spot_img
Homeຂ່າວພາຍ​ໃນລັດຖະບານ ໄດ້ກຳນົດບັນຊີລາຍການສິນຄ້າກະສິກຳ ເພື່ອທົດແທນການນໍາເຂົ້າ ໂດຍດ້ານການປູກຝັງ

ລັດຖະບານ ໄດ້ກຳນົດບັນຊີລາຍການສິນຄ້າກະສິກຳ ເພື່ອທົດແທນການນໍາເຂົ້າ ໂດຍດ້ານການປູກຝັງ

Published on

ລັດຖະບານ ໄດ້ກຳນົດບັນຊີລາຍການສິນຄ້າກະສິກຳ ເພື່ອທົດແທນການນໍາເຂົ້າ ໂດຍດ້ານການປູກຝັງ” ໄດ້ກຳນົດ 6 ຊະນິດພືດ ເພື່ອສົ່ງເສີມການຜະລິດພາຍໃນ ແລະ ຫຼຸດຜ່ອນການນຳເຂົ້າ, ດ້ານສັດ​ລ້ຽງ ແລະ ການປະມົງ ໄດ້ກຳນົດ 3 ປະເພດສິນຄ້າທີ່ບໍ່ອະນຸຍາດ ຫຼື ຫ້າມບໍ່ໃຫ້ນໍາເຂົ້າມາຍັງ ສປປ ລາວ ໂດຍເດັດຂາດ.

ໃນການລາຍງານຄວາມຄືບໜ້າ ການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ຕໍ່ກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ II ປີ 2021 ທີ່ຈັດຂຶ້ນໃນທ້າຍປີຜ່ານມາ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ລາຍ​ງານໃຫ້ຮູ້ວ່າ: ການກໍານົດບັນຊີລາຍການສິນຄ້າກະສິກໍາ ເພື່ອທົດແທນການນໍາເຂົ້າ ເປັນໜຶ່ງໃນບັນດາວຽກທີ່ສຳຄັນຂອງວຽກງານຈຸດສຸມທີ 1 ໃນວາລະແຫ່ງຊາດດັ່ງກ່າວ ຊຶ່ງໃນດ້ານການປູກຝັງ ລັດໄດ້ກໍານົດບັນຊີລາຍການຊະນິດພືດ ເພື່ອສົ່ງເສີມການຜະລິດພາຍໃນ ແລະ ຫຼຸດຜ່ອນການນໍາເຂົ້າ ທັງໝົດ 6 ຊະນິດພືດ ຄື: ຜັກກະລໍ່າປີດອກຂຽວ, ຜັກກະລໍ່າປີດອກຂາວ, ຜັກກະລໍາປີ, ຫົວຜັກທຽມ, ຫົວຜັກບົ່ວ, ໝາກເຜັດ, ຜັກສະຫຼັດ, ຜັກກາດຂາວ ແລະ ຜັກເຊີນາລີ. ດ້ານສັດລ້ຽງ ແລະ ການປະມົງ ໄດ້ກຳນົດບັນຊີລາຍການສິນຄ້າ ກ່ຽວກັບສັດ ແລະ ຜະລິດຕະພັນສິນຄ້າສັດ ແລະ ສັດນໍ້າ ທີ່ບໍ່ອະນຸຍາດ ຫຼື ຫ້າມບໍ່ໃຫ້ນໍາເຂົ້າມາຍັງ ສປປ ລາວ ໂດຍເດັດຂາດ ​ປະ​ກອບມີ: ປະເພດສັດເປັນ ທີ່ມີຈຸດປະສົງນໍາມາຈໍາໜ່າຍ ແລະ ບໍລິໂພກ ຄື: ງົວ, ໝູ, ແບ້, ໄກ່ສຸດໄຂ່, ເປັດ ແລະ ຫ່ານ; ປະເພດຜະລິດຕະພັນ ສັດ ແລະ ສັດນໍ້າ, ຄື: ໄຂ່ໄກ່, ຊີ້ນໝູ, ຊີ້ນງົວ, ຊີ້ນແບ້, ຊີ້ນເປັດ, ຊີ້ນຫ່ານ, ຊິ້ນສ່ວນ ແລະ ເຄື່ອງໃນສັດທຸກປະເພດ; ປະເພດປາຊີ້ນ: ປານິນ, ປາໄນ ແລະ ປານໍ້າຈືດທຸກຊະນິດ.

ລັດ​ຖະ​ບານ ຍັງໄດ້ກໍານົດບັນຊີລາຍການສິນຄ້າ ກ່ຽວກັບສັດ ແລະ ຜະລິດຕະພັນສິນຄ້າສັດ ແລະ ສັດນໍ້າ ທີ່ອະນຸຍາດໃຫ້ນໍາເຂົ້າ ມາຍັງ ສປປ ລາວ ໄດ້ທັງໝົດ 7