Homeຂ່າວຕ່າງປະເທດສິງກະໂປບໍ່ມີໄກ່ໃຫ້ບໍລິໂພກ ເນື່ອງຈາກມາເລເຊຍຢຸດການສົ່ງອອກໄກ່

ສິງກະໂປບໍ່ມີໄກ່ໃຫ້ບໍລິໂພກ ເນື່ອງຈາກມາເລເຊຍຢຸດການສົ່ງອອກໄກ່

Published on

ທ່ານ ອິສມາອິລ ຊາບຣີ ຍາຄອບ ນາຍົກລັດຖະມົນຕີຂອງມາເລເຊຍ ປະກາດຢຸດສົ່ງອອກໄກ່ ເນື່ອງຈາກລາຄາສິນຄ້າທີ່ຈຳເປັນ ແລະ ລາຄາໄກ່ທີ່ແພງຂຶ້ນ ມາເລເຊຍຈະຄວບຄຸມການສົ່ອອກໄກ່ຕັ້ງແຕ່ວັນທີ 1 ມິຖຸນາ, ພ້ອມດຳເນີນການ ກັບມາດຕະການອື່ນໆ ເພື່ອແກ້ໄຂບັນຫາການຂາດແຄນຊີ້ນໄກ່ພາຍໃນປະເທດ ໂດຍມີຄຳສັ່ງໃຫ້ຢຸດສົ່ງໄກ່ອອກ ຈຳນວນ 3.6 ລ້ານໂຕຕໍ່ເດືອນ ຈົນຊີ້ນໄກ່ໃນປະເທດຈະພຽງພໍໃຫ້ສົ່ງອອກ.

ໄດ້ກ່າວເພີ່ມອີກວ່າ: ຈະໃຫ້ຄວມາສຳຄັນຂອງການເປັນຢູ່ຂອງປະຊາຊົນເປັນອັນດັບທຳອິດ ອີກຍັງມີແຜນຈະເກັບສະຕັອກໄກ່ເພີ່ມເພື່ອປ້ອງກັນການຂາດແຄນ ແລະ ຈະເພີ່ມປະສິດທິພາບຂອງຫ້ອງເຢັນຕ່າງໆ ພາຍໃຕ້ການຄວບຄຸມຂອງກະຊວງກະສິກຳ ແລະ ອຸດສາຫະກຳອາຫານ ໃຫ້ຈັດເກັບໄວ້ໃຫ້ດີຂຶ້ນ.

ຕາມຂໍ້ມູນທາງການຂອງມາເລເຊຍ ສົ່ງອອກໄກ່ປະມານ 49 ລ້ານໂຕ ລວມເຖິງສົ່ງອອກຊີ້ນໄກ່ ແລະ ເປັດ 42.3 ໂຕນໃນປີ 2020 ໂດຍສິງກະໂປນຳເຂົ້າໄກ່ເກືອບ 73,000 ໂຕນຈາກມາເລເຊຍໃນປີນີ້, ອາດຈະເຮັດໃຫ້ສິງກະໂປບໍ່ມີໄກ່ໃຫ້ບໍລິໂພກ.

ແຫຼ່ງຂ່າວຈາກຂ່າວຕ່າງປະເທດ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...