spot_img
Homeຂ່າວພາຍ​ໃນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກ່າວຄໍາປາໃສໃນພິທີເປີດກອງປະຊຸມປຶກສາຫາລື ໂບອາວ ເພື່ອອາຊີ 2022

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກ່າວຄໍາປາໃສໃນພິທີເປີດກອງປະຊຸມປຶກສາຫາລື ໂບອາວ ເພື່ອອາຊີ 2022

Published on

ອີງຕາມກະຊວງການຕ່າງປະເທດລາຍງານວ່າ: ວັນທີ 21 ເມສາ 2022 ທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມ ແລະ ກ່າວຄໍາປາໃສໃນພິທີເປີດກອງປະຊຸມທາງໄກ ເວທີປຶກສາຫາລື ໂບອາວ ເພື່ອອາຊີ 2022 ພາຍໃຕ້ຫົວຂໍ້ “ໂລກໃນທ່າມກາງການລະບາດຂອງພະຍາດໂຄວິດ-19: ຮ່ວມມືກັນເພື່ອການພັດທະນາ ແລະ ອະນາຄົດຮ່ວມກັນ”. ໂດຍມີພະນະ ທ່ານ ສີ ຈິ້ນຜິງ, ປະທານປະເທດແຫ່ງ ສປ ຈີນ ພ້ອມດ້ວຍການນໍາຂັ້ນສູງຈາກບັນດາປະເທດໃນອາຊີ ແລະ ເຈົ້າໜ້າທີ່ຂັ້ນສູງຈາກອົງການຈັດຕັ້ງສາກົນໄດ້ເຂົ້າຮ່ວມຢ່າງພ້ອມພຽງ.

ໃນໂອກາດນີ້ ທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຍົກໃຫ້ເຫັນຜົນກະທົບຂອງການແຜ່ລະບາດຂອງພະຍາດໂຄວິດ-19,​ ການຮ່ວມມືຂອງວົງຄະນາຍາດສາກົນໃນການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ-19 ແລະ ຜົນສໍາເລັດທີ່ຍາດມາໄດ້,​ ໂດຍໄດ້ກ່າວວ່າ: “ ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ສ້າງຜົນກະທົບຢ່າງຫລວງຫລາຍ ຕໍ່ວົງຄະນະຍາດສາກົນ ໃນທຸກລະດັບບໍ່ວ່າໃນລະດັບໂລກ, ພາກພື້ນ ແລະ ລະດັບຊາດ ເຊິ່ງໄດ້ກາຍເປັນສິ່ງທ້າທາຍຢ່າງໃຫຍ່ຫລວງ ຕໍ່ລະບົບສາທາລະນະສຸກ ກໍຄື ການພົວພັນໃນສັງຄົມ ຢູ່ ພາຍໃນປະເທດ ແລະ ລະຫວ່າງປະເທດ, ແລະ ຍັງໄດ້ສົ່ງຜົນກະທົບຢ່າງຫນັກຫນວ່ງ ຕໍ່ ການຟື້ນຕົວ ແລະ ຂະຫຍາຍ ຕົວຂອງເສດຖະກິດໂລກ.

ຕໍ່ໜ້າສະພາບການດັ່ງກ່າວ, ວົງຄະນະຍາດສາກົນ ກໍ່ໄດ້ໃຊ້ຄວາມພະຍາຍາມຮ່ວມກັນ ຢ່າງຕັ້ງຫນ້າ ເພື່ອສະກັດກັ້ນການແຜ່ລະບາດ ແລະ ວາງມາດຕະການຮັບມືກັບພະຍາດໂຄວິດ-19 ໄດ້ຢ່າງທັນການ, ໂດຍສະເພາະແມ່ນການຮ່ວມມືກັນ ໃນການຄົ້ນຄວ້າວິທະຍາສາດການແພດ ເພື່ອຜະລິດວັກຊີນ ແລະ ຢາປິ່ນປົວພະຍາດໂຄວິດ-19, ການປັບຕົວເຂົ້າກັບ ການດໍາລົງຊິວິດປົກກະຕິ ແບບໃຫມ່.”

