spot_img
Homeຂ່າວທ້ອງຖິ່ນຂໍໃຫ້ປະຊາຊົນບໍລິເວນໃກ້ຄຽງໃສ່ຜ້າປິດປາກ-ດັງ

ຂໍໃຫ້ປະຊາຊົນບໍລິເວນໃກ້ຄຽງໃສ່ຜ້າປິດປາກ-ດັງ

Published on

ແຈ້ງເຕືອນຈາກຫ້ອງການກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ.

ໃນວັນທີ 29 ເດືອນມັງກອນ 2022 ຜ່ານມາ, ໄດ້ເກີດໄຟໄໝ້ສະໜາມຂີ້ເຫຍື້ອ ຫຼັກ 32 ນະຄອນຫຼວງວຽງຈັນ, ກໍ່ໃຫ້ເກີດມີຄວັນ ແລະ ມີກິ່ນຂິວ ຊຶ່ງຈະສົ່ງຜົນກະທົບຕໍ່ສຸຂະພາບຂອງປະຊາຊົນ ອິງໃສ່ ຜົນຂອງການລົງຕິດຕາມ ແລະ ວິໄຈຄຸນນະພາບອາກາດ ແລະ ທິດທາງລົມ (ສ່ວນໃຫຍ່ແມ່ນລົມມາຈາກທິດຕາເວັນອອກ ຫາ ທິດຕາເວັນຕົກສຽງເໜືອ) ຂໍ້ມູນຂອງວັນທີ 30- 31 ມັງກອນ 2022 ມີດັ່ງລຸ່ມນີ້:

ຜົນການວັນແທກ ຈຸດທີ 1: ຝຸ່ນລະອອງຂະໜາດນ້ອຍກວ່າ 2.5 ໄມຄຣອນ (PM2.5) ຄ່າສະເລ່ຍ 24 ຊົ່ວໂມງ 101 ug/m3 ມີຄ່າເກີນມາດຕະຖານສິ່ງແວດລ້ອມແຫ່ງຊາດ, ບ້ານທີ່ຄາດວ່າຈະໄດ້ຮັບຜົນກະທົບເຊັ່ນ: ບ້ານປາກຊາບ, ບ້ານນາພອກ, ບ້ານແສນອຸດົມ, ບ້ານເວີນແທນ, ບ້ານນາມົນ, ບ້ານໜອງບົວ, ບ້ານນາລ້ອມ ແລະ ບ້ານສົມສະຫວັນ.

ຜົນການວັນແທກ ຈຸດທີ 2: ຝຸ່ນລະອອງຂະໜາດນ້ອຍກວ່າ 2.5 ໄມຄຣອນ (PM2.5) ແຕ່ລະຊົ່ວໂມງ ເຫັນວ່າ ຄ່າຄວາມເຂັ້ມຂຸ້ນຕໍ່າສຸດ ແມ່ນ 80 ug/m3 ແລະ ຄ່າຄວາມເຂັ້ມຂຸ້ນສູງສຸດ 101 ug/m3 ມີຄ່າເກີນມາດຕະຖານ.

  • ແກສ໌ຊັນເຟີໄດອ້ອກໄຊດ໌ (S02) ຄວາມເຂັ້ມຂຸ້ນ ແມ່ນ 0.15 ppm ຕໍ່ 1 ຊົ່ວໂມງ ມີຄ່າເກີນມາດຕະຖານ.
  • ແກສ໌ຄາບອນໂມນ໊ອກໄຊດດ໌ (CO)ຄວາມເຂັ້ມຂຸ້ນ ແມ່ນ 6 ppm ຕໍ່ 1 ຊົ່ວໂມງ ມີຄ່າຕ່ໍາກວ່າມາດຕະຖານ.
  • ບ້ານທີ່ຄາດວ່າຈະໄດ້ຮັບຜົນກະທົບເຊັ່ນ: ບ້ານໜອງສອງຫ້ອງ, ບ້ານໂນງາມ, ບ້ານທ່າດິນແດງໃຕ້ ແລະ ບ້ານນາແຖ.

ຜົນການຜັນແທກ ຈຸດທີ 3:

  • ຝຸ່ນລະອອງຂະໜາດນ້ອຍກວ່າ 2.5 ໄມຄຣອນ (PM2.5) ໃນແຕ່ລະຊົ່ວໂມງ ມີຄ່າຄວາມເຂັ້ມຂຸ້ນຕ່ໍາສຸດ 16 ug/m3 ແລະ ຄ່າຄວາມເຂັ້ມຂຸ້ນສູງສຸດ 121 ug/m3 ແລະ ຄ່າສະເລ່ຍ 24 ຊົ່ວໂມງ 46 ug/m ມີຄ່າຕ່ໍາກວ່າມາດຕະຖານ.
  • ອີງໃສ່ທິດທາງລົມ ເຫັນວ່າ ເຂດບ້ານໂນນສະອາດ ແລະ ເຂດບ້ານດົງໝາກຄາຍ ແມ່ນບໍ່ໄດ້ຮັບຜົນກະທົບ.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນທີ່ອາໄສຢູ່ເຂດດັ່ງກ່າວ ຫຼີກລ້ຽງ ຫຼື ຫຼຸດຜ່ອນ ການເຄື່ອນໄຫວກາງແຈ້ງ ແລະ ຄວນໃສ່ຜ້າອັດປາກ-ດັງ (ແມັສ).

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...