Homeນານາສາລະທົ່ວໂລກກຳລັງປະເຊີນກັບການຂາດແຄນອາຫານ

ທົ່ວໂລກກຳລັງປະເຊີນກັບການຂາດແຄນອາຫານ

Published on

ທົ່ວໂລກກຳລັງປະເຊີນກັບການຂາດແຄນອາຫານ!!

ຕາມການລາຍງານຈາກ 10 Story ເລື່ອງເລົ່າຂອງ 10 ໄດ້ລະບຸວ່າ: ປັດຈຸບັນ ທົ່ວໂລກກຳລັງປະເຊີນກັບບັນຫາທາງເສດຖະກິດທີ່ຕົກຕ່ຳ ເນື່ອງມາຈາກລາຄານ້ຳມັນເຊື້ອໄຟທີ່ສູງຂຶ້ນ, ລາຄາສິນຄ້າໃນຕະຫຼາດໂລກທີ່ເພີ່ມຂຶ້ນໄວວາ, ບັນຫາເງິນເຟີ້ຕ່າງໆໃນທົ່ວໂລກ. ທີ່ສຳຄັນບັນຫາທີ່ທົ່ວໂລກໃຫ້ການສົນໃຈຄື ບັນຫາການຂາດແຄນອາຫານ.

ຈາກແຕ່ກ່ອນທີ່ຫຼາຍໆປະເທດມີບັນຫາເລື່ອງຄວາມສາມາດໃນການນຳເຂົ້າ-ສົ່ງອອກສິນຄ້າ ເຮັດໃຫ້ມີບັນຫາເລື່ອງອາຫານບໍ່ພຽງພໍ ເນື່ອງຈາກການແຜ່ລະບາດຂອງໂຄວິດ ໄດ້ມີການ Lockdown ໃນຫຼາຍໆປະເທດ ແລະ ຍັງປະກອບມີສົງຄາມລະຫວ່າງຣັດເຊຍກັບຢູເຄຣນ ທີ່ເຮັດໃຫ້ເພີ່ມທະວີ ວິກິດການຄັ້ງນີ້ໃຫ້ຮຸນແຮງຂຶ້ນ.

ໂດຍຜົນການສຳຫຼວດສະເລ່ຍຈາກປີທີ່ຜ່ານມາ ລາຄາອາຫານທົ່ວໂລກເພີ່ມຂຶ້ນ 34% ແລະ ຊ່ວງລະຫວ່າງເດືອນກຸມພາຫາເດືອນມີນາ ລາຄາອາຫານໄດ້ເພີ່ມຂຶ້ນ 12% ຫຼັງຈາກຣັດເຊຍປະຕິບັດທາງການທະຫານໃນຢູເຄຣນ.

ເຊິ່ງປະເທດຣັດ​ເຊຍ ​ແລະ ຢູເຄຣນ ມີສັດສ່ວນກວມເອົາ 10% ຂອງການຜະລິດອາຫານທົ່ວໂລກເຊັ່ນ: ເຂົ້າສາລີ ການສົ່ງອອກກວມ 30% ຂອງໂລກ, ການສົ່ງ​ອອກ​ປຸ້ຍເຄມີ​ກວມເອົາ 12.7% ຂອງໂລກ ແຕ່ປະຈຸບັນຣັດເຊຍບໍ່ສາມາດສົ່ງອອກໄດ້ເນື່ອງຈາກຖືກຄວໍ່າບາດ ເປັນຜົນໃຫ້ປຸ້ຍ​ຂາດ​ເຂີນ​​ທົ່ວ​ໂລກ ຜົນຕາມມາຄືລາຄາ​ສິນຄ້າ​ກະສິກຳ​ໄດ້​ເພີ່ມ​ຂຶ້ນ.

