Homeຂ່າວຕ່າງປະເທດນັກວິທະຍາສາດເປີດເຜີຍ ການຖອດລະຫັດຈີໂນມມະນຸດທີ່ສົມບູນເປັນຄັ້ງທໍາອິດ

ນັກວິທະຍາສາດເປີດເຜີຍ ການຖອດລະຫັດຈີໂນມມະນຸດທີ່ສົມບູນເປັນຄັ້ງທໍາອິດ

Published on

ສໍານັກຂ່າວຣອຍເຕີລາຍງານ ໃນວັນທີ 1 ເມສາ ໃຫ້ຮູ້ວ່າ: ທີມນັກວິທະຍາສາດຈາກສະຖາບັນວິໄຈຈີໂນມມະນຸດແຫ່ງຊາດຂອງສະຫະລັດອາເມຣິກາໄດ້ເຜີຍແຜ່ລາຍງານການຖອດລະຫັດກໍາມະພັນທັງໝົດຂອງມະນຸດ ຫຼື ຈີໂນມ ທີ່ສົມບູນຄັ້ງທໍາອິດໃນວາລະສານວິທະຍາສາດ ເຊິ່ງຊ່ວຍໃນການຄົ້ນຫາຮ່ອງຮອຍກ່ຽວກັບການກາຍພັນທີ່ກໍ່ໃຫ້ເກີດພະຍາດ ແລະ ການແປຜັນທາງກໍາມະພັນໃນປະຊາກອນຈຳນວນ 7,900 ລ້ານຄົນທົ່ວໂລກ.

ຫຼັງຈາກປີ 2003 ນັກວິໄຈໄດ້ເປີດເຜີຍລໍາດັບທີ່ສົມບູນຂອງຈີໂນມມະນຸດ, ແຕ່ຈີໂນມປະມານ 8% ຍັງບໍ່ໄດ້ຖືກຖອດລະຫັດຢ່າງສົມບູນ ສ່ວນໃຫຍ່ເປັນເພາະປະກອບດ້ວຍຊີ້ນສ່ວນຂອງດີເອັນເອທີ່ຊໍ້າກັນຫຼາຍ ເຊິ່ງຍາກຕໍ່ການຈັບຄູ່ກັບຊີ້ນສ່ວນທີ່ຍັງເຫຼືອ.\

ທ່ານ ອີຣິກ ກຣີນ ຜູ້ອໍານວຍການສະຖາບັນວິໄຈມະນຸດແຫ່ງຊາດ ກ່າວໃນຖະແຫຼງການວ່າ “ການສ້າງລໍາດັບຈີໂນມຂອງມະນຸດຢ່າງສົມບູນຖືວ່າເປັນຄວາມສໍາເລັດທາງວິທະຍາສາດທີ່ໜ້າເຫຼືອເຊື່ອ ເຊິ່ງໃຫ້ມຸມມອງທີ່ສົມບູນຄັ້ງທໍາອິດໃນພິມຂຽວດີເອັນເອ ແລະ ຂໍ້ມູນພື້ນຖານຈະຊ່ວຍສົ່ງເສີມຄວາມພະຍາຍາມໃນການທໍາຄວາມເຂົ້າໃຈຄວາມແຕກຕ່າງໃນການໃຊ້ງານຂອງຈີໂນມມະນຸດ ເຊິ່ງຊ່ວຍສະໜັບສະໜູນການສຶກສາທາງກໍາມະພັນກ່ຽວກັບພະຍາດໃນມະນຸດ.”

ທັງນີ້ທັງນັ້ນ, ຈີໂນມທີ່ສົມບູນປະກອບດ້ວຍ 3,055 ລ້ານຄູ່ເບສ໌ ເຊິ່ງເປັນຫົວໜ່ວຍທີ່ສ້າງໂຄຣໂມໂຊມ ແລະ ຢີນຂອງເຮົາ ແລະ ຢີນທີ່ເຂົ້າລະຫັດໂປຣຕີນ 19,969 ຢີນ. ໂດຍຢີນເຫຼົ່ານີ້ ນັກວິໄຈສາມາດຢືນຢັນຢີນໃໝ່ໄດ້ປະມານ 2,000 ຢີນ ເຊິ່ງສ່ວນໃຫຍ່ບໍ່ໄດ້ໃຊ້ງານ, ແຕ່ຢີນຈໍານວນ 115 ຢີນ ອາດຈະໃຊ້ງານຢູ່. ນອກຈາກນີ້ ຍັງພົບຕົວແປທາງກໍາມະພັນເພີ່ມອີກປະມານ 2 ລ້ານໂຕ, ໂດຍໂຕແປຈໍານວນ 622 ໂຕ ມີຢູ່ໃນຢີນທີ່ກ່ຽວຂອງທາງດ້ານການແພດ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...