spot_img
Homeຂ່າວພາຍ​ໃນຮູ້ເລິກກ່ຽວກັບສາຍພັນໂອໄມຄຣອນ ແລະ ວິທີປ້ອງກັນ

ຮູ້ເລິກກ່ຽວກັບສາຍພັນໂອໄມຄຣອນ ແລະ ວິທີປ້ອງກັນ

Published on

ຫຼັງ​ຈາກ​ການ​ລະ​ບາດ​ຂອງ​ພະ​ຍາດໂຄວິດ-19 ສາຍ​ພັນ​ໃຫມ່​, ທີ່ WHO ຫຼື ​ອົງ​ການ​ອະ​ນາ​ໄມ​ໂລກ​ ປະກາດຍົກລະດັບຄວາມເປັນຫ່ວງເປັນສາຍພັນໃໝ່ (Variants of Concern: VOC) ດ້ວຍລະຫັດທີ່ເອີ້ນວ່າ  B.1.1.529 ຫຼື ໂອໄມຄຣອນ (Omicron) ໄດ້ຖືກລາຍງານເປັນຄັ້ງທໍາອິດໃນ​ພາກ​ໃຕ້​ຂອງ​ອາ​ຟຣິ​ກາ​ໃຕ້​ ໃນ Botswana.

ການກາຍພັນຂອງເຊື້ອໄວຣັສ COVID-19 ນີ້ ແມ່ນເນື່ອງມາຈາກການກາຍພັນຂອງພັນທຸກໍາຫຼາຍກວ່າ 50 ກວ່າຕຳແໜ່ງເຊິ່ງ 32 ຕຳແໜ່ງເກີດຂຶ້ນກັບໂປຣຕີນທີ່ເອີ້ນກັນວ່າ Spike Protein, ເຊິ່ງເປັນໂປຣຕີນທີ່ໄວຣັສໃຊ້ເພື່ອເຂົ້າສູ່ຈຸລັງຂອງຮ່າງກາຍຂອງມະນຸດ. ເຊິ່ງພົບຫຼາຍກວ່າທຸກສາຍພັນ ແລະ ຫຼາຍກວ່າສາຍພັນເດລຕາເຖິງ 2 ເທົ່າ ນອກນີ້ຍັງມີການກາຍພັນໄດ້ຖືກພົບເຫັນຢູ່ໃນໂຕຮັບເຊື້ອໄວຣັສໃຊ້ຈັບຍຶດກັບຈຸລັງຂອງຄົນເຮົາ 10 ຕຳແໜ່ງ.

ດັ່ງນັ້ນເມື່ອມີການກາຍພັນໃນຕໍາແໜ່ງນັ້ນ ສິ່ງທີ່ຫນ້າເປັນຫ່ວງແມ່ນ:

– ເຊື້ອໄວຣັສສາມາດແຜ່ລາມໄວກວ່າສາຍພັນເດລຕາ
-ສາມາດເຂົ້າໄປໃນຮ່າງກາຍຂອງມະນຸດໄດ້ງ່າຍຂຶ້ນ
-ອາດຈະສາມາດຫຼີກຫຼ້ຽງພູມຕ້ານທານຫຼາຍຂຶ້ນ
-ມີແນວໂນ້ມທີ່ຈະຕ້ານທານກັບປະສິດທິພາບຂອງວັກຊີນ
-ຜູ້ທີ່ເຄີຍຕິດເຊື້ອ COVID-19 ມີໂອກາດທີ່ຈະຕິດຊ້ຳຈາກສາຍພັນ ໂອໄມຄຣອນ
-ຄວາມ​ຮຸນ​ແຮງ​ຂອງໂອໄມຄຣອນ ຍັງບໍ່ຈະແຈ້ງວ່າຈະເຮັດໃຫ້ເກີດການຕິດເຊື້ອຮ້າຍແຮງຂຶ້ນ.

ສຳລັບອາການຂອງໂອໄມຄຣອນ:

-ອາດຈະຮູ້ສຶກບໍ່ສະບາຍພຽງແຕ່ 1-2 ມື້.
-ດັງຍັງສາມາດຮັບກິ່ນ ລີ້ນສາມາດມີລົດຊາດໄດ້ດີ.
-ບໍ່ຄ່ອຍມີອາການໄຂ້
-ຮູ້ສຶກເມື່ອຍ ແລະ ເຈັບກ້າມຊີ້ນ
-ໄອເລັກນ້ອຍ ລະຄາຍເຄືອງຄໍ
-ອາການບໍ່ຊັດເຈນຄືກັບຊະນິດອື່ນ.
-ຜູ້ທີ່ເປັນພະຍາດເບົາຫວານ, ພະຍາດຫົວໃຈ, ຖ້າຕິດເຊື້ອອາດຈະເຮັດໃຫ້ເກີດອາການຮ້າຍແຮງ.