ປັດຈຸບັນ ຫຼາຍປະເທດໄດ້ປະກາດຢຸດການສົ່ງອອກສິນຄ້າກະສິກຳ ເພື່ອປ້ອງກັນການຂາດແຄນອາຫານທີ່ເກີດຂື້ນພາຍໃນປະເທດເຊັ່ນ:

– ອາເຈນຕິນາ: ຢຸດການສົ່ງອອກ ນ້ໍາມັນຖົ່ວເຫຼືອງ, ອາຫານທີ່ມີສວນປະກອບຖົ່ວເຫຼືອງ

– ເອວຈີເຣຍ: ຢຸດການສົ່ງອອກ pasta, ເຂົ້າສາລີ, ນ້ໍາມັນພືດ, ນໍ້າຕານ

– ອີຢິບ: ໄດ້ຢຸດການສົ່ງອອກ ນ້ໍາມັນພືດ, ສາລີ

– ອິນໂດເນເຊຍ: ຢຸດການສົ່ງອອກ ນໍ້າມັນປາມ, ນໍ້າມັນເມັດ

– ອີຣານ: ຢຸດການສົ່ງອອກມັນຕົ້ນ, ໝາກເຂືອ, ໝາກເລັ່ນ, ຜັກບົ່ວ

– ກາຊັກສະຖານ: ຢຸດການສົ່ງອອກ ເຂົ້າສາລີ,ແປ້ງສາລີ

– ຕວກກີ: ຢຸດການສົ່ງອອກຊີ້ນງົວ, ຊີ້ນງົວ, ຊີ້ນແບ້, ມັນເບີ, ນ້ຳມັນປຸງອາຫານ

– ຕູນິເຊຍ: ຢຸດການສົ່ງອອກໝາກໄມ້, ຜັກ

– ຄູເວດ: ຢຸດການສົ່ງອອກ ຜະລິດຕະພັນໄກ່, ເມັດພືດ, ນໍ້າມັນພືດ

– ຣັດເຊຍ: ຫ້າມສົ່ງອອກນ້ຳຕານ, ແກ່ນດອກຕາເວັນ ແລະ ເຂົ້າສາລີ, ແປ້ງສາລີ, ເຂົ້າບາເລ, ເຂົ້າບາເລ, ສາລີ, ປຸ໋ຍເຄມີ.

ຖ້າສົງຄາມຍັງມີການສືບຕໍ່ ໂອກາດຂອງການຂາດແຄນອາຫານກໍຈະເພີ່ມຂຶ້ນ ນີ້ສາມາດນໍາໄປສູ່ການຫ້າມການສົ່ງອອກອາຫານຈາກປະເທດຕ່າງໆເພີ່ມຂຶ້ນອີກ.

ອົງກອນການຄ້າໂລກ WTO ອອກມາເຕືອນວ່າ ໂລກເຮົາກຳລັງປະເຊີນກັບບັນຫາວິກິດຂາດແຄນອາຫານຂອງໂລກຄັ້ງໃຫຍ່.

ຢ່າງໃດກໍຕາມ ເຖິງວ່າລາວເຮົາຈະສາມາດປູກຜັກ, ປູກເຂົ້າ, ລ້ຽງສັດ ໄດ້ກໍຕາມ ແຕ່ຕົ້ນທຶນໃນການປູກ ຫຼື ລ້ຽງເຊັ່ນ ອາຫານສັດ, ປຸ໋ຍ, ນ້ຳມັນເປັນຕົ້ນ, ພວກເຮົາຍັງໄດ້ມີການນຳເຂົ້າເພື່ອທີ່ຈະຜະລິດສິນຄ້າກະສິກຳມາໃຫ້ປະຊາຊົນບໍລິໂພກ, ສະນັ້ນ ຜູ້ບໍລິໂພກກໍໄດ້ຮັບຜົນກະທົບທີ່ມາຈາກຜູ້ຜະລິດ ແລະ ປະເທດລາວກໍໄດ້ຮັບຜົນກະທົບເຊັ່ນກັນ.

ຂໍ້ມູນຈາກ 10 Story ເລື່ອງເລົ່າຂອງ 10

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...