Homeຂ່າວພາຍ​ໃນຫຼາຍປະເທດ ລົງມະຕິ ຮຽກຮ້ອງໃຫ້ຣັດເຊຍຖອນກຳລັງທະຫານອອກຈາກຢູເຄຣນ

ຫຼາຍປະເທດ ລົງມະຕິ ຮຽກຮ້ອງໃຫ້ຣັດເຊຍຖອນກຳລັງທະຫານອອກຈາກຢູເຄຣນ

Published on

ມະຕິດັ່ງກ່າວໄດ້ຮັບການສະໜັບສະໜູນຈາກສະມາຊິກ 141 ຄົນ ຈາກທັງໝົດ 193 ຄົນ ຂອງສະມັດຊາ, ຜ່ານກອງປະຊຸມສຸກເສີນໂດຍສະພາຄວາມໝັ້ນຄົງແຫ່ງອົງການສະຫະປະຊາຊາດຈັດຂຶ້ນໃນຂະນະທີ່ຢູເຄຣນສືບຕໍ່ປ້ອງກັນປະເທດຂອງຕົນຈາກການບຸກໂຈມຕີທາງອາກາດ ແລະ ການວາງລະເບີດ.

ມະຕິດັ່ງກ່າວໄດ້ຄັດຄ້ານຣັດເຊຍ “ຮຸກຮານຕໍ່ຢູເຄຣນ” ໃນກອງປະຊຸມສຸກເສີນຄັ້ງທຳອິດທີ່ຈັດຂຶ້ນນັບແຕ່ປີ 1982, ອີງຕາມລາຍງານເວັບໄຊຂອງທາງການ UN.

ຣັດເຊຍກໍເຊັ່ນດຽວກັນກັບເບລາຣຸດ, ອີຣີເທຣຍ, ເກົາຫຼີເໜືອ, ແລະ ຊີເຣຍ ໄດ້ລົງຄະແນນສຽງຄັດຄ້ານມະຕິດັ່ງກ່າວ ແລະ ມີ 35 ປະເທດງົດອອກສຽງ ແລະ ບໍ່ລົງຄະແນນສຽງ.

ເຖິງແມ່ນວ່າມະຕິຂອງກອງປະຊຸມໃຫຍ່ຈະບໍ່ມີຜົນບັງຄັບໃຊ້ກໍ່ຕາມ, ແຕ່ກໍ່ມີນ້ຳໜັກທາງການເມືອງ, ດ້ວຍການລົງຄະແນນສຽງທີ່ຈັດຂຶ້ນໃນວັນພຸດທີ່ຜ່ານມາ, ສະແດງໃຫ້ເຫັນວ່າ ບັນດາປະເທດໃນໂລກສ່ວນໃຫຍ່ບໍ່ເຫັນດີນຳການກະທຳ ຂອງຣັດເຊຍຕໍ່ຢູເຄຣນ.

ທ່ານ ອັບດຸນລາ ຊາຫິດ (Abdulla Shahid) ປະທານສະພາແຫ່ງຊາດ ໄດ້ກ່າວວ່າ: ມະຕິດັ່ງກ່າວໄດ້ສະທ້ອນເຖິງຄວາມວິຕົກກັງວົນຢ່າງໜັກໜ່ວງຂອງປະຊາຄົມໂລກກ່ຽວກັບສະພາບການຢູ່ຢູເຄຣນ.

ທ່ານກ່າວວ່າ “ຂ້າພະເຈົ້າເຂົ້າຮ່ວມບັນດາປະເທດສະມາຊິກເພື່ອການສະແດງຄວາມກັງວົນກ່ຽວກັບລາຍງານການໂຈມຕີສະຖານທີ່ຂອງພົນລະເຮືອນເຊັ່ນ: ທີ່ພັກອາໄສ, ໂຮງຮຽນ ແລະ ໂຮງຫມໍ ແລະ ການເສຍຊີວິດຂອງປະຊາຊົນ, ລວມທັງແມ່ຍິງ, ຜູ້ສູງອາຍຸ, ຄົນພິການ ແລະ ເດັກນ້ອຍ.”

ທ່ານ ອັນໂຕນິໂອ ກູເຕເຣສ (Antonio Guterres) ເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດ, ຜູ້ທີ່ໄດ້ກ່າວຕໍ່ບັນດານັກຂ່າວ, ກ່າວວ່າ: ທ່ານມີໜ້າທີ່ ທີ່ຕ້ອງຢືນຢັດຕາມມະຕິ ແລະ ໄດ້ຮັບການຊີ້ນຳຈາກການຮຽກຮ້ອງ.

“ຂ່າວສານຂອງກອງປະຊຸມໃຫຍ່ສາມັນ ແມ່ນດັງ ແລະ ຈະແຈ້ງ: ຢຸດຕິການສູ້ຮົບກັນໃນຢູເຄຣນຕອນນີ້, ປິດສຽງປືນດຽວນີ້, ເປີດປະຕູສູ່ການເຈລະຈາ ແລະ ການທູດດຽວນີ້.”

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...