ພ້ອມນັ້ນ ທ່ານ ນາຍົກລັດຖະມົນຕີ ພັນຄຳ ວິພາວັນ, ຍັງໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງວົງຄະນະຍາດສາກົນ ແລະ ປະເທດເພື່ອນມິດທີ່ໄດ້ໃຫ້ການຊ່ວຍເຫລືອ ສປປ ລາວ ໃນການສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19, ໂດຍສະເພາະແມ່ນ ລັດຖະບານ ແລະ ປະຊາຊົນຈີນ ທີ່ໄດ້ໃຫ້ການຊ່ວຍເຫລືອ ສປປ ລາວ ໃນດ້ານເຕັກນິກການແພດ, ວັກຊີນ, ຢາປົວໂຄວິດ-19 ກໍຄື ອຸປະກອນການແພດຕ່າງໆ ເຊິ່ງໄດ້ປະກອບສ່ວນເຮັດໃຫ້ ສປປ ລາວ ສາມາດຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດ ໂຄວິດ-19 ໄດ້ຢ່າງມີປະສິດທິຜົນ.

ທ່ານ ພັນຄຳ ວິພາວັນ ຍັງໄດ້ມີຄຳເຫັນໃສ່ 3 ຈຸດຄື: 1) ວົງຄະນະຍາດສາກົນຄວນສືບຕໍ່ເພີ່ມທະວີ ການຮ່ວມມືດ້ານວິທະຍາສາດການແພດໃຫ້ກວ້າງຂວາງກວ່າເກົ່າ ເພື່ອຊອກຄົ້ນໃຫ້ໄດ້ສິ່ງທີ່ດີເລີດຂອງວິທະຍາສາດການແພດ ແນໃສ່ສະກັດກັ້ນ ແລະ ລົບລ້າງພະຍາດໂຄວິດ-19 ໃຫ້ໄດ້ຢ່າງສິ້ນເຊີງ. ການຮ່ວມມືດ້ານວິທະຍາສາດການແພດ ຕ້ອງມີຂຶ້ນບົນພື້ນຖານຄວາມຈິງໃຈ ແລະ ຫລີກລ້ຽງການເອົາບັນຫາການເມືອງມາເປັນປັດໃຈແຊກແຊງ.

2) ສຸມໃສ່ການຮ່ວມມືກັນ ໃນການແກ້ໄຂຜົນກະທົບທາງດ້ານເສດຖະກິດ-ສັງຄົມ ຈາກພະຍາດໂຄວິດ-19 ໃຫ້ໄດ້, ຈຶ່ງມີຄວາມຈໍາເປັນໃນການຟື້ນຟູກົນໄກການເຊື່ອມຈອດ-ເຊື່ອມໂຍງທີ່ຖືກຢຸດສະງັກ ເຊັ່ນ: ການວາງມາດຕະການຜ່ອນຜັນການໄປມາຫາສູ່ເຊິ່ງກັນ ແລະ ກັນ ໂດຍຮັບປະກັນການສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ໄດ້, ຮັບປະກັນໃຫ້ຕ່ອງໂສ້ການຄ້າສາມາດດໍາເນີນໄປໂດຍປົກກະຕິ, ຟື້ນຟູການສົ່ງເສີມການລົງທຶນ ແລະ ປັບລະບົບການດໍາເນີນທຸລະກິດໄປສູ່ເສດຖະກິດດີຈີຕອນໃຫ້ໄດ້.

