Homeຂ່າວຕ່າງປະເທດການຟື້ນຟູເສດຖະກິດຢູ່ພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ປະເຊີນຄວາມສ່ຽງທີ່ມາຈາກ ສົງຄາມໃນຢູເຄຣໜ

ການຟື້ນຟູເສດຖະກິດຢູ່ພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ປະເຊີນຄວາມສ່ຽງທີ່ມາຈາກ ສົງຄາມໃນຢູເຄຣໜ

Published on

ການ​ຟື້ນ​ຟູ​ເສດ​ຖະ​ກິດ​ຢູ່​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ ແລະ ປາ​ຊີ​ຟິກ ປະເຊີນຄວາມ​ສ່ຽງທີ່​ມາ​ຈາກ ສົງ​ຄາມ​ໃນ​​ຢູ​ເຄ​ຣນ, ​ການຮັດ​ແໜ້ນ​ນະ​ໂຍ​ບາຍ​ດ້ານ​ການ​ເງິນ​ຂອງ ສະ​ຫະ​ລັດ​ອາ​ເມ​ຣິ​ກາ ແລະ ການ​ເຕີບ​ໂຕ​ເສດ​ຖະ​ກິດ​ທີ່​ຊ້າ​ລົງ​ຢູ່ ສ​ປ ຈີນ ການ​ປະ​ຕິ​ຮູບ​ດ້ານ​ການ​ເງິນ ແລະ ດ້ານ​ການ​ຄ້າ ຈະ​ຊ່ວຍເພີ່ມ​ຄວາມ​ສາມາດປັບຕົວໄດ້

ວໍຊິງ​ຕັນ, 4 ເມ​ສາ 2022 , ທະ​ນາ​ຄານ​ໂລກ ໄດ້​ກ່າວ​ໃນ​ວັນ​ຈັນ​ຜ່ານ​ມາ​ນີ້​ວ່າ: ສົງ​ຄາມ​ໃນ ​ຢູ​ເຄ​ຣນ ເປັນ​ໄພ​ຂົ່ມ​​ຂູ່ ຕໍ່​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ຂອງ​ບັນ​ດາ​ປະ​ເທດ​ທີ່​ກຳ​ລັງ​ພັດ​ທະ​ນາ​ຢູ່ ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ ແລະ ປາ​ຊີ​ຟິກ (EAP). ນອກ​ຈາກ​ຜົນ​ກະ​ທົບ​ຂອງ​ສົງ​ຄາມ​ດັ່ງ​ກ່າວ ກໍ​ຍັງ​ມີຂໍ້​ຫຍຸ້ງ​ຍາກ​ທາງດ້ານ​ເສດ​ຖະ​ກິດ​ ທີ່​ເກີດ​ຈາກ​ການ​ລະ​ບາດ​ຂອງ​ພະ​ຍາດໂຄວິດ-19 ທີ່​ແກ່​ຍາວ, ການ​ຮັດ​ແໜ້ນ​ນະ​ໂຍ​ບາຍ​ທາງດ້ານ​ການ​ເງິນ​ຂອງສະ​ຫະລັດ​ອາ​ເມ​ຣິ​ກາ ແລະ ການ​ລະ​ບາດ​ຮອບ​ໃໝ່​ຢູ່ ສ​ປ ຈີນ ທີ່​ມີ​ນະ​ໂຍ​ບາຍ​ການ​ຄວບ​ຄຸມ​ໂຄວິດ​ໃຫ້​ເທົ່າສູນ.

ບົດ​ລາຍ​ງານ​ຄວາມ​ຄືບ​ໜ້າ​ດ້ານ​ເສດ​ຖະ​ກິດ​ຢູ່​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ ແລະ ປາ​ຊີ​ຟິກ​ຂອງ​ທະ​ນາ​ຄານ​ໂລກ: ການ​ຜ່ານ​ຜ່າ​ລົມ​ພາ​ຍຸ ຊີ້​ແຈງ​ໃຫ້​ຮູ້​ວ່າ: ຜົນ​ກະ​ທົບ​ອັນໃຫຍ່ຫຼວງ​ຈາກສົງ​ຄາມ​ໃນ​ຢູ​ເຄ​ຣນ ແລະ ມາດ​ຕະ​ການ​ລົງ​ໂທດ​ຕໍ່ຣັດ​ເຊຍ​ນັ້ນ ໄດ້​ລົບ​ກວນ​ການ​ສະ​ໜອງ​ສິນ​ຄ້າ, ເພີ່ມ​ຂໍ້​ຫຍຸ້ງ​ຍາກ​ໃຫ້​​ລະ​ບົບການ​ເງິນ​ທີ່ບອບ​ບາງ​ຢູ່​ແລ້ວ, ແລະ ຖ່ວງ​ດຶງ​ການ​ເຕີບ​ໂຕ​ດ້ານ​ເສ​ດຖະ​ກິດ​ໃນ​ໂລກ​ໃຫ້​ທົດ​ຖອຍ​ລົງ​ໄປ​ຕື່ມ.

ສຳລັບບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ​ທີ່ເປັນ​ປະ​ເທດ​ນຳ​ເຂົ້າ​ນ້ຳ​ມັນ​ເຊື້ອ​ໄຟ​ລາຍ​ໃຫຍ່ ເຊັ່ນ: ມົງ​ໂກ​ລີ ແລະ ໄທ ແລະ ປະ​ເທດ​ນຳ​ເຂົ້າ​ອາ​ຫານ​ລາຍ​ໃຫຍ່ ເຊັ່ນ: ເກາະ​ປາ​ຊີ​ຟິກ ສະແດງ​​ໃຫ້ເຫັນ​ວ່າ: ລາຍ​ໄດ້​ຕົວ​ຈິງ​ໄດ້​ຫຼຸດ​ລົງ.

ສຳລັບບັນ​ດາ​ປະ​ເທດ​ທີ່​ມີ​ໜີ້​ສິນຫຼວງຫຼາຍ ເຊັ່ນ: ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ ລາວ ແລະ ມົງ​ໂກ​ລີ ແລະ ​ປະ​ເທດເອື່ອຍ​ອີງ​ໃສ່​ການ​ສົ່ງ​ອອກ​ໃນ​ລະ​ດັບ​ສູງ ເຊັ່ນ: ມາ​ເລ​ເຊຍ ແລະ ສ​ສ ຫວຽດ​ນາມ ແມ່ນ​ມີ​ຄວາມບອບ​ບາງ​ຈາກ​ຜົນ​ກະ​ທົບ​ດ້ານ​ການ​ເງິນ​ໂລກ ແລະ ຜົນ​ກະ​ທົບ​ຕໍ່​ການ​ເຕີບ​ໂຕ​​ຂອງ​ເສດ​ຖະ​ກິດໂລກ.

ທ່ານ ມາ​ນູ​ແອ​ລາ ວີ ແຟ​ໂຣ (Manuela V. Ferro) ຮອງ​ປະ​ທານ​ຂອງ​ທະ​ນາ​ຄານ​ໂລກ ປະ​ຈຳ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ ແລະ ປາ​ຊີ​ຟິກ ໄດ້​ກ່າວ​ວ່າ: “ໃນ​ຂະ​ນະ​ທີ່​ເສດ​ຖະ​ກິດ​ ຂອງ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ ແລະ ປາ​ຊີ​ຟິກ ພວມ​ຟື້ນ​ຕົວ​ຈາກ ຜົນ​ກະ​ທົບ​ຂອງ​ການ​ລະ​ບາດ​ພະ​ຍາດ​ໂຄວິດ, ສົງ​ຄາມ​ໃນ​ຢູ​ເຄ​ຣນ ຊ້ຳ​​ພັດມາ​ຖ່ວງ​ດຶງ​ຄືນຈັງ​ຫວະ​ຂອງ​ການ​ເຕີບ​ໂຕທີ່​​ພວມຟື້ນໂຕ ​ດັ່ງ​ກ່າວ. ຖານ​ເສດ​ຖະ​ກິດ ແລະ ນະ​ໂຍ​ບາຍ​ທີ່​ໜັກ​ແໜ້ນ​ຂອງ ພາກ​ພື້ນ​ນີ້ ຈະ​ຊ່ວຍ ໃຫ້​ປະ​ເທດ​ສ່ວນ​ໃຫຍ່ ຜ່ານ​ຜ່າ​ລົມ​ພະ​ຍຸ​ເຫຼົ່າ​ນີ້ໄດ້.”

