Homeຂ່າວພາຍ​ໃນໂຄງການແລວທາງເສດຖະກິດໃໝ່ ເພື່ອການຊຸກຍູ້ ແລະ ສົ່ງເສີມທາງດ້ານການຄ້າ ແລະ ການເຕີບໂຕທາງດ້ານເສດຖະກິດໃນຂົງເຂດພາກພື້ນ ໂດຍຜ່ານ ສປປ ລາວ

ໂຄງການແລວທາງເສດຖະກິດໃໝ່ ເພື່ອການຊຸກຍູ້ ແລະ ສົ່ງເສີມທາງດ້ານການຄ້າ ແລະ ການເຕີບໂຕທາງດ້ານເສດຖະກິດໃນຂົງເຂດພາກພື້ນ ໂດຍຜ່ານ ສປປ ລາວ

Published on

ທີ່ນະຄອນຫຼວງວຽງຈັນ, ວັນທີ 18 ພຶດສະພາ 2022 – ຄະນະຜູ້ບໍລິຫານຂອງ ທະນາຄານໂລກ ໄດ້ອະນຸມັດງົບປະມານ ຈຳນວນ 132 ລ້ານໂດລ້າສະຫະລັດ ເພື່ອຈັດຕັ້ງປະຕິບັດ ໂຄງການພັດທະນາຕາມແລວທາງເສດຖະກິດອາຊີຕາເວັນອອກສ່ຽງໃຕ້ ແລະການເຊື່ອມຈອດ-ເຊື່ອມໂຍງ (Southeast Asia Regional Economic Corridor and Connectivity Project), ແນໃສ່ປັບປຸງການຂົນສົ່ງທີ່ມີຄວາມຄົງທົນຕໍ່ກັບສະພາບດິນຟ້າອາກາດ ແລະ ປັບປຸງການຄ້າໃນຂົງເຂດພາກພື້ນ ຕາມແລວທາງທິດຕາເວັນອອກ-ຕາເວັນຕົກ ໂດຍຜ່ານພາກເໜືອຂອງ ສປປ ລາວ.

ໂຄງການດັ່ງກ່າວ ແມ່ນຈະປະກອບສ່ວນເຂົ້າໃນການຈັດຕັ້ງ ແຜນແມ່ບົດໃນການເຊື່ອມຈອດ-ເຊື່ອມໂຍງຂອງ ອາຊຽນ (ASEAN) ດວ້ຍ ການຍົກລະດັບເສັ້ນທາງເລກ 2 (NR2), ເຊິ່ງເປັນເສັ້ນທາງທີ່ເຊື່ອມຈອດລະຫວ່າງປະເທດໄທ, ລາວ ແລະ ຫວຽດນາມ ຈາກທິດຕາເວັນອອກ – ຕາເວັນຕົກ, ເພື່ອເຊື່ອມສານເຂົ້າກັບແລວເສດຖະກີດເໜືອ-ໃຕ້ ໃນຂົງເຂດພາກພື້ນອາຊີຕາເວັນອອກສ່ຽງໃຕ້. ນອກຈາກນີ້ ໂຄງການຍັງຈະຊ່ວຍ ການພັດທະນາ ສີ່ງອຳນວຍຄວາມສະດວກທາງດ້ານໂລຂີດສະຕີກ ເຊັ່ນ ທ່າບົກ,  ຕະຫຼາດຊື້-ຂາຍສິນຄ້າ,  ສາງສິນຄ້າ, ແລະ ສູນລວມສິນຄ້າຂອງຊາວກະສິກອນເພື່ອສົ່ງອອກສູ່ຕະຫຼາດພາຍໃນ ແລະ ຕ່າງປະເທດ. ການອອກແບບ ພື້້ນຖານໂຕງລ່າງນີ້ ຈະໄດ້ຕຳນືງເຖີງຄວາມຄົງທົນຕໍ່ຜົນກະທົບຈາກການປຽ່ນແປງຂອງສະພາບດີຟ້າ ອາກາດ ເຊັ່ນ ພາຍຸ, ນ້ຳຖ້ວມ ແລະ ດິນເຈື່ອນ.

ທ່ານ ອາເລັກສ໌ ເຄຼມເມີ, ຫົວໜ້າຫ້ອງການທະນາຄານໂລກແຫ່ງ ສປປ ລາວ ໄດ້ກ່າວວ່າ. “ມັນມີຄວາມສຳຄັນຫລາຍທີ່ປະຊາຊົນຢູ່ທ້ອງຖີ່ນສາມາດເຂົ້້າເຖີງ ແລະ ນຳໃຊ້ການບໍລີການຈາກພື້ນຖານໂຄງລ່າງການຂົນສົ່ງຂະຫນາດໃຫຍ່ເພື່ອໃຫ້ໄດ້ຮັບຜົນປະໂຫຍດທາງດ້ານເສດຖະກິດຕໍ່ເຂົາເຈົ້າ. ໂຄງການແລວທາງເສດຖະກິດນີ້ ບໍ່ພຽງແຕ່ຈະຊ່ວຍໃນການຍົກລະດັບເສັ້ນທາງໃນຂົງເຂດພາກພື້ນເທົ່ານັ້ນ, ແຕ່ຍັງຈະຊ່ວຍເຫຼືອປະຊາຊົນໃນການຜະລິດສິນຄ້າ ແລະ ການເຂົ້າເຖິງຕະຫຼາດໄດ້ກວ້າງຂຶ້ນ.  ”

