spot_img
Homeຂ່າວພາຍ​ໃນລາຍງານສະພາບລວມໂຄວິດ-19 ວັນທີ 26 ມັງກອນ 2022

ລາຍງານສະພາບລວມໂຄວິດ-19 ວັນທີ 26 ມັງກອນ 2022

Published on

ຕາມການລາຍງານຈາກຄະນະສະເພາະກິດ ໃນວັນທີ 26 ມັງກອນ 2022 ກ່ຽວກັບສະພາບໂຄວິດ-19 ມີດັ່ງຕໍ່ໄປນີ້:

• ມື້ນີ້ກໍ່ເປັນອີກມື້ໜື່ງ ທີ່ພວກເຮົາກວດພົບຜູ້ຕິດເຊື້ອໃໝ່ ໃນທົ່ວປະເທດ 500 ກ່ວາຄົນ ເຖິງວ່າ ໃນໄລຍະນີ້ ຈຳນວນຜູ້ຕິດເຊື້ອໃໝ່ຈະຫຼຸດລົງກໍ່ຕາມ ແຕ່ຖ້າທຽບໃສ່ອັດຕາການກວດພົບເຊື້ອ ແມ່ນຍັງສູງຢູ່ ໃນບາງແຂວງ.

• ພ້ອມດຽວກັນນີ້ ຢູ່ນະຄອນຫຼວງວຽງຈັນ ກໍ່ສັງເກດເຫັນວ່າ ການໄປ-ມາ ຕາມສະຖານທີ່ຕ່າງໆ ມີຄວາມສະດວກຫຼາຍຂຶ້ນກວ່າເກົ່າ, ຫຼາຍສະຖານທີ່ ກໍ່ກັບມາເປີດຮ້ານຢ່າງເປັນປົກກະຕິ. ແຕ່ເຖິງຢ່າງໃດກໍ່ຕາມ ພວກເຮົາ ກໍ່ບໍ່ຄວນປະໝາດ ຫຼື ປ່ອຍປະ​ຫຼະເຫຼີງ ເພາະວ່າ ພວກເຮົາ ຍັງກວດພົບຜູ້ຕິດເຊື້ອໃໝ່ ຫຼາຍຮ້ອຍຄົນຕ່ໍວັນ. ດັ່ງນັ້ນ, ການມີສ່ວນຮ່ວມຈາກທຸກພາກສ່ວນໃນສັງຄົມ ຈຶ່ງມີຄວາມໝາຍ ຄວາມສຳຄັນທີ່ສຸດ, ທຸກຄົນ ຕ້ອງເປັນເຈົ້າການຕົນເອງ ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນຕົນເອງ ສິ່ງສຳຄັນ ຕ້ອງໃສ່ຜ້າປິດປາກ-ດັງ, ໝັ່ນລ້າງມືເລື້ອຍໆ ຫຼື ຖືເຈວລ້າງມືຂ້າເຊື້ອຕິດໂຕ ເມື່ອເດີນທາງອອກໄປຂ້າງນອກ. ຍິ່ງໄປກວ່ານັ້ນ ເມື່ອຮູ້ວ່າຕົນເອງເປັນຜູ້ສຳຜັດໃກ້ຊິດ ກັບຜູ້ຕິດເຊື້ອ ຫຼື C1 ນັ້ນ ກໍ່ຕ້ອງກັກໂຕຢ່າງເຂັ້ມງວດ ຢູ່ເຮືອນຈົນຄົບກຳນົດ 14 ວັນ, ບໍ່ໃຫ້ອອກໄປຂ້າງນອກ ຫຼື ພົວພັນ ກັບບຸກຄົນອື່ນ ຢ່າງເດັດຂາດ. ການປະຕິບັດທັງໝົດນີ້ ກໍ່ແມ່ນເພື່ອຢຸດ ຫຼື ຕັດວົງຈອນ ການແຜ່ເຊື້ອ ແລະ ຫຼຸດຜ່ອນການແຜ່ກະຈາຍຂອງເຊື້ອໃນຊຸມຊົນ.