ໃນ​ຂະ​ນະ​ທີ່​ປະ​ເທດ ​ທີ່​ຜະ​ລິດ​ສິນ​ຄ້າ ແລະ ມີ​ນະ​ໂຍ​ບາຍ​ການ​ເງິນ​ທີ່​ຮອບ​ຄອບ​ນັ້ນ ອາດ​ມີ​ຄວາມ​ພ້ອມ​ໃນ​ການ​ຟື້ນ​ຕົວ ຜ່ານ​ຜ່າ​ຜົນ​ກະ​ທົບ​ເຫຼົ່າ​ນີ້, ແຕ່​ວ່າ ຜົນ​ກະ​ທົບ​ຈາກ​ເຫດ​ການ​ເຫຼົ່າ​ນີ້ ຈະຫຼຸດ​ຜ່ອນ​ການ​ເຕີບ​ໂຕ​ທີ່​ຄາດ​ການ​ໄວ້​ສຳ​ລັບ ​ປະ​ເທດ​ສ່ວນ​ໃຫຍ່​ໃນ​ພາກ​ພື້ນ.

ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ໂດຍ​ລວມ ແມ່ນ​ຄາດ​ວ່າ​ຈະ​ຊະ​ລໍ​ລົງ ເປັນ 5 ສ່ວນ​ຮ້ອຍ​ໃນ​ປີ 2022— ຫລຸດ​ລົງ 0.4 ຈຸດສ່ວນ​ຮ້ອຍ ຈາກ​ທີ່​ຄາດ​ຄະ​ເນ​ໄວ້​ໃນ​ເດືອນ​ຕຸ​ລາ. ຖ້າ​ສະ​ພາບ​ການ​ໃນ​ໂລກ​ຫາກ​ຕົກ​ຕ່ຳ​ລົງ ແລະ ນະ​ໂຍ​ບາຍ​ຮັບ​ມື​ຂອງ​ປະ​ເທດ​ຫາກ​ບໍ່​ເຂັ້ມ​ແຂງ, ການ​ເຕີບ​ໂຕ​ ອາດ​ຈະ​ຊ້າ​ລົງ​ເປັນ 4 ສ່ວນ​ຮ້ອຍ. ​ຄາດ​ຄະ​ເນ​ວ່າ, ສ​ປ ຈີນ ເຊິ່ງກວມ​ເອົາ 86 ສ່ວ​ນ​ຮ້ອຍ​ຂອງ​ຜົນ​ຜະ​ລິດ​ໃນພາກ​ພື້ນ, ຈະເຕີບ​ໂຕ 5 ສ່ວນ​ຮ້ອຍ ໂດຍພື້ນຖານ ແລະ 4 ສ່ວນ​ຮ້ອຍ​ໃນ​ກໍ​ລະ​ນີ​ສົມ​ມຸດ​ຖານ​ທີ່​ເງື່ອນ​ໄຂ​ບໍ່​ເອື້ອ​ອຳ​ນວຍ.

ຜົນ​ຜະ​ລິດ​ໃນ​ປະ​ເທດ​ອື່ນໆ​ຂອງ​ພາກ​ພື້ນ ຄາດ​ວ່າ​ຈະ​ຂະ​ຫຍາຍ​ເປັນ 4.8 ໂດຍ​ພື້ນ​ຖານ ແລະ 4.2 ສ່ວນ​ຮ້ອຍ​ໃນ​ກໍ​ລະ​ນີ​ສົມ​ມຸດ​ຖານ​ທີ່​ເງື່ອນ​ໄຂ​ບໍ່​ເອື້ອ​ອຳ​ນວຍ. ໃນ​ກໍ​ລະ​ນີ​ສົມ​ມຸດ​ຖານ​ທີ່​ເງື່ອນ​ໄຂ​ບໍ່​ເອື້ອ​ອຳ​ນວຍນັ້ນ ແມ່ນ​ຈະສົ່ງ​ຜົນ​ໃຫ້​ມີອີກ 6 ລ້ານ​ຄົນ​ ​ເພີ່ມ​ຕື່ມ​ໃນ​ພາກ​ພື້ນ ທີ່​ຈະ​ຍັງ​ຕິດ​ຢູ່​ໃນ​ສະ​ພາບ​ທຸກ​ຍາກ​ໃນ​ປີ 2022 ໃນລາຍ​ໄດ້​ເສັ້ນ​ຄວາມ​ທຸກ​ຍາກ US$5.50/ວັນ.

