Homeຂ່າວຕ່າງປະເທດໄທສົ່ງຜູ້ລີ້ໄພຊາວມຽນມາກັບຄືນປະເທດ

ໄທສົ່ງຜູ້ລີ້ໄພຊາວມຽນມາກັບຄືນປະເທດ

Published on

ສໍານັກຂ່າວ ເອພີ ລາຍງານວ່າ ຍິງສາວຈາກມຽນມາ ແລະ ຄອບຄົວຂອງລາວ ປັດຈຸບັນອາໄສຢູ່ທ່າມກາງທົ່ງຫຍ້າສູງແຄມແມ່ນ້ຳບໍລິເວນຊາຍແດນໄທ ເຊິ່ງຄອບຄົວນີ້ຕິດກັບດັກໃນເຂດຊາຍແດນລະຫວ່າງ “ປະເທດທີ່ບໍ່ຕ້ອງການພວກເຂົາ” ແລະ “ປະເທດທີ່ມີທະຫານຕ້ອງການຈະຂ້າພວກເຂົາ.” ເຊັ່ນດຽວກັນກັບຄົນອື່ນໆຫຼາຍພັນຄົນ ທີ່ພາກັນຫລົບໜີຈາກຄວາມຮຸນແຮງທີ່ເພີ່ມທະວີຂຶ້ນ ຫລັງຈາກການຍຶດຄອງຂອງທະຫານໃນມຽນມາ.

ຈາກການລາຍງານກ່າວວ່າ ນາງ ເຮ ໄດ້ອອກຈາກໝູ່ບ້ານເພື່ອໄປລີ້ໄພຢູ່ປະເທດໄທໃນເດືອນກຸມພາທີ່ຜ່ານມາ, ໂດຍ ເຮ ກ່າວວ່າ ການກັບຄືນໄປມຽນມາອາດເຮັດໃຫ້ລາວ ແລະ ຄອບຄົວຕົກຢູ່ໃນຄວາມສ່ຽງຕໍ່ການເສຍຊີວິດ. ແຕ່ໄທເປັນຫ່ວງກ່ຽວກັບຄວາມສໍາພັນກັບລັດຖະບານທະຫານມຽນມາວ່າອາດຈະໄດ້ຮັບຜົນກະທົບ. ເລີຍບອກໃຫ້ພວກເຂົາກັບບ້ານ.

ເຮ ຜູ້ທີ່ອາໄສຢູ່ເຕັ້ນລຽບຕາມແມ່ນ້ຳເມີຍ (Moei) ກ່າວວ່າ “ເມື່ອພວກເຂົາບອກພວກເຮົາກັບບ້ານ ພວກເຮົາໄດ້ຮ້ອງໄຫ້ ແລະ ອະທິບາຍວ່າ ເປັນຫຍັງພວກເຮົາຈຶ່ງບໍ່ສາມາດກັບບ້ານໄດ້.” ເຮ ກ່າວຕື່ມວ່າ, “ບາງຄັ້ງພວກເຮົາຂ້າມແມ່ນ້ຳກັບຄືນໄປມຽນມາ ແຕ່ພວກເຮົາບໍ່ກັບຄືນໄປໝູ່ບ້ານຂອງພວກເຮົາແນ່ນອນ.”

ສໍານັກຂ່າວ ເອພີ ໄດ້ອ້າງເອົາຂໍ້ມູນຈາກການສໍາພາດຜູ້ລີ້ໄພ ກຸ່ມໃຫ້ຄວາມຊ່ວຍເຫຼືອ ແລະ ລັດຖະບານໄທວ່າ ເຖິງແມ່ນວ່າກົດໝາຍຜູ້ລີ້ໄພລະຫວ່າງປະເທດທີ່ອາດເປັນອັນຕະລາຍຕໍ່ຊີວິດຂອງຜູ້ລີ້ໄພເຫຼົ່ານີ້. ແຕ່ໄທກໍ່ຍັງສືບຕໍ່ສົ່ງຜູ້ລີ້ໄພສົງຄາມຫຼາຍພັນຄົນກັບຄືນປະເທດມຽນມາ ແລະ ມັນໄດ້ສົ່ງຜົນໃຫ້ ເຮ ແລະ ຊາວອົບພະຍົບມຽນມາຄົນອື່ນໆ ໄດ້ຫລັ່ງໄຫລໄປມາລະຫວ່າງສອງຝັ່ງແມ່ນ້ຳ ໃນຂະນະທີ່ສົງຄາມຢູ່ບ້ານເກີດຂອງຕົນຂຶ້ນຮ້າຍແຮງ ແລະ ຜ່ອນຄາຍສະຫຼັບກັນໄປມາ.

ຈາກລາຍງານກ່າວວ່າ, ປະເທດໄທບໍ່ໄດ້ເຂົ້າຮ່ວມລົງນາມໃນສົນທິສັນຍາວ່າດ້ວຍສະຖານະການຜູ້ລີ້ໄພຂອງສະຫະປະຊາຊາດ ເຊິ່ງໄດ້ຢັ້ງຢືນວ່າ ຜູ້ລີ້ໄພກັບຄືນໄປມຽນມາດ້ວຍຄວາມສະຫມັກໃຈ. ນອກນີ້ຍັງໄດ້ຢັ້ງຢືນວ່າ ໄທປະຕິບັດຕາມກົດໝາຍວ່າດ້ວຍຫຼັກຖານການຫ້າມຜັກດັນໄປປະເຊີນໜ້າກັບໄພອັນຕະລາຍ ເຊິ່ງກໍານົດວ່າປະຊາຊົນຈະຕ້ອງບໍ່ຖືກສົ່ງໄປຫາປະເທດທີ່ເຂົາເຈົ້າອາດຈະປະເຊີນກັບການລົງໂທດ ຫຼື ອັນຕະລາຍ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...