Homeຂ່າວຕ່າງປະເທດກອງປະຊຸມ ສປຊ ວ່າດ້ວຍປະເທດດ້ອຍພັດທະນາ ຄັ້ງທີ 5 ພາກທີໜຶ່ງ (LDC5 Part 1)

ກອງປະຊຸມ ສປຊ ວ່າດ້ວຍປະເທດດ້ອຍພັດທະນາ ຄັ້ງທີ 5 ພາກທີໜຶ່ງ (LDC5 Part 1)

Published on

ອີງຕາມການລາຍງານ ຂປລ. ໃນວັນທີ 17 ມີນາ 2022 ສະມັດຊາໃຫຍ່ ສປຊ ຈັດກອງປະຊຸມ ສປຊ ວ່າດ້ວຍປະເທດດ້ອຍພັດທະນາ ຄັ້ງທີ 5 ພາກທີໜຶ່ງ ຢູ່ ສໍານັກງານໃຫຍ່ອົງການ ສປຊ ທີ່ ນິວຢອກ ໂດຍການເປັນປະທານຂອງ ທ່ານຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີການຕ່າງປະເທດຂອງ ກາຕາ ໂດຍມີ ທ່ານ ເລຂາທິການໃຫຍ່ອົງການ ສປຊ ແລະ ທ່ານ ປະທານາທິບໍດີ ມາລາວີ, ປະທານກຸ່ມປະເທດດ້ອຍພັດທະນາ ເຂົ້າຮ່ວມກ່າວເປີດກອງປະຊຸມ.

ກອງປະຊຸມພາກທີໜຶ່ງນີ້ ໄດ້ຮັບຮອງເອົາ ແຜນປະຕິບັດງານ ໂດຮາ ສຳລັບປະເທດດ້ອຍພັດທະນາ (Doha Programme of Action for LDCs) ສໍາລັບ 1 ທົດສະວັດ ຕໍ່ໜ້າ 2022-2031 ແລະ ເປັນເອກະສານພື້ນຖານ ທີ່ມີເນື້ອໃນຄົບຖ້ວນກວມເອົາ 6 ຂົງເຂດວຽກງານບຸລິມະສິດ ຄື: ການລົງທຶນສໍາລັບປະຊາຊົນຢູ່ໃນປະເທດ LDCs: ການລຶບລ້າງຄວາມທຸກຍາກ ແລະ ການສ້າງຂີດຄວາມສາມາດ ເພື່ອພ້ອມກັນກ້າວໄປ; ຍົກລະດັບວຽກງານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ເພື່ອຮັບມືກັບຄວາມບອບບາງໃນຫລາຍມິຕິ ແລະ ບັນລຸເປົ້າໝາຍການພັດທະນາແບບຍືນຍົງ; ສະໜັບສະໜູນການປັບໂຄງສ້າງດ້ານເສດຖະກິດ ເພື່ອຂັບເຄື່ອນໃຫ້ເກີດຄວາມຈະເລີນຮຸ່ງເຮືອງ; ເພີ່ມທະວີການຄ້າສາກົນ ແລະ ການເຊື່ອມໂຍງກັບພາກພື້ນ; ແກ້ໄຂບັນຫາການປ່ຽນແປງຂອງດິນຟ້າອາກາດ, ການຟື້ນຟູຈາກການລະບາດຂອງພະຍາດໂຄວິດ-19 ແລະ ການສ້າງຄວາມເຂັ້ມແຂງ ເພື່ອສາມາດຮັບມືກັບຜົນກະທົບຈາກພາຍນອກ ໃນອະນາຄົດ; ລະດົມຄວາມສາມັກຄີສາກົນ, ການເປັນຄູ່ຮ່ວມມືສາກົນທີ່ເຂັ້ມແຂງ, ເຄື່ອງມື ແລະ ກົນໄກທີ່ປະດິດສ້າງ ເພື່ອການພັດທະນາແບບຍືນຍົງ ໂດຍຄຳນຶງເຖິງຄວາມສ່ຽງ ເພື່ອກ້າວໄປສູ່ການຫລຸດພົ້ນອອກຈາກສະຖານະພາບ ດ້ອຍພັດທະນາ ຢ່າງຍືນຍົງ.

ໃນໂອກາດນີ້, ທ່ານ ອານຸພາບ ວົງໜໍ່ແກ້ວ ເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ໄດ້ກ່າວຕໍ່ທີ່ປະຊຸມວ່າ “ການຮັບຮອງເອົາແຜນປະຕິບັດງານ ໂດຮາ ໃນມື້ນີ້ ເປັນຂີດໝາຍສໍາຄັນ ສໍາລັບວົງຄະນາຍາດສາກົນ, ທັງເປັນການຢໍ້າຄືນເຖິງຄວາມໝາຍໝັ້ນ ໃນການບໍ່ປ່ອຍປະໃຜໄວ້ຢູ່ເບື້ອງຫລັງ”, ພ້ອມທັງ ສະແດງຄວາມໝາຍໝັ້ນຂອງ ສປປ ລາວ ໃນການກະກຽມຄວາມພ້ອມຮອບດ້ານ ເພື່ອຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ໃນຊຸມປີຕໍ່ໜ້າ ເຊິ່ງປັດຈຸບັນ ກຳລັງຢູ່ໃນຂັ້ນຕອນ ຂອງການສ້າງແຜນຍຸດທະສາດ ເພື່ອຂ້າມຜ່ານກະກຽມໃຫ້ແກ່ການຫລຸດພົ້ນ ເຊິ່ງຈະສືບຕໍ່ສຸມໃສ່ວຽກງານຫລຸດຜ່ອນຄວາມທຸກຍາກ ເປັນບູລິມະສິດ ໂດຍສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ເປົ້າໝາຍການພັດທະນາແບບຍືນຍົງຂອງສາກົນ.

ພ້ອມກັນນັ້ນ, ທ່ານໄດ້ສະແດງຄວາມຂອບໃຈ ມາຍັງທຸກພາກສ່ວນທີ່ໄດ້ປະກອບສ່ວນຢ່າງຫ້າວຫັນ ໃນຂະບວນການກະກຽມ ຈົນສາມາດຮັບຮອງເອົາແຜນປະຕິບັດງານ ທີ່ມີຄວາມໝາຍສໍາຄັນນີ້ ແລະ ທ່ານ ຍັງໄດ້ເນັ້ນຕື່ມວ່າ ການຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ບໍ່ແມ່ນເປົ້າໝາຍສຸດທ້າຍ ເພາະຕ້ອງໄດ້ຄໍານຶງເຖິງ ຄຸນນະພາບ ແລະ ຄວາມຢືນຍົງ ດ້ານການພັດທະນາ ເພື່ອຮັບປະກັນວ່າ ບັນດາປະເທດທີ່ສາມາດຫລຸດພົ້ນແລ້ວນັ້ນ ຈະບໍ່ກັບຄືນໄປຢູ່ໃນສະຖານະພາບດ້ອຍພັດທະນາຄືເກົ່າ. ດັ່ງນັ້ນ, ການສືບຕໍ່ໄດ້ຮັບການສະໜັບສະໜູນ ຈາກວົງຄະນາຍາດສາກົນ, ລວມທັງ ອົງການເຄືອຂ່າຍ ສປຊ, ສະຖາບັນການເງິນສາກົນ, ອົງການຈັດຕັ້ງທາງສັງຄົມ ແລະ ພາກເອກະຊົນ ແມ່ນມີຄວາມຈໍາເປັນຍິ່ງ.
ຂ່າວ-ພາບ: ທະນູເພັດ ໄຊຍະວົງ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...