ສົງ​ຄາມ, ນະ​ໂຍ​ບາຍ​ດ້ານ​ການ​ເງິນ​ທີ່​ຮັດ​ແໜ້ນ​ຂຶ້ນ ແລະ ຈັງ​ຫວະ​ການ​ເຕີບ​ໂຕ​ທີ່​ຊ້າ​ລົງ​ຂອງ ສ​ປ ຈີນ ມີ​ແນວ​ໂນ້ມ​ທີ່​ຈະ ທະ​ວີ​ຄູນ ຄວາມ​ຫຍຸ້ງ​ຍາກ​ທີ່​ມີ​ຢູ່​ແລ້ວ​ຍ້ອນການ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ. ຫົວ​ໜ່ວຍ​ທຸ​ລະ​ກິດ​ໃນ​ພາກ​ພື້ນ​ທີ່​ຕໍ່​ສູ້​ກັບ​ຄວາມ​ຫຍຸ້ງ​ຍາກ ເຊິ່ງ​ໃນ​ນັ້ນມີ 50 ສ່ວນ​ຮ້ອຍ​ທີ່​ໄດ້​ລາ​ຍ​ງານ​ການ​ຄ້າງ​ຊຳ​ລະ​ໃນ​ປີ 2021 ກໍ​ຈະ​ໄດ້​ຮັບ​ຜົນ​ກະ​ທົບ​​ດ້ານ​ຕ່ອງໂສ້ການ​ສະ​ໜອງ ແລະ ດ້ານ​ຄວາມ​ຕ້ອງ​ການອີກຮອບໃຫມ່. ບັນ​ດາ​ຄົວ​ເຮືອນ ເຊິ່ງ​ສ່ວນ​ໃຫຍ່​ໄດ້​ກັບ​ໄປ​ສູ່​ສະ​ພາບ​ທຸກ​ຍາກ​ໃນ​ໄລ​ຍະ​ການ​ລະ​ບາດ​ຂອງ​ພະ​ຍາດ ກໍ​ຈະ​ເຫັນ​ລາຍ​ໄດ້​ຕົວ​ຈິງ​ນັ້ນ ຫລຸດ​ໜ້ອຍ​ຖອຍ​ລົງ​ຍ້ອນ ລາ​ຄາ​ຕ່າງໆ​ທີ່​ເພີ່ມ​ຂຶ້ນ​ຢ່າງວ່ອງ​ໄວ. ລັດ​ຖະ​ບານ​ທີິ່​ມີ​ໜີ້​ສິນ ເພີ່ມ​ຂຶ້ນ 10 ສ່ວນ​ຮ້ອຍ​ຂອງ GDP ຕັ້ງ​ແຕ່​ປີ 2019 ເປັນ​ຕົ້ນ​ມາ ກໍ​ຈະ​ມີ​ຄວາມ​ຫຍຸ້ງ​ຍາກ​ໃນ​ການ​ສະ​ໜັບ​ສະ​ໜູນ​ເສດ​ຖະ​ກິດ​ຂອງ​ຕົນ.

ອັດ​ຕາ​ເງິນ​ເຟີ້​ ທີ່​ເພີ່ມ​ຂຶ້ນ ຢ່າງ​ຕ່ຳ 1 ສ່ວນ​ຮ້ອຍ ສົມ​ທຽບ​ໃສ່​ການ​ຄາດ​ຄະ​ເນ​ກ່ອນ​ໜ້າ​ນີ້ ຍ້ອນ ຜົນ​ກະ​ທົບ​ຈາກ ລາ​ຄາ​ນ້ຳ​ມັນ​ທີ່​ເພີ່ມ​ຂຶ້ນ​ຢ່າງ​ດຽວ ກໍ​ຈະ ຫລຸດ​ແນວ​ທາງ​ໃນ​ການ​ຜ່ອນ​ຄາຍ​ນະ​ໂຍ​ບາຍ​ດ້ານ​ເງິນ​ຕາ.

