Homeຂ່າວຕ່າງປະເທດTwitter ຍອມຮັບຂໍ້ສະເໜີການຊື້ກິດຈະການຂອງ ອີລອນ ມັສກ໌ ແລ້ວ

Twitter ຍອມຮັບຂໍ້ສະເໜີການຊື້ກິດຈະການຂອງ ອີລອນ ມັສກ໌ ແລ້ວ

Published on

ສໍານັກຂ່າວ CNBC ລາຍງານວ່າ ບໍລິສັດ Twitter ປະກາດຍອມຮັບຂໍ້ສະເໜີຊື້ກິດຈະການຈາກ ອີລອນ ມັສກ໌ ແລ້ວ ດ້ວຍລາຄາ 54.20 ໂດລາ ເຮັດໃຫ້ແຟຣດຟອມສື່ສັງຄົມອອນໄລນ໌ດັ່ງກ່າວຢູ່ທີ່ມູນຄ່າ 44.000 ລ້ານໂດລາສະຫະລັດ.

ທ່ານ ເບຣຕ ເທເລີ ປະທານຄະນະບໍລິຫານອິດສະຫຼະທວິດເຕີ ກ່າວ​ວ່າ ​ຄະ​ນະ​ບໍລິຫານດໍາເນີນຂະບວນການປະເມີນຂໍ້ສະເຫນີຂອງ ອີລອນ ມັສກ໌ ຢ່າງລະອຽດ ແລະ ຄົບຖ້ວນ ໂດຍເນັ້ນໃສ່ມູນຄ່າຄວາມເຊື່ອຫມັ້ນ ແລະການລະດົມທຶນ ໂດຍຂໍ້ສະເໜີດັ່ງກ່າວຈະມອບເງິນສົດຈໍານວນມະຫາສານ ແລະ ເຊື່ອວ່າສິ່ງນີ້ເປັນເສັ້ນທາງສູ່ອະນາຄົດທີ່ດີທີ່ສຸດສໍາລັບກຸ່ມຜູ້ຖືຫຸ້ນຂອງທວິດເຕີ.

ບໍລິສັດທວິດເຕີ ກ່າວວ່າ ການເຂົ້າຊື້ກິດຈະການດັ່ງກ່າວໄດ້ຖືກອະນຸມັດຈາກຄະນະບໍລິຫານ ແລະ ມີແນວໂນ້ມບັນລຸຂໍ້ຕົກລົງພາຍໃນປີນີ້. ຖ້າມີການອະນຸມັດຈາກຜູ້ຖືຫຸ້ນ ແລະ ໜ່ວຍກໍາກັບທາງດ້ານກົດລະບຽບລວມເຖິງຜ່ານເງື່ອນໄຂອື່ນໆທີ່ກ່ຽວຂ້ອງ. ປັດຈຸບັນຂໍ້ຕົກລົງຍັງບໍ່ທັນສີ້ນສຸດເທື່ອຈົນກວ່າຈະດໍາເນີນຂະບວນການຕ່າງໆສໍາເລັດ.

ນອກຈາກນີ້ ອີລອນ ມັສກ໌ ຍັງກ່າວເສີມວ່າ ລາວຕ້ອງການປັບປຸງທວິດເຕີໃຫ້ດີຂື້ນກວ່າເກົ່າ ໂດຍລາວໄດ້ທວີດກ່ຽວກັບສິ່ງທີ່ລາວຈະເຮັດກັບທວິດເຕີຄື:

  1. ທວິດເຕີຕ້ອງເປັນສັງຄົມທີ່ມີເສລີພາບໃນການສະແດງອອກ (Free Speech) ແມ້ແຕ່ຄໍາວິຈານທີ່ຮຸນແຮງກໍ່ຕ້ອງບໍ່ຖືກລົບອອກ.
  2. ຈະເປີດແອລກໍຣິທຶມ (Algorithm) ຫຼື ຂັ້ນຕອນການປະມວນຜົນໃນການແກ້ໄຂບັນຫາໃດໜຶ່ງ ຂອງທວິດເຕີເປັນ open source ເພື່ອເພີ່ມຄວາມໂປ່ງໃສ ແລະ ຄວາມໜ້າເຊື່ອຖື.
  3. ຈະກໍາຈັດ spam bot ອອກຈາກທວິດເຕີໃຫ້ໝົດ.
  4. ທຸກຄົນທີ່ຫຼີ້ນທວິດເຕີຕ້ອງໄດ້ຮັບການຢືນຢັນຕົວຕົນ.

ນັ້ນໝາຍຄວາມວ່າ ບຸກຄົນທີ່ໄດ້ເຮັດການຢືນຢັນຕົວຕົນເທົ່ານັ້ນທີ່ຈະສາມາດຫຼີ້ນທວິດເຕີໄດ້ ເຊິ່ງຈະເຮັດໃຫ້ມີຄວາມໜ້າເຊື່ອຖືຫຼາຍຂື້ນ ສໍາລັບຄົນທີ່ມັກໃຊ້ບັນຊີປອມກໍ່ອາດຈະບໍ່ສາມາດໃຊ້ທວິດເຕີໄດ້.

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...