spot_img
Homeຂ່າວຕ່າງປະເທດຢີ່ປຸ່ນ​ຈະ​ຢຸດຕິ​ການ​ນຳ​ເຂົ້າ​ຖ່ານ​ຫີນ​ຂອງຣັດ​ເຊຍ​

ຢີ່ປຸ່ນ​ຈະ​ຢຸດຕິ​ການ​ນຳ​ເຂົ້າ​ຖ່ານ​ຫີນ​ຂອງຣັດ​ເຊຍ​

Published on

ທ່ານ ຟູມິໂອະ ຄິຊິດະ ນາຍົກລັດຖະມົນຕີກະຊວງອຸດສາຫະກໍາຢີ່ປຸ່ນໄດ້ເປີດເຜີຍ​​ວ່າ ຢີ່ປຸ່ນ​ຈະ​ຫຼຸດຜ່ອນ​ການ​ນຳ​ເຂົ້າ​ຖ່ານ​ຫີນ​ຈາກຣັດ​ເຊຍ.

ການ​ຕັດສິນ​ໃຈ​ດັ່ງກ່າວ​ແມ່ນ​ສ່ວນ​ໜຶ່ງ​ຂອງ​ການ​ຂວ້ຳບາດຣັດ​ເຊຍ​ຮ່ວມກັບປະເທດອື່ນໃນກຸ່ມ G7 (ກຸ່ມປະເທດອຸດສະຫະກໍາຊັ້ນນໍາ 7 ປະເທດ) ເພື່ອຕອບໂຕ້ຣັດເຊຍໃນການໂຈມຕີຢູເຄຣນ.​ ​ແຕ່​ປະ​ເທດ​ທີ່​ຂາດແຄນ​ດ້ານ​ຊັບພະຍາກອນ​ໃນ​ປັດຈຸ​ບັນ​ກໍາລັງປະ​ເຊີນ​ໜ້າ​ກັບ​ຄວາມ​ທ້າ​ທາຍ​ໃນ​ການ​ຊອກ​ຫາ​ແຫຼ່ງຊັບພະຍາກອນ​ທາງ​ເລືອກ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ພະລັງງານ​ພາຍ​ໃນ​ປະ​ເທດ.

“ຢີ່ປຸ່ນຈະຫ້າມການນໍາເຂົ້າຖ່ານຫີນຂອງຣັດເຊຍ,” ຄິຊິດະ ກ່າວ. “ພວກເຮົາຈະຄ່ອຍໆຫຼຸດປະລິມານການນໍາເຂົ້າຖ່ານຫີນ ໂດຍຮັບປະກັນວ່າຈະຈັດຫາແຫຼ່ງຊັບພະຍາກອນທາງເລືອກອື່ນໂດຍໄວ.”

ທ່ານ ຄິຊິດະ ກ່າວ​ວ່າ ຍິ​ປຸ່ນ​ຈະ​ດຳ​ເນີນ​ການຕາມ​ຄຳ​ໝັ້ນ​ສັນ​ຍາ​ຂອງກຸ່ມ G7 ເພື່ອ​ເລັ່ງ​ລັດ​ແຜນ​ການ​ຫຼຸດ​ຜ່ອນ​ການ​ເພິ່ງ​ພາ​ອາ​ໄສ​ພະ​ລັງ​ງານ​ຂອງ​ຣັດ​ເຊຍ, ທ່ານກ່າວ​ຕື່ມ​ວ່າ ນ້ຳ​ມັນ​ດິບ​ກໍ່ຈະຖືກ​ລວມ​ເຂົ້າ​ນຳເຊັ່ນກັນ.

