spot_img
Homeຂ່າວຕ່າງປະເທດຜູ້ຜະລິດລົດຍົນ ສ່ຽງຕົ້ນທຶນໂລຫະທີ່ເພີ່ມສູງຂຶ້ນ

ຜູ້ຜະລິດລົດຍົນ ສ່ຽງຕົ້ນທຶນໂລຫະທີ່ເພີ່ມສູງຂຶ້ນ

Published on

ຕາມການລາຍງານຂອງສໍານັກຂ່າວ Reuters ໃຫ້ຮູ້ວ່າ: ການໂຈມຕີຂອງຣັດເຊຍໃນຢູເຄຣນເຮັດໃຫ້ລາຄາໂລຫະທີ່ໃຊ້ໃນລົດຍົນເພີ່ມຂຶ້ນສູງ ເຖິງແມ່ນວ່າໂລຫະຍັງບໍ່ທັນເປັນເປົ້າຫມາຍຂອງການຄວ້ຳບາດຂອງຕາເວັນຕົກ, ແຕ່ຜູ້ຂົນສົ່ງສິນຄ້າ ແລະ ຜູ້ຈໍາໜ່າຍຊິ້ນສ່ວນລົດຍົນຈໍານວນຫນຶ່ງຫຼີກລ່ຽງສິນຄ້າຂອງຣັດເຊຍ ເຮັດໃຫ້ສ້າງຄວາມກົດດັນຫຼາຍຕໍ່ຜູ້ຜະລິດລົດຍົນທີ່ປະສົບບັນຫາການຂາດແຄນຊິບປະມວນຜົນ ແລະ ລາຄາພະລັງງານທີ່ສູງຂຶ້ນ.

ທ່ານ ທາວາເຣສ (Tavares) ຫົວຫນ້າບໍລິຫານຂອງບໍລິສັດ ສເຕລແລນຕິສ (Stellantis) ໄດ້ກ່າວວ່າ ການຢຸດຕິການຂາດແຄນຊິບປະມວນຜົນສາມາດຊ່ວຍໃຫ້ຜູ້ຜະລິດລົດຍົນຊົດເຊີຍລາຄາໂລຫະ ແລະ ພະລັງງານທີ່ສູງຂຶ້ນໄດ້, ແຕ່ລາວບໍ່ໄດ້ຄາດຫວັງວ່າຈະມີການແກ້ໄຂບັນຫາເຄິ່ງສື່ໄຟຟ້າ (semiconductor) ໃນປີນີ້.

ຜູ້ຜະລິດລົດໃຫຍ່ຊາວເຢຍລະມັນເຊັ່ນ Volkswagen (VOWG_p.DE) ແລະ BMW ໄດ້ຮັບຜົນກະທົບຈາກວິກິດຣັດເຊຍໃນຢູເຄຣນ ຍ້ອນວ່າບໍລິສັດໄດ້ບັງຄັບໃຫ້ຜູ້ຜະລິດສາຍຮັດໃນພາກຕາເວັນຕົກຂອງປະເທດຢຸດການຜະລິດ.

ບໍລິສັດໂວເອສທັລໄພນ໌ (Voestalpine) ຂອງອອສເຕຣຍ ແລະ SSAB (SSABa.ST) ຂອງສວີເດນ ທັງສອງຕ່າງກໍ່ມີຄວາມສ່ຽງນີ້, ອີງຕາມການລາຍງານຂອງ U.S. investment bank JPMorgan. ທ່ານ ໂວເອສທັລໄພນ໌ (Voestalpine) ກ່າວວ່າ: ມີສິນຄ້າຄ້າງຄັງພຽງພໍສໍາລັບເດືອນຂ້າງຫນ້າທີ່ຈະມາຮອດ, ແຕ່ຄາດວ່າຈະຕ້ອງໄດ້ແຫຼ່ງວັດຖຸດິບຈາກຜູ້ສະຫນອງອື່ນ.

ການປະເຊີນຫນ້າກັບທາງເລືອກໃນການຊື້ສິນຄ້າຂອງຣັດເຊຍ ແລະ ການສະຫນອງທຶນໂດຍທາງອ້ອມຕໍ່ການໂຈມຕີຂອງຣັດເຊຍ ເຊິ່ງໂມສກູເອີ້ນວ່າ ການປະຕິບັດການທະຫານພິເສດ, ຜູ້ສະຫນອງເຫຼັກກ້າ ແລະ ອາລູມິນຽມຂອງເຢຍລະມັນ, ບໍລິສັດ ວອສ ເອເດວສຕາຮານເດ (Voss Edelstahlhande) ໄດ້ຕັດສິນໃຈຂີດເສັ້ນກໍານົດວ່າຈະບໍ່ເຮັດຫຍັງເກີນທີ່ກໍານົດໄວ້. “ເຖິງແມ່ນວ່າອາລູມິນຽມບໍ່ໄດ້ຢູ່ໃນບັນຊີລາຍຊື່ການຄວ້ຳບາດ, ແຕ່ຣັດເຊຍກໍ່ໃຊ້ອະລູມິນຽມເພື່ອນໍາເງິນເຂົ້າປະເທດ ເພາະວ່າຣັດເຊຍເປັນຜູ້ຜະລິດອະລູມິນຽມລາຍໃຫຍ່ ເຊິ່ງເປັນໂລຫະທີ່ໃຊ້ພະລັງງານຫຼາຍທີ່ສຸດໃນການຜະລິດ ເຊິ່ງກວມເອົາ 6% ຂອງຜະລິດຕະພັນໃນທົ່ວໂລກ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...