spot_img
Homeຂ່າວຕ່າງປະເທດເກົາຫຼີເໜືອຈັດທະຫານ ສົ່ງຢາຮັກສາພະຍາດໂຄວິດ-19 ໃຫ້ຮ້ານຂາຍຢາຕ່າງໆ ທົ່ວປະເທດ

ເກົາຫຼີເໜືອຈັດທະຫານ ສົ່ງຢາຮັກສາພະຍາດໂຄວິດ-19 ໃຫ້ຮ້ານຂາຍຢາຕ່າງໆ ທົ່ວປະເທດ

Published on

ໃນວັນອັງຄານ ຕາມການລາຍງາຍສື່ທາງການກຸງປຽງຢາງ, ເກົາຫຼີເໜືອຈັດທະຫານເພື່ອສົ່ງຢາຮັກສາພະຍາດໂຄວິດ-19 ໃຫ້ຮ້ານຂາຍຢາຕ່າງໆ ທົ່ວປະເທດ, ໃນຂະນະນີ້ ມີລາຍງານວ່າມີການລະບາດຂອງໂຄວິດເພີ່ມອີກ 270,000 ຄົນ.

ສຳນັກຂ່າວເຄຊີເອັນເອຂອງເກົາຫຼີເໜືອ ລາຍງານວ່າ: ມີຜູ້ເສຍຊີວິດຈາກໂຄວິດ-19 ເພີ່ມເປັນ 6​ ຄົນໃນວັນອັງຄານ ເຮັດໃຫ້ມີຜູ້ເສຍຊີວິດສະສົມໃນເກົາຫຼີເໜືອເປັນ 56 ຄົນ, ໂດຍຕັ້ງແຕ່ເດືອນເມສາ ມີຄົນເກົາຫຼີເໜືອເກືອບ 1.5ລ້ານຄົນ ທີ່ມີອາການໄຂ້ຂຶ້ນສູງ ເປັນ 5.7% ຂອງປະຊາກອນປະເທດ.

ຜູ້ຊ່ຽວຊານເຊື່ອວ່າ ຜົນກະທົບທີ່ແທ້ຈິງຂອງການລະບາດຂອງພະຍາດໂຄວິດ ອາດຈະຫຼາຍກວ່າທີ່ທາງການກຸງປຽງຢາງໄດ້ລາຍງານໄວ້ ໂດຍເກົາຫຼີເໜືອຍັງຂາດແຄນຊັບພະຍາກອນທີ່ຈຳເປັນໃນການກວດຫາເຊື້ອພະຍາດໂຄວິດ ແລະ ຮັກສາຜູ້ທີ່ມີເຊື້ອໂຄວິດ.

ລັດຖະບານກຸງປຽງຢາງໄດ້ສັ່ງໃຫ້ທະຫານເກົາຫຼີເໜືອເຂົ້າຊ່ວຍໃນການຮັບມືກັບການລະບາດໃນເທື່ອນີ້ ລວມເຖິງການສົ່ງຢາຮັກສາໂຄວິດໄປຫາຮ້ານຂາຍຢາທົ່ວປະເທດ ຫຼັງຈາກທີ່ຜູ້ນຳ ຄິມຈອງອຶນ ໄດ້ກ່າວຕຳໜິເຈົ້າໜ້າທີ່ວ່າ ບໍ່ມີຄວາມຮັບຜິດຊອບທີ່ຈະສົ່ງຢາໃຫ້ກັບຮ້ານຂາຍຢາໄດ້ຊ້າ.

ໃນວັນອາທິດທີ່ຜ່ານມານີ້ ທ່ານ ຄິມ ໄດ້ລົງກວດສອບຮ້ານຂາຍຢາດ້ວຍຕົນເອງ ແລະ ພົບວ່າຮ້ານສ່ວນໃຫຍ່ນັ້ນບໍ່ໄດ້ມາດຕະຖານ ບໍ່ມີຢາເກັບສຳຮອງ ແລະ ຂາດສຸຂະອານາໄມ.

ທາງດ້ານເກົາຫຼີໃຕ້ ໄດ້ຖະແຫຼງການທີ່ຈະຊ່ວຍເຫຼືອເກົາຫຼີເໜືອໃນການສະໜອງ ຢາ, ວັກຊີນ, ອຸປະກອນ ແລະ ບຸກຄະລາກອນ ເພື່ອໃຊ້ໃນການຮັບມືຈາກເກົາຫຼີເໜືອ.

ຢ່າງໃດກໍຕາມ ເກົາຫຼີເໜືອຍັງບໍ່ຕອບຮັບຂໍ້ສະເໜີໃນການສົ່ງຄວາມຊ່ວຍເຫຼືອນີ້.

 

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...