3) ເພີ່ມທະວີການສົ່ງເສີມ ແລະ ຮ່ວມມືກັນໃນຂອບການຮ່ວມມືລະດັບພາກພື້ນ ແລະ ສາກົນ ທີ່ມີແລ້ວ ເພື່ອຟື້ນຟູເສດຖະກິດພາຍຫລັງໂຄວິດ-19. ສປປ ລາວ ມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ເປັນສ່ວນໜຶ່ງ ແລະ ໄດ້ປະ ກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການຈັດຕັ້ງປະຕິບັດຂອບການຮ່ວມມື “ໜຶ່ງແລວ ໜຶ່ງເສັ້ນທາງ”. ໜຶ່ງໃນຜົນສຳເລັດຂອງການຈັດຕັ້ງປະຕິບັດຂໍ້ລິເລີ່ມນີ້ ກໍ່ແມ່ນການເປີດນໍາໃຊ້ເສັ້ນທາງລົດໄຟ ລາວ-ຈີນ ໃນວັນທີ 3 ທັນວາ 2021. ການນໍາໃຊ້ເສັ້ນທາງລົດໄຟລາວ-ຈີນ ກໍ່ຄືແລວເສດຖະກິດ ລາວ-ຈີນ ຈະປະກອບສ່ວນອັນສໍາຄັນເຂົ້າໃນການຂະ ຫຍາຍການຮ່ວມມືໃນລະດັບພາກພື້ນ ແລະ ອະນຸພາກພື້ນກໍ່ຄືປະກອບສ່ວນເຂົ້າໃນການແກ້ໄຂຜົນກະທົບຂອງພະ ຍາດໂຄວິດ-19 ໃນໄລຍະຍາວ. ອັນນີ້ຈະເປັນການຕອບສະໜອງ ໃຫ້ແກ່ການບັນລຸເປົ້າຫມາຍ ການສ້າງຕັ້ງກົນໄກການເຊື່ອມຕໍ່ ແລະ ເຊື່ອມໂຍງພາກພື້ນ ໃຫ້ເປັນຮູບປະທໍາ ກໍ່ຄື ການນໍາເອົາຜົນປະໂຫຍດຕົວຈິງມາສູ່ພາກພື້ນນີ້.

ເວທີປຶກສາຫາລື ໂບອາວ ເພື່ອອາຊີ (Boao Forum For Asia) ໄດ້ຮັບການສ້າງຕັ້ງຂຶ້ນໃນເດືອນກຸມພາ 2001, ມີສະຖານທີ່ຈັດກອງປະຊຸມແບບຖາວອນຢູ່ເມືອງໂບອາວ, ແຂວງຫາຍໜານ, ສປ ຈີນ ເຊິ່ງເປັນເວທີປຶກສາຫາລືທີ່ສຳຄັນ, ສ້າງໂອກາດໃຫ້ແກ່ພາກລັດ, ເອກະຊົນ ແລະ ຊ່ຽວຊານ ໄດ້ປຶກສາຫາລືກັນກ່ຽວກັບບັນຫາເສດຖະກິດ, ສັງຄົມ, ສະພາບແວດລ້ອມ ແລະ ບັນຫາອື່ນໆ. ແຕ່ລະປີມີປະມຸກລັດ, ຫົວຫນ້າລັດຖະບານ, ເຈົ້າໜ້າທີ່ຂັ້ນສູງຈາກອົງການຈັດຕັ້ງສາກົນ, ຊ່ຽວຊານ ແລະ ນັກທຸລະກິດຈາກປະເທດກ່ຽວຂ້ອງ ເຂົ້າຮ່ວມເປັນຈຳນວນຫລວງຫລາຍ. ສຳລັບ ສປປ ລາວ ແມ່ນໄດ້ໃຫ້ຄວາມສຳຄັນເວທີປຶກສາຫາລືດັ່ງກ່າວ ແລະ ໄດ້ສົ່ງຄະນະຜູ້ແທນຂັ້ນສູງເຂົ້າຮ່ວມເປັນປົກກະຕິ ທັງກອງປະຊຸມແບບເຊິ່ງໜ້າ ແລະ ກອງປະຊຸມທາງໄກ.

ແຫຼ່ງຂໍ້ມູນຈາກ: ກະຊວງການຕ່າງປະເທດ

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...