Homeຂ່າວຕ່າງປະເທດຜູ້ປ່ວຍໂຄວິດ-19 ທີ່ຫາຍດີແລ້ວແຕ່ຍັງຫາຍໃຈລຳບາກ ອາດເປັນ Long Covid ທີ່ເຮັດໃຫ້ປອດເສຍຫາຍ.

ຜູ້ປ່ວຍໂຄວິດ-19 ທີ່ຫາຍດີແລ້ວແຕ່ຍັງຫາຍໃຈລຳບາກ ອາດເປັນ Long Covid ທີ່ເຮັດໃຫ້ປອດເສຍຫາຍ.

Published on

ງານວິໄຈສະຫະຣາຊະອານາຈັກຄົ້ນພັບຫຼັກຖານວ່າ: ຜູ້ມີອາການ ລອງໂຄວິດ “Long Covid” ອາດມີພາວະປອດເສີຍຫາຍທີ່ເຊື່ອງໄວ້ ຈຶ່ງເຮັດໃຫ້ຮູ້ວ່າຜູ້ປ່ວຍບາງຄົນຍັງມີອາການຫາຍໃຈຍາກ ເຖິງວ່າຮ່າງກາຍຈະປອດເຊື້ອໂຄວິດໄປດົນແລ້ວ.

ດຣ. ເອມິລີ ເຟເຊີ ໜຶ່ງໃນທີມນັກວິທະຍາສາດຈາກໂຮງໝໍມະຫາວິທະຍາໄລອັອກຟອດ ໄດ້ລະບຸວ່າຜົນການຄົ້ນຄັ້ງນີ້ເປັນຫຼັກຖານທຳອິດໂດຍໃຊ້ເທັກນິກການກວດແບບໃໝ່ໂດຍໃຊ້ອາຍແກັສຊີນອນ “Xenon” ເພື່ອກວດຫາຄວາມຜິດປົກກະຕິໃນປອດທີ່ເປັນຜົນມາຈາກການຕິດໂຄວິດ ທີ່ມີຂະໜາດທີ່ນ້ອຍຫຼາຍ ເຊິ່ງກວດບໍ່ພົບຈາກການສ່ອງໄຟຟ້າ ຫຼື ການເຮັດ ຊີທີ ສະແກນ.

ໃນການວິໄຈໃນຄັ້ງນີ້ໄດ້ສຶກສາຄົນໄຂ້ຈຳນວນ 36 ຄົນໂດຍແບ່ງອອກເປັນ 3 ກຸ່ມຄື: ຜູ້ຕິດໂຄວິດທີ່ບໍ່ມີອາການຮຸນແຮງຈົນຕ້ອງເຂົ້າໂຮງໝໍ ແຕ່ພາຍຫຼັງມີອາການລອງໂຄວິດ ແລະ ຫາຍໃຈລຳບາກ 11 ຄົນ, ຜູ້ປ່ວຍໂຄວິດທີ່ຕ້ອງເຂົ້າໂຮງໝໍ ແຕ່ບໍ່ມີອາການລອງໂຄວິດ 12 ຄົນ ແລະ ຄົນສຸຂະພາບດີ 13 ຄົນ. ໂດຍທີມນັກວິໄຈໃຫ້ຄົນທັງ 3 ກຸ່ມໄດ້ດົມເອົາແກັສ ຊີນອນ ເຂົ້າໄປໃນລະຫວ່າງການກວດດ້ວຍເຄື່ອງສ້າງພາບດ້ວຍແມ່ເຫຼັກໄຟຟ້າ (magnetic resonance imaging ຫຼື MRI).

ແກັສຊີນອນຈະມີປະຕິກິລິຍາຄ້າຍກັບແກັສອົກຊີ ແຕ່ສາມາດກວດເຫັນໄດ້ໃນລະຫວ່າງການກວດ MRI ຊ່ວຍໃຫ້ນັກວິທະຍາສາດໄດ້ເຫັນການເຄື່ອນທີ່ຈາກປອດໄປສູ່ກະແສເລືອດ ເຊິ່ງເປັນຂັ້ນຕອນສຳຄັນໃນການສົ່ງອົກຊີໄປລ້ຽງທົ່ວຮ່າງກາຍ ທີມນັກວິໄຈຍັງພົບວ່າຄົນສ່ວນໃຫຍ່ທີ່ມີອາການລອງໂຄວິດຈະມີການສົ່ງຜ່ານແກັສໄດ້ມີປະສິດທິພາບໜ້ອຍກວ່າກວ່າຜູ້ຮ່ວມການທົດລອງທີ່ມີສຸຂະພາບດີ.

ຢ່າງໃດກໍຕາມຈະຕ້ອງມີການສຶກສາເພີ່ມຕໍ່ໄປ ເພື່ອຍັ້ງຍືນວ່າວ່າຄວາມຜິດປົກກະຕິທີ່ກວດພົບກ່ຽວຂ້ອງກັບອາການຫາຍໃຈລຳບາກໃນຜູ້ມີອາການລອງໂຄວິດ ແລະ ການສຶກສາເລື່ອງນີ້ຈະຊ່ວຍໃຫ້ເຂົ້າໃຈເຖິງການຫາຍໃຈທີ່ລຳບາກໃນກຸ່ມຜູ້ທີ່ມີອາການລອງໂຄວິດ ເຊິ່ງຈະຊ່ວຍໃຫ້ຫາທາງພັດທະນາການຮັກສາທີ່ມີປະສິດທິພາບຍິ່ງຂຶ້ນໄປອີກ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...