ເສັ້ນທາງເລກ 2 ທີ່ມີຄວາມຍາວປະມານ 300ກມ ແມ່ນເປັນສ່ວນນື່ງຂອງເສັ້ນທາງຫຼວງອາຊີເລກ 13 (Asian highway 13), ຊື່ງຈະເຊື່ອມດ່ານ ຫ້ວຍໂກນ-ນ້ຳເງິນ ທີ່ຊາຍແດນປະເທດໄທ ຫາ ດ່ານ ປາງຮົກ-ໄຕຢາງ ທີ່ຊາຍແດນປະເທດຫວຽດນາມ. ເສັ້ນທາງດັ່ງກ່າວນີ້ຍັງໄດ້ຕັດຜ່ານ ເສັ້ນທາງລົດໄຟລາວ-ຈີນ ຢູ່ທີ່ແຂວງອຸດົມໄຊ, ເຊິ່ງເປັນການສ້າງໂອກາດໃນການເຊື່ອມໂຍງດ້ານການຂົນສົ່ງລະຫວ່າງ ຈີນ, ລາວ, ໄທ ແລະ ຫວຽດນາມ. ໂຄງການດັ່ງກ່າວຈະຊ່ວຍປັບປຸງ ແລະ ຂະຫຍາຍຫນ້າທາງ ທາງເລກ 2 ເພື່ອໃຫ້ໄດ້ມາດຕະຖານຂອງເສັ້ນທາງຫຼວງ ອາຊີ (Asian highway), ພ້ອມທັງ ໃຫ້ມີຄວາມປອດໄພ ແລະ ຄົງທົນຕໍ່ການປ່ຽນແປງທາງດ້ານສະພາບດິນຟ້າອາກາດ.

ນອກຈາກນັ້ນໂຄງການຍັງຈະຊ່ວຍປັບປູງບັນດາເສັ້ນທາງທ້ອງຖິ່ນໃນແຂວງ ຫຼວງນ້ຳທາ, ຫຼວງພະບາງ, ອຸດົມໄຊ, ຜົ້ງສາລີ ແລະ ໄຊຍະບູລີ,ປັບປຸງ ດ່ານຊາຍແດນແລະ ສີ່ງອຳນວຍຄວາມສະດວກໃນການຂ້າມດ່ານ – ເຊິ່ງປະກອບມີການນຳໃຊ້ລະບົບດິຈິຕອລ ເຂົ້າໃນການຄູ້ມຄອງດ່ານຢ່າງມີປະສິດທິພາບ, ເສີມສ້າງຄວາມອາດສາມາດຂອງອົງກອນ ແລະ ລະບຽບການຕ່າງໆຂອງພາກສ່ວນການຄ້າກະສິກຳ, ການຂົນສົ່ງຫລາຍຮູບແບບ, ແລະ ການວາງແຜນການລົງທຶນໃນຂັ້ນສູນກາງ ແລະ ທ້ອງຖິ່ນ.  

ເປົ້າໝາຍອີກຢ່າງໜຶ່ງຂອງໂຄງການແນ່ໃສ່ສົ່ງເສີມຄວາມສາມາດຂອງຜູ້ຜະລີດກະສຳກຳຂະຫນາດນ້ອຍ ເພື່ອໃຫ້ສາມາດຜະລິດສິນຄ້າໄດ້ຫລາຍຂື້ນ ແລະ ສາມາດຊື້-ຂາຍຜ່ານເຄືອຄ່າຍການຂົນສົ່ງແຫ່ງໃໝ່ນີ້ມ ຊື່ງມັນຈະເປັນການນຳໃຊ້ປະໂຫຍດສູງສຸດຈາກການເຊື່ອມໂຍງໃນພາກພື້ນໄດ້. ພ້ອມດຽວກັນນີ້, ທາງທີມງານຂອງໂຄງການຍັງຈະໄດ້ລົງໂຄສະນາເຜີຍແຜ່ກ່ຽວກັບບັນຫາການຄ້າມະນຸດ; ພະຍາດຕິດຕໍ່; ການຂັບຂີ່ປອດໄພ; ການກົດຂີ່ຂົ່ມເຫັງ ແລະ ການລ່ວງລະເມີດທາງເພດ.

ໂຄງການດັ່ງກ່າວຈະໄດ້ຮັບການຈັດຕັ້ງປະຕິບັດຜ່ານ ກະຊວງ ໂຍທາທິການ ແລະ ຂົນສົ່ງ ໂດຍການຮ່ວມມືຈາກອຳນາດການປົກຄອງທ້ອງຖິ່ນ, ກະຊວງການເງິນ, ກະຊວງ ກະສິກຳ ແລະ ປ່າໄມ້, ກະຊວງແຜນການ ແລະ ການລົງທຶນ, ແລະ ກະຊວງອຸດສາຫະກຳ ແລະ ການຄ້າ. ນອກຈາກນີ້, ລັດຖະບານອົສຕາລີ້ຍັງຈະໄດ້ສົມທົບທຶນເພີ່ມເຕີມເປັນຈຳນວນ 10 ລ້ານໂດລ້າອົສຕາລີ້. ການຈັດຕັ້ງປະຕີບັດໂຄງການດັ່ງກ່າວນີ້ ຄາດວ່າຈະສຳເລັດພາຍໃນເດືອນ ພຶດສະພາ 2028.  

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...