Homeຂ່າວຕ່າງປະເທດຝ່າຍຄ້ານຊະນະການເລືອກຕັ້ງປະທານາທິບໍດີ ເກົາຫຼີໃຕ້

ຝ່າຍຄ້ານຊະນະການເລືອກຕັ້ງປະທານາທິບໍດີ ເກົາຫຼີໃຕ້

Published on

ທ່ານ ຍູນ ຊ໋ອກ-ຍໍ (Yoon Seok-yeol) ຜູ້ສະໝັກພັກຝ່າຍຄ້ານສາຍອານຸລັກນິຍົມ ໄດ້ຊະນະການເລືອກຕັ້ງປະທານາທິບໍດີເກົາຫຼີໃຕ້ ໃນວັນພຸດວານນີ້ ໃນການເລືອກຕັ້ງຄູ່ທີ່ສູສີທີ່ສຸດຄັ້ງໜຶ່ງໃນ​ປະ​ຫວັດ​ສາດ​ຍຸກໃໝ່​ຂອງ​ປະ​ເທດ​ເຊິ່ງຈະເປັນຕົວ​ກຳນົດ​ທິດ​ທາງ​ເສດຖະກິດ​ໃຫຍ່​ອັນ​ດັບ 4 ຂອງ​ອາຊີ​ໃນ 5 ປີ​ຂ້າງໜ້າ

ອີງຕາມການລາຍງານຂອງສຳນັກຂ່າວ Reuters ລາຍງານຈາກກຸງໂຊລ ເກົາຫຼີ ​ໃນ​ວັນ​ທີ 9 ມີນາ​ ຜ່ານມານີ້​ວ່າ: ທ່ານ ຍູນ ຊ໋ອກ-ຍໍ (Yoon Sook-yeol) ອະດີດ​ໄອ​ຍະ​ການ​ຜູ້​ໜຶ່ງ​ອາຍຸ 60 ປີ​ຂອງ​ພັກ​ພະລັງ​ປະຊາຊົນ (PPP) ​ໄດ້​ເອົາ​ຊະນະ​ຜູ້​ແຂ່ງຂັນ​ສຳຄັນ​ຄື ທ່ານ ອີ ແຈງ-ມະຍອງ (Lee Jae-myeong) ຕົວແທນ​ພັກ​ປະຊາທິປະ​ໄຕ ສ.​ເກົາຫຼີ (DPK). ຊຶ່ງ​ເປັນ​ພັກ​ຕົ້ນຕໍ​ຂອງ​ລັດຖະບານ​ປະສົມ​ຊຸດ​ປັດຈຸບັນ. ດ້ວຍ​ການ​ລົງ​ຄະ​ແນນ​ສຽງ 48.6% ທຽບ​ກັບ 47.8% ຫຼັງ​ຈາກ​ການ​ນັບ​ບັດ​ຜ່ານ​ໄປ 99.3% ໃນ 5 ໂມງ​ເຊົ້າ​ວັນ​ພະ​ຫັດ ຕາມ​ເວລາ​ທ້ອງ​ຖິ່ນ.

ທ່ານ​ ຍູນ ໄດ້ກ່າວ​ພາຍຫຼັງ​ໄດ້​ຮັບ​ຮູ້ຜົນຄະແນນເບືອ້ງຕົ້ນ ຢ່າງບໍ່ເປັນທາງການນວ່າ:  ລາວຈະໃຫ້ກຽດແກ່ລັດຖະທໍາມະນູນແລະລັດຖະສະພາ. ແລະເຮັດວຽກຮ່ວມກັບພັກຝ່າຍຄ້ານ ​ເພື່ອ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ທາງ​ການ​ເມືອງ ແລະ ສົ່ງເສີມຄວາມສາມັກຄີ ພ້ອມກັບເອີ້ນ​ການ​ເລືອກ​ຕັ້ງ​ນີ້ວ່າ “ໄຊຊະນະ​ຂອງ​ປະຊາຊົນທຜູ້ຍິ່ງ​ໃຫຍ່” ​ແລະ “ການ​ແຂ່ງຂັນ​ໄດ້​ສິ້ນ​ສຸດ​ລົງແລ້ວ ພວກເຮົາຕ້ອງຈັບມືກັນ ແລະ ສາມັກຄີກັນເພື່ອປະຊາຊົນ ແລະປະເທດຊາດ”

ທ່ານ ອີ ໄດ້ຖະແຫຼງຍອມຮັບຄວາມພ່າຍແພ້ ແລະ ​ຍິນດີກັບທ່ານ ຍູນ ຄູ່ແຂ່ງ​ຂັນ​ຂອງ​ຕົນ “ປະ​ທານ​າທິບໍດີ ​ຂໍ​ຮ້ອງ​ໃຫ້​ທ່ານ​ເອົາ​ຊະ​ນະ​ຄວາມແຕກແຍກ, ຄວາມຂັດແຍ້ງ ​ແລະ​ເປີດ​ຍຸກ​ໃໝ່​ແຫ່ງ​ຄວາມ​ສາມັກຄີປອງດອງ”

ຢ່າງໃດກໍຕາມເຖິງຈະບໍ່ມີປະສົບການທາງດ້ານການເມືອງ ທ່ານ ​ຍູນ ​ໄດ້ກາຍເປັນຄົນເດັ່ນດັງ ຫຼັງ​ຈາກ​ທີ່​ເປັນ​ຫົວ​ໜ້າ​ໃນ​ການ​ສືບສວນ​ສອບ​ສວນ​ເລື່ອງ​ສໍ້​ລາດ​ບັງ​ຫຼວງ ກ່ຽວກັບກຸ່ມຄົນໃກ້ຊິດຂອງປະທານາທິບໍດີ ມຸນ ແຈ-ອິນ (Moon Jae-in) ຜູ້ນຳຄົນປັດຈຸບັນ. ໃນລະຫວ່າງການໂຄສະນາຫາສຽງ ທ່ານ ຍູນ ປະກາດທີ່ຈະກໍາຈັດການສໍ້ລາດບັງຫຼວງ ສົ່ງເສີມຄວາມຍຸດຕິທໍາ ລວມ​ທັງ​ການ​ຊອກ​ຫາ​ວິ​ທີ “ປັບ​ປຸງ” ການ​ພົວ​ພັນ​ກັບ​ຈີນ ​ແລະ​ມີ​ຈຸດຍືນທີ່ແຂງ​ຕໍ່​ເກົາ​ຫຼີ​ເໜືອ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...