Homeຂ່າວຕ່າງປະເທດສິງກະໂປຜະລິດເບຍຊະນິດໃໝ່ ທີ່ເຮັດມາຈາກນ້ຳເສຍ

ສິງກະໂປຜະລິດເບຍຊະນິດໃໝ່ ທີ່ເຮັດມາຈາກນ້ຳເສຍ

Published on

ໃນຂະນະທີ່ຄົນສ່ວນຫຼາຍຕື່ນເຕັ້ນກັບສິ່ງຂອງທີ່ສາມາດລີໄຊໂຄໄດ້ ແລະ ສາມາດນຳກັບມາໃຊ້ໃໝ່, ແຕ່ຕ້ອງຮູ້ສຶກແປກໃຈທີ່ໄດ້ຍິນວ່າເບຍຊະນິດໃໝ່ຈາກປະເທດສິງກະໂປ ຜະລິດມາຈາກນ້ຳລີໄຊໂຄຈາກນ້ຳເສຍ ແລະ ຍ່ຽວ.

ການນຳເອົາສິລະປະການດື່ມເບຍໄປສູ່ມິຕິໃໝ່ໃນການດື່ມ, NEWBrew ເຮັດມາຈາກ NEWater ເຊິ່ງເປັນຍີ່ຫໍ້ນ້ຳທີ່ເຮັດມາຈາກນ້ຳລີໄຊໂຄຄຸນນະພາບສູງທີ່ສະອາດຂອງສິງກະໂປ, ໂດຍນ້ຳເສຍນີ້ຖືກນຳມາໃຊ້ໃໝ່ຈາກສິ່ງປະຕິກູນ ໄດ້ກອງ ແລະ ສູບນ້ຳເຂົ້າແຫຼ່ງນ້ຳຂອງສິງກະໂປ.

ໜ່ວຍງານດ້ານນ້ຳຂອງສິງກະໂປ ໄດ້ລະບຸວ່າ: ສິງກະໂປ່ຮ່ວມກັບໂຮງຜະລິດເບຍທ້ອງຖິ່ນ Brewerkz ເຄື່ອງດື່ມທີ່ເປັນເອກະລັກສະເພາະ ໂດຍເນັ້ນຍ້ຳວ່າ ນ້ຳລີໄຊໂຄຂອງສິງກະໂປ ບໍ່ພຽງແຕ່່ເປັນຕາມມາດຕະຖານສາກົນຂອງນ້ຳດື່ມທີ່ປອດໄພ ແຕ່ຍັງສະອາດພໍທີ່ຈະສາມາດນຳໄປໃຊ້ໃນເບີຍ.

ແຫຼ່ງຂ່າວຈາກຂ່າວຕ່າງປະເທດ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...