນຂະນະດຽວກັນ, ເອີຣົບໄດ້ຊື້ຫຸ້ນຈຳນວນຫຼາຍຂອງນ້ຳມັນເຮືອບິນ ໂດຍຄາດຄະເນວ່າ ຈະມີການຈຳກັດການເດີນທາງໃນລະດູຮ້ອນນີ້ ແລະ ເພື່ອທົດແທນການອຸປະທານຂອງຣັດເຊຍ.
ບັນຫາສໍາລັບຫຼາຍໆຄົນແມ່ນ ຊອກບ່ອນທີ່ຈະຫານ້ຳມັນດິບ. ດ້ວຍບັນດາປະເທດທີ່ຮັ່ງມີຊື້ຈາກແຫຼ່ງເກົ່າ ເຊັ່ນຕາເວັນອອກກາງ, ບາງປະເທດກຳລັງພັດທະນາຖືກໃຫ້ໄປ ຊື້ນ້ຳມັນຫຼຸດລາຄາຈາກຣັດເຊຍ, ເຖິງວ່າຈະມີຄວາມກັງວົນກ່ຽວກັບອຄວາມບໍ່ພໍໃຈຂອງອາເມລິກາ ແລະ ເອີຣົບ, ເຊິ່ງກຳລັງພະຍາຍາມກົດດັນຣັດເຊຍ ດ້ວຍມາດຕະການລົງໂທດຂວ້ຳບາດ.
ຊື້ນ້ຳມັນຈາກຣັດເຊຍ
ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າຂອງລາວ ກ່າວອີກວ່າ ການຊື້ນ້ຳມັນ ຂອງຣັດເຊຍ ໃນລາຄາຖືກ ອາດເປັນທາງເລືອກໜຶ່ງ, ຕາມຂ່າວ ທ້ອງຖິ່ນ. ສີລັງກາ ກຳລັງພະຍາຍາມເປີດໂຮງງານກັ່ນນ້ຳມັນແຫ່ງດຽວກັບຣັດເຊຍຄືນໃໝ່, ຍ້ອນວ່າລັດຖະບານພະຍາຍາມປາບປາມຕະຫຼາດເຖື່ອນນ້ຳມັນທີ່ເຕີບໃຫຍ່ຂຶ້ນ.
ເງິນອຸດໜູນນໍ້າມັນແອັດຊັງ ແລະ ກາຊວນຂອງເມັກຊິໂກແມ່ນເຮັດໃຫ້ລັດຖະບານເສຍຄ່າໃຊ້ຈ່າຍເພີ່ມເຕີມຫຼາຍກ່ວາສອງເທົ່າຂອງກໍາໄລ ທີ່ຜູ້ຜະລິດນ້ຳມັນໄດ້ຮັບຈາກລາຄານ້ຳມັນດິບທີ່ສູງຂຶ້ນ.
ອາຟຣິກາໃຕ້ແມ່ນໜຶ່ງໃນບັນດາປະເທດທີ່ຫຼຸດຜ່ອນພາສີນ້ຳມັນຊົ່ວຄາວ. ເຖິງຢ່າງໃດກໍຕາມ, ຜູ້ຂັບຂີ່ລົດຍົນໃນປະເທດພວມຕໍ່ສູ້ກັບລາຄານ້ຳມັນເຊື້ອໄຟທີ່ເພີ່ມຂຶ້ນເກືອບ 80% ນັບແຕ່ປີ 2020 ເປັນຕົ້ນມາ ຍ້ອນການແຜ່ລະບາດຂອງພະຍາດ.
ອິນໂດເນເຊຍ, ອະດີດປະທານາທິບໍດີ ຊູຮາໂຕ (Suharto) ລາອອກຈາກຕຳແໜ່ງໃນປີ 1998 ຫຼັງຈາກມີການປະທ້ວງຢ່າງໜັກໜ່ວງກ່ຽວກັບລາຄານ້ຳມັນເຊື້ອໄຟ ແລະ ອັດຕາເງິນເຟີ້. ຈາກປະກາດໃນເດືອນແລ້ວນີ້ວ່າ, ຈະເພີ່ມລາຍຈ່າຍຂອງລັດປະມານ 27 ຕື້ໂດລາສະຫະລັດໃນປີນີ້, ສ່ວນໜຶ່ງແມ່ນຈະຈ່າຍເງິນອຸດໜູນນ້ຳມັນທີ່ເພີ່ມຂຶ້ນ 56%.
ອະດີດນາຍົກລັດຖະມົນຕີ ປາກິສຖານ ທ່ານ ອິມຣານ ຄານ (Imran Khan) ຖືກໄລ່ອອກຈາກຕຳແໜ່ງ ໃນເດືອນເມສາ ຜ່ານມາ ຫຼັງຈາກຫຼຸດລາຄານໍ້າມັນ ເປັນເວລາ 4 ເດືອນ ເຊິ່ງເຮັດໃຫ້ລັດຖະບານເສຍເງິນ 600 ລ້ານໂດລາສະຫະລັດ ຕໍ່ເດືອນ ແລະ ເປັນໄພອັນຕະລາຍຕໍ່ເງິນຊ່ວຍເຫຼືອຂອງ IMF.
ລາຄາທີ່ສູງ ແລະ ການຂາດແຄນນໍ້າມັນ ບໍ່ພຽງແຕ່ເຮັດໃຫ້ປະຊາຊົນບໍ່ພໍໃຈເທົ່ານັ້ນ, ພວກມັນເຮັດໃຫ້ເກີດບັນຫາເສດຖະກິດຢ່າງກວ້າງຂວາງ. ຊາວກະສິກຳທີ່ບໍ່ສາມາດຊື້ນ້ຳມັນໃຫ້ພຽງພໍ ບໍ່ສາມາດປູກພືດ ສ້າງຜົນຜະລິດໄດ້ຫຼາຍ, ເຊິ່ງເຮັດໃຫ້ການຂາດແຄນອາຫານ ແລະ ອັດຕາເງິນເຟີ້ເພີ່ມຂຶ້ນ, ລາຄານໍ້າມັນຂອງເຮືອ ເຮັດໃຫ້ຕົ້ນທຶນໃນການຂົນສົ່ງເພີ່ມຂຶ້ນ. ລັດຖະບານທີ່ເສຍສະລະລາຍໄດ້ ເພື່ອຮັກສາພາສີນໍ້າມັນໃຫ້ຕໍ່າ ກໍມີການໃຊ້ຈ່າຍໜ້ອຍລົງໃນດ້ານອື່ນໆຂອງເສດຖະກິດ.
ທ່ານ ເຊົາຮານ (Chauhan) ໄດ້ກ່າວວ່າ “ສິ່ງທີ່ໂລກກໍາລັງຕະໜັກແມ່ນ ຫຼັງການແຜ່ລະບາດຂອງພະຍາດ ແມ່ນຈຳເປັນຕ້ອງຈັດຫາແຫຼ່ງສະໜອງພະລັງງານຂອງທ່ານເອງ”, “ມັນໄດ້ຂະຫຍາຍຜົນກະທົບຂອງການຫັນປ່ຽນຈາກລະບົບຕ່ອງໂສ້ການສະໜອງຂອງນໍ້າມັນເຊື້ອໄຟ ທີ່ມີການຊື້ຂາຍລະຫວ່າງປະເທດໄປສູ່ການຫັນປ່ຽນພະລັງງານສີຂຽວພາຍໃນປະເທດ.”
ຂໍ້ມູນຈາກ Business Standard