Homeຂ່າວຕ່າງປະເທດປະທານາທິບໍດີ ມາຄົງ ຄວ້າ​ໄຊ​ໃນການເລືອກຕັ້ງສະໄໝທີ 2

ປະທານາທິບໍດີ ມາຄົງ ຄວ້າ​ໄຊ​ໃນການເລືອກຕັ້ງສະໄໝທີ 2

Published on

ອີງຕາມການລາຍງານຂອງສຳນັກຂ່າວ Today ລາຍງານວ່າ: ໃນວັນທີ 24 ເມສາ 2022 ທ່ານ ເອັມມານູເອວ ມາຄົງ  ໄດ້ຮັບການເລືອກຕັ້ງໃຫ້ເປັນປະທານາທິບໍດີສະໄໝທີ 2 ຕິດຕໍ່ກັນ ຫຼັງຈາກການລົງຄະແນນສຽງ 58% ເຮັດໃຫ້ທ່ານ ມາລີນ ເລີແປນ ຄູ່ແຂ່ງໃນການເລືອກຕັ້ງຍອມຮັບການລົງມະຕິໃນຄັ້ງນີ້.

ໃນການຮັບເລືອກຕັ້ງໃນຄັ້ງນີ້ ເຮັດໃຫ້ປະທານາທິບໍດີື ມາຄົງ ກາຍເປັນຜູ້ນຳຝຣັ່ງເສດຄົນທຳອິດໃນຮອບ 20 ປີ, ຫຼັງຈາກຮູ້ຜົນຄະແນນຄາດການແລ້ວ ປາທານາທິບໍດີມາຄົງໄດ້ຂຶ້ນກ່າວຄຳ ປາໄສ ໃນຖານະຜູ້ຊະນະການເລືອກຕັ້ງໂດຍໃຫ້ຄຳໝັ້ນສັນຍາວ່າຈະເປັນປະທານາທິບໍດີຂອງຊາວຝຣັ່ງເສດທຸກໆຄົນ.

ຈາກນັ້ນ ປະທານາທິບໍດີ ມາຄົງ ໄດ້ກ່າວຂອບໃຈຜູ້ສະໜັບສະໜູນທີ່ລົງຄະແນນເລືອກຕັ້ງ ແລະ ຍັງເວົ້າເຖິງເປົ້າໝາຍໃນການເປັນປະທານາທິບໍດີສະໄໝທີ 2 ບໍ່ແມ່ນເປັນພຽງແຕ່ການເຮັດວຽກ ຕໍ່ເນື່ອງຈາກສະໄໝທຳອິດເທົ່ານັ້ນ ແຕ່ຈະມຸ້ງໜ້າຈັດການປັນຫາທີ່ມີຢູ່ທັງໝົດໃນຝຣັ່ງເສດໃຫ້ໄດ້, ແຕ່ໃນຂະນະດຽວກັນກໍຍັງຍອມຮັບວ່າຫຼາຍຄົນຊ່ວຍລົງຄະແນນເພື່ອຢຸດຝ່າຍກົງກັນຂ້າມທີ່ມີແນວຄິດອານຸລັກນິຍົມຂວາຈັດຄືກັບທີ່ເຄີຍເກີດຂຶ້ນໃນການເລືອກຕັ້ງໃນປີ 2017.

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...