spot_img
Homeຂ່າວພາຍ​ໃນສະພາບໍລິຫານ ທລຍ ດຳເນີນກອງປະຊຸມສະໄໝສາມັນ ຄັ້ງທີ 25

ສະພາບໍລິຫານ ທລຍ ດຳເນີນກອງປະຊຸມສະໄໝສາມັນ ຄັ້ງທີ 25

Published on

ກອງປະຊຸມສະໄໝສາມັນ ຄັ້ງທີ 25 ຂອງສະພາບໍລິຫານ ກອງທຶນຫລຸດ ຜ່ອນຄວາມທຸກຍາກ (ທລຍ) ໄດ້ໄຂຂຶ້ນໃນວັນທີ 22 ເມສາ ຜ່ານມາ ທີ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ເພັດ ພົມພິພັກ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້, ປະທານສະພາບໍລິຫານ ທລຍ ພ້ອມດ້ວຍບັນດາຮອງລັດຖະມົນຕີຈາກກະຊວງ, ອົງການທຽບເທົ່າກະຊວງ ແລະ ຮອງເຈົ້າແຂວງ 10 ແຂວງເປົ້າໝາຍທີ່ ທລຍ ໃຫ້ການສະໜັບສະໜູນ ເຊິ່ງເປັນກຳມະການສະພາບໍລິຫານ, ມີຜູ້ຕາງໜ້າທະນາຄານໂລກ ແລະ ອົງການເພື່ອການພັດທະນາ ແລະ ຮ່ວມມືຂອງປະເທດສະວິດເຊີແລນ (SDC) ເຂົ້າຮ່ວມ.

ທ່ານ ພັດນະຄອນ ຄັນທະມີໄຊ ຜູ້ອໍານວຍການບໍລິຫານ ກອງທຶນຫລຸດຜ່ອນຄວາມທຸກຍາກ ໄດ້ລາຍງານວ່າ: ຕະຫລອດໄລຍະ 18 ປີ ຜ່ານມາ (2003-2021) ໄດ້ຮັບທຶນທັງໝົດ 210 ລ້ານໂດລາສະຫະລັດ ທີ່ມາຈາກຫລາຍແຫລ່ງທຶນ ເຊັ່ນ: ທະນາຄານໂລກ 58,69%, ທຶນຈາກອົງການພັດທະນາ ແລະ ຮ່ວມມືຂອງປະເທດສະວິດເຊີແລນ 20,46%, ລັດຖະບານອົດສະຕາລີ 8,03%, ທຶນລັດຖະບານລາວສົມທົບ 7,62%, ທຶນແກ້ໄຂໄພພິບັດຈາກພະຍຸເກດສະໜາ 3,61% ແລະ ລັດຖະບານຍີ່ປຸ່ນ 1,25% ໃນນັ້ນ ເປັນທຶນກູ້ຢືມຈາກທະນາຄານໂລກ ກວມເອົາ 39,67% ເຫລືອນັ້ນເປັນການຊ່ວຍເຫລືອລ້າ

ໂດຍຜ່ານຂະບວນການມີສ່ວນຮ່ວມ ແລະ ຕັດສິນໃຈຂອງປະຊາຊົນ ໂດຍສະເພາະແມ່ຍິງ ແລະ ຊົນເຜົ່າ ໃນພື້ນທີ່ເປົ້າໝາຍທີ່ທຸກຍາກທຸລະກັນດານ ຢູ່ 11 ແຂວງຄື: ຈໍາປາສັກ (ໄດ້ຖອນອອກໃນປີ 2011), ສາລະວັນ, ເຊກອງ, ອັດຕະປື, ສະຫວັນນະເຂດ, ຜົ້ງສາລີ, ຫົວພັນ, ຊຽງຂວາງ, ຫລວງນໍ້າທາ, ຫລວງພະບາງ ແລະ ແຂວງອຸດົມໄຊ ກວມເອົາທັງໝົດ 55 ເມືອງ ເທົ່າກັບ 37% ຂອງເມືອງທັງໝົດໃນທົ່ວປະເທດ (148 ເມືອງ) ໃນນັ້ນ 44 ເມືອງ ທີ່ນອນໃນ 47 ເມືອງ ແລະ 72 ເມືອງທຸກຍາກ ແລະ ທຸກທີ່ສຸດ ໃນປີ 2002, ປະກອບມີ 413 ກຸ່ມບ້ານ, ກວມເອົາ 2.841 ບ້ານ, ມີ 2.262 ບ້ານ ທີ່ເປັນບ້ານທຸກຍາກທີ່ສຸດ ແລະ ກວມເອົາປະຊາກອນທັງໝົດຫລາຍກວ່າ 1.3 ລ້ານຄົນ.

ໃນນັ້ນ, ມີ 5.796 ໂຄງການຍ່ອຍ ດ້ານໂຄງລ່າງພື້ນຖານ ທີ່ຕິດພັນກັບຍຸດທະສາດ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງ 4 ຂະແໜງການ ຄື: ການສ້າງພື້ນຖານໂຄງລ່າງດ້ານການສຶກສາ, ສາທາລະນະສຸກ, ໂຍທາທິການ ແລະ ວຽກງານກະສິກໍາ ມີ 874 ໂຄງການທີ່ກ່ຽວຂ້ອງກັບການຝຶກອົບຮົມ ສ້າງຄວາມເຂັ້ມແຂງ, ຫລາຍກວ່າ 80% ຂອງໂຄງການຍ່ອຍ ແມ່ນຕັ້ງຢູ່ບ້ານທຸກ ແລະ ບ້ານທຸກຍາກທີ່ສຸດ.

ທ່ານ ພັດນະຄອນ ຄັນທະມີໄຊ ຍັງໃຫ້ຮູ້ອີກວ່າ: ຜູ້ທີ່ໄດ້ຮັບຜົນປະໂຫຍດທັງໝົດ ສ່ວນຫລາຍແມ່ນຊົນເຜົ່າ ກວມເຖິງ 73% ແລະ ເປັນແມ່ຍິງກວມເອົາເຄິ່ງໜຶ່ງ. ນອກຈາກນັ້ນ ກໍໄດ້ຮັບທຶນຊ່ວຍເຫລືອຈາກລັດຖະບານ ສປ ຈີນ ເພື່ອນໍາໃຊ້ເຂົ້າໃນວຽກງານການຄົ້ນຄວ້າຜົນກະທົບຂອງການພັດທະນາ ທີ່ນໍາໃຊ້ຮູບແບບຊຸມຊົນເປັນເຈົ້າການ ໃນປະເທດກໍາປູ່ເຈຍ, ສປ ຈີນ, ສປປ ລາວ, ໄທ ແລະ ສສ ຫວຽດນາມ.
ຂໍ້ມູນຈາກ:ຂປລ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...