ຖ່ານຫີນຂອງຣັດເຊຍມີເຖິງ 13% ຂອງຈຳນວນທັງໝົດທີ່ໃຊ້ໃນການຜະລິດກະແສໄຟຟ້າໃນປະເທດຢີ່ປຸ່ນ. ສຽງຮຽກຮ້ອງຂອງນານາປະເທດ​ທີ່​ເກີດ​ຈາກ​ຮູບ​ພາບ​ຂອງ​ພົນລະ​ເຮືອນ​ທີ່​ເສຍ​ຊີວິດ​ຢູ່​ຕາມ​ຖະໜົນ​ຫົນທາງ​ໃນ​ຢູ​ເຄຣນ ປາກົດ​ວ່າ​ໄດ້​ປ່ຽນ​ຈຸດຢືນ​ຂອງ​ຍິປຸ່ນ​ຕໍ່​ການ​ຂວ້າມບາດ​ທີ່​ແນ​ໃສ່​ພະລັງງານຂອງຣັດ​ເຊຍ.

ເນື່ອງຈາກໂຮງ​ໄຟຟ້າ​ນິວ​ເຄຍ​ຂອງຢີ່​ປຸ່ນ​ສ່ວນ​ໃຫຍ່ໄດ້​ອອຟໄລນ໌​ຕັ້ງ​ແຕ່​ເກີດໄພ​ພິບັດ ຟຸກຸຊິມະ ໄດອິຈິ ໃນປີ 2011, ພະລັງງານ​ຄວາມ​ຮ້ອນ​ຈາກ​ຖ່ານ​ຫີນ​ເປັນ​ໜຶ່ງ​ໃນ​ແຫຼ່ງໄຟຟ້າ​ຫຼັກ. ອົດສະຕາລີອາດຈະເປັນໜຶ່ງໃນແຫຼ່ງຖ່ານຫີນທາງເລືອກເພື່ອທົດແທນການນໍາເຂົ້າຈາກຣັດເຊຍສໍາລັຢີ່ປຸ່ນ ເຊິ່ງອາໄສຖ່ານຫີນເກືອບທັງໝົດຈາກຕ່າງປະເທດ.

​ເຖິງ​ແມ່ນວ່າ​ຈະ​ມີ​ຄວາມ​ກົດ​ດັນ ​ແລະ ​ ​ການ​ຂວ້ຳບາດ​ຈາກ​ບັນດາ​ປະ​ເທດ​ມະຫາ​ອຳນາດ​ໃຫຍ່ກໍຕາມ ​ແຕ່ຣັດ​ເຊຍຍັງຄົງ​ສືບ​ຕໍ່​ບຸກ​ໂຈມ​ຕີ​ຢູ​ເຄຣນຕໍ່ໄປນັບຕັ້ງ​ແຕ່​ວັນ​ທີ 24 ເດືອນກຸມພາ.

ການ​ປະກາດດັ່ງກ່າວ​ຂອງ​ຢີ່ປຸ່ນ​ທີ່​ມີ​ຂຶ້ນ​ພຽງແຕ່ 1 ​ມື້ ​ຫລັງ​ຈາກ​ບັນດາ​ລັດຖະມົນຕີ​​ຕ່າງປະ​ເທດ​ຈາກ​ກຸ່ມ G7 ຂອງ​ອັງກິດ, ກາ​ນາ​ດາ, ​ເຢຍລະ​ມັນ, ຝຣັ່ງ, ອີ​ຕາ​ລີ, ຢີ່ປຸ່ນ ​ແລະ ອາ​ເມ​ລຣິ​ກາ ​ລວມທັງສະຫະພາບ​ເອີ​ຣົບ​ໄດ້​ປະນາມ​ຣັດ​ເຊຍ​ຢ່າງ​ຮຸນ​ແຮງ​ຕໍ່​ການ​ກະທຳ​ທີ່ “​ໂຫດຮ້າຍ​” ​ໃນຢູເຄຣນ ແລະ ເຫັນພ້ອມກັນທີ່ຈະ “ສະໜັບສະໜູນ ແລະ ເພີ່ມແຮງກົດດັນຕໍ່ຣັດເຊຍ ໂດຍການບັງຄັບໃຊ້ມາດຕະການຈໍາກັດເພີ່ມເຕີມຮ່ວມກັນ” ເວັ້ນເສຍແຕ່ວ່າຣັດເຊຍຈະຢຸດຕິການໂຈມຕີຢູເຄຣນ.

ອ້າງອີງຈາກ: KYODO NEWS

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...