ທ່ານ ອາ​ດິ​ຕາ​ຢາ ມາ​ຕູ ຫົວ​ໜ້ານັກ​ເສດ​ຖະ​ສາດຂອງ​ທະ​ນາ​ຄານ​ໂລກ​ປະ​ຈຳ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ ແລະ ປາ​ຊີ​ຟິກ ໄດ້​ກ່າວ​ວ່າ: “ຜົນ​ກະ​ທົບ​ທີ່​ຕໍ່​ເນື່ອງ​ແກ່​ຍາວໝາຍ​ເຖິງ ຜົນ​ກະ​ທົບ​ດ້ານ​ເສດ​ຖະ​ກິດ​​ທີ່​ນັບ​ມື້​ເພີ່ມ​ຂຶ້ນ​ທີ່​ປະ​ຊາ​ຊົນ​ ຈະ​ຕ້ອງ​ພົບ​ພໍ້​ຮັບ​ມື ກັບ ກຳ​ລັງ​ດ້ານ​ການ​ເງິນ​ທີ່​ທົດ​ຖອຍ​ໜ້ອຍ​ລົງ​ຂອງ​ລັດ​ຖະ​ບານ​ຂອງ​ປະເທດເຂົາ​ເຈົ້າ​ເອງ. ການ​ປະ​ຕິຮູບ​ດ້ານ​ການ​ເງິນ ແລະ ດ້ານ​ການ​ຄ້າ ຈະ​ສາ​ມາດ​ຫລຸດ​ຜ່ອນ​ຄວາມ​ສ່ຽງ ແລະ ຟື້ນ​ຟູ​ການ​ເຕີບ​ໂຕ ກໍ​ຄື ການຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ.”

ບົດ​ລາຍ​ງານ ແນະ​ນຳ ຂໍ້​ປະ​ຕິ​ບັດ​ດ້ານ​ນະ​ໂຍ​ບາຍ 4 ປະ​ເພດ ແທນ​ທີ່ໆ​ຈະ​ຄວບ​ຄຸມ​ລາ​ຄາ ແລະ ໃຫ້ການ​ຊ່ວຍ​ເຫຼືອ​ແບບ​ບໍ່​ມີ​ການ​ເລືອກ​ເຟັ້ນ, ການ​ຊ່ວຍ​ເຫຼືອ​ຄົວ​ເຮືອນ ແລະ ຫົວ​ໜ່ວຍ​ທຸ​ລະ​ກິດ​ແບບ​ມີ​ເປົ້າ​ໝາຍ ຈະ​ຈຳ​ກັດ​ຄວາມ​ເສຍ​ຫາຍ ຈາກ​ຜົນ​ກະ​ທົບ​ຕ່າງໆ ແລະ ສ້າງ​ພື້ນ​ທີ່ ​ສຳ​ລັບ​ການ​ລົງ​ທຶນ​ທີ່​ຍົກ​ສູງ​ການ​ເຕີບ​ໂຕ. ການທົດສອບຄວາມສາມາດຂອງສະຖາບັນການເງິນໃນການຮັບມືກັບຜົນກະທົບທີ່ບໍ່ຄາດຄິດ ຈະຊ່ວຍໃຫ້ເຫັນຄວາມສ່ຽງທີ່ບົ່ມຊ້ອນໃນບັນດາສະຖາບັນດັ່ງກ່າວ ຈາກການປະຕິບັດນະໂຍບາຍຜ່ອນຜັນດ້ານສິນເຊື່ອ ແລະ ການໂຍະຍານມາດຕະຖານອື່ນໆທີ່ຜູ້ວາງນະໂຍບາຍໄດ້ກຳນົດໃຫ້ປະຕິບັດໃນຊ່ວງເວລາທີ່ ພະຍາດໂຄວິດແຜ່ລະບາດ.

ການ​ປະ​ຕິ​ຮູບ​ນະ​ໂຍ​ບາຍ​ດ້ານ​ການ​ຄ້າ​ສິນ​ຄ້າ ແລະ ການ​ບໍ​ລິ​ການ​ທີ່​ຍັງ​ມີ​ການ​ຄວບ​ຄຸມ ຈະ​ຊ່ວຍ​ໃຫ້​ປະ​ເທດໝູນ​ໃຊ້​ໂອ​ກາດ​ເພື່ອ​ໃຫ້​ເກີດ​ປະ​ໂຫຍດ​ຈາກທິດ​ທາງ​ການ​ປ່ຽນ​ແປງ​ຂອງ​ການ​ຄ້າ​ໃນ​ໂລກ. ການ​ປັບ​ປຸງ​ສີ​ມື​ທັກ​ສະ ແລະ ຍົກ​ສູງ​ການ​ແຂ່ງ​ຂັນ ຈະ​ຊ່ວຍ​ສ້າງ​ຄວາມ​ອາດ​ສາ​ມາດ​ ແລະ ນະ​ໂຍ​ບາຍ​ໃຫ້​ເຂັ້ມ​ແຂງ​ຂຶ້ນ ໃນ​ການຮອງ​ຮັບ​​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ດີ​ຈີ​ຕອນ​ໃໝ່ໆ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...