• ປັດຈຸບັນ ມີຫຼາຍຄົນ ຊື້ເຄື່ອງກວດແບບໄວມາກວດເອງ ແລະ ຜົນກວດເປັນບວກ ຈຶ່ງປິ່ນປົວຕົນເອງ ຢູ່ເຮືອນເປັນຈຳນວນຫຼາຍ ໂດຍບໍ່ໄດ້ແຈ້ງ ຫຼື ລົງທະບຽນ ໃຫ້ແກ່ເຈົ້າໜ້າທີ່ກ່ຽວຂ້ອງຮັບຮູ້ ເນື່ອງຈາກ ຢ້ານຖືກສັງຄົມລັງກຽດ ແລະ ອາດຈະສົ່ງຜົນກະທົບຕໍ່ວຽກງານຂອງຕົນ ເຮັດໃຫ້ ແພດໝໍ ບໍ່ສາມາດເກັບກຳຂໍ້ມູນຂອງຄົນເຈັບໄດ້ຢ່າງຖືກຕ້ອງ ແລະ ຄົບຖ້ວນໄດ້, ເມື່ອມີອາການໜັກ ການປະສານງານ ເພື່ອເຂົ້າຮັບການປິ່ນປົວຢູ່ໂຮງໝໍ ອາດຈະຊັກຊ້າ ໂດຍສະເພາະ ຜູ້ທີ່ມີອາຍຸສູງກວ່າ 60 ປີຂຶ້ນໄປ, ຜູ້ທີ່ມີພະຍາດປະຈຳໂຕ ແລະ ແມ່ຍິງຖືພາ ຫາກບໍ່ໄດ້ຮັບການປິ່ນປົວຢ່າງທັນການ ມີຄວາມສ່ຽງສູງທີ່ຈະກ້າວໄປເຖິງຂັ້ນວິກິດ ແລະ ເສຍຊີວິດໄດ້.

• ໃນຂະນະດຽວກັນ ການປິ່ນປົວຢູ່ເຮືອນ ຄວນມີຫ້ອງແຍກປ່ຽວ ແລະ ຫຼີກລ້ຽງ ການສຳຜັດໃກ້ຊິດກັບບຸກຄົນອື່ນ ເພື່ອຫຼຸດຜ່ອນການແຜ່ເຊື້ອໃຫ້ຄົນອ້ອມຂ້າງ. ພ້ອມດຽວກັນນີ້ ກໍ່ຂໍໃຫ້ຜູ້ຕິດເຊື້ອທີ່ມີຈຸດປະສົງປິ່ນປົວຢູ່ເຮືອນ ຈິງໃຈລາຍງານຄວາມເປັນຈິງຂອງສະພາບຕົນເອງ, ເມື່ອແພດໂທສອບຖາມ ເພື່ອຕິດຕາມອາການນັ້ນ, ຖ້າຜູ້ຕິດເຊື້ອມີອາການປານກາງ ຫຼື ອາການຮ້າຍແຮງ ຫຼື ຜູ້ສູງອາຍຸ ແມ່ນບໍ່ຄວນປິ່ນປົວຢູ່ເຮືອນຢ່າງເດັດຂາດ ເພາະໂອກາດທີ່ຈະກ້າວໄປສູ່ຂັ້ນຮຸນແຮງ, ວິກິດ ຫຼື ເສຍຊີວິດ ແມ່ນສູງຫຼາຍ. ສຳລັບ ຜູ້ທີ່ບໍ່ມີອາການ ຫຼື ມີອາການເບົາບາງ ຖ້າທ່ານຮູ້ສຶກບໍ່ສະບາຍ ຫຼື ຫາຍໃຈຝຶດ ທ່ານ ສາມາດ ໂທສອບຖາມ ສາຍດ່ວນ 164 ເພື່ອຂໍຄຳແນະນຳ ໃນການນຳສົ່ງທ່ານ ໄປປິ່ນປົວ ແລະ ຕິດຕາມອາການ ຢູ່ໂຮງໝໍທີ່ກຳນົດໄວ້ ເພື່ອແພດຈະໄດ້ປິ່ນປົວທ່ານໃຫ້ທ່ວງທັນ.

• ອີກເທື່ອໜຶ່ງ ຂໍຮຽກຮ້ອງ ໃຫ້ຄອບຄົວ, ໝູ່ເພື່ອນ, ຄົນອ້ອມຂ້າງ, ເພື່ອນຮ່ວມງານ ແລະ ສັງຄົມ ຈົ່ງມີຄວາມເອື້ອເຟື້ອເຜື່ອແຜ່ ຕໍ່ຜູ້ທີ່ຕິດເຊື້ອ ແລະ ໃຫ້ກຳລັງໃຈ ເພື່ອໃຫ້ເຂົາເຈົ້າສາມາດກັບມາໃຊ້ຊີວິດແບບປົກກະຕິໄດ້ໂດຍໄວ.

• ກ່ອນຈະຈົບການຖະແຫຼງຂ່າວໃນມ້ືນ້ີ້ ຂໍແຈ້ງໃຫ້ບັນດາທ່ານຊາບວ່າ ມາຮອດມື້ນີ້ ທົ່ວປະເທດ ສັກວັກຊີນສະສົມທັງໝົດ: – ເຂັມ1 ໄດ້ 4,701,799 ຄົນ (ກວມເອົາ 64.08 %) – ທຸກເຂັມທີ່ແນະນໍາ 3,991,143 ຄົນ (ກວມເອົາ 54.39 %)

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...