ສຳລັບວິທີປ້ອງກັນສາຍພັນໂອໄມຄຣອນມີດັ່ງນີ້: -ໃສ່ໜ້າກາກ ແລະ ປົກຄຸມດ້ວຍຜ້າອັດດັງ, ອອກຈາກເຮືອນເມື່ອມີຄວາມຈໍາເປັນເທົ່ານັ້ນ, ຮັກສາໄລຍະຫ່າງ 1-2 ແມັດ, ລ້າງມືດ້ວຍສະບູ ແລະເຈວແອນກໍຮໍເລື້ອຍໆ, ກວດເບິ່ງ ATK ເປັນໄລຍະເມື່ອມີຄວາມສ່ຽງ, ຫຼີກເວັ້ນການແບ່ງປັນສິ່ງຂອງກັບຜູ້ອື່ນ, ຫຼີກເວັ້ນການສໍາຜັດກັບຫນ້າກາກອະນາໄມ, ກິນອາຫານຮ້ອນປຸງສຸກ, ກຸ່ມສ່ຽງຄວນຫຼີກລ້ຽງການອອກຈາກເຮືອນ, ທຳຄວາມສະອາດ ແລະ ຂ້າເຊື້ອພື້ນຜິວສຳຜັດເລື້ອຍໆ.

ເຊິ່ງມື້ນີ້ທີມງານລາວໂພສຂໍຍົກກໍລະນີຕົວຢ່າງ ຈາກຜູ້ໃຊ້ຊື່ເຟສບຸກ Koung Phongsavath ໄດ້ໂພສວ່າ: ອັບເດດອາການຕິດເຊື້ອໂຄວິດ ສາຍພັນໂອໄມຄອນ 2-3 ມື້ທຳອິດມີອາການເຈັບຄໍ ເວລາກືນນໍ້າລາຍກໍເຈັບ (ຄ້າຍຄືເຈັບຄໍອະມິດ້ານ) ຕອນເດິກໆມີອາການໂຕຮຸ່ມໆຄືຈະເປັນໄຂ້ແຕ່ບໍ່ເປັນ ເຊິ່ງອາການນີ້ເປັນແຕ່ຄືນດຽວແຕ່ໃນຊ່ວງ 2-3 ມື້ທຳອິດ ທີ່ມີອາການ ກຸ້ງກວດແນວໃດກະບໍ່ຂຶ້ນ (ອັນກວດແບບໄວ) ເລີຍຄິດວ່າຕົວເອງພູມແພ້ຂຶ້ນຊື່ໆ ຫຼັງຈາກ 3 ມື້ທຳອິດຜ່ານໄປ ອາການເຈັບຄໍເລີ່ມດີຂຶ້ນລອງມາກວດອີກກໍຍັງຂຶ້ນ 2 ຂີດ. ແຕ່ຕອນທີ່ກວດວ່າມີເຊື້ອແລ້ວ ບໍ່ມີອາການຫຍັງໃດໆທັງນັ້ນເລີຍ.

ສຳລັບຢາທີ່ກິນເພື່ອຮັກສາປິ່ນປົວນັ້ນມີ: ໂມລາໂກເວຍMOLACOVIR , VITAMIN C 1000g , ນໍ້າ RoYal D….. 3ຢ່າງນີ້ເທົ່ານັ້ນ ກິນຢາ 3-4 ມື້ກໍເຊົາແລ້ວ ຢາກໃຫ້ທຸກຄົນບໍ່ຕ້ອງຕື່ນຕົກໃຈກັບ ໂອໄມຄອນຕິດແລ້ວອອກອາການໄວໃຫ້ເຮົາຮູ້ໂຕ ແລະ ປົວເຊົາໄວ.

ດັ່ງນັ້ນອາການໂດຍລວມເບື້ອງຕົ້ນພົບວ່າບໍ່ຮຸນແຮງສາມາດປິ່ນປົວຢູ່ເຮືອນໄດ້ ສະນັ້ນທຸກຄົນຄວນມີສະຕິລະມັດລະວັງໃນການໃນການ ຕິດຕາມເຝົ້າລະວັງ ແລະ ການປ້ອງກັນການຕິດເຊື້ອຈາກພະຍາດໂຄວິດ-19 ຢ່າງເຄັ່ງຄັດ.

ແຫຼ່ງຂໍ້ມູນ: https://vichaivej-nongkhaem.com/health-info/%E0%B9%82%E0%B8%84%E0%B8%A7%E0%B8%B4%E0%B8%94%E0%B9%82%E0%B8%AD%E0%B9%84%E0%B8%A1%E0%B8%84%E0%B8%A3%E0%B8%AD%E0%B8%99/

https://www.facebook.com/100002978000813/posts/4666761750099712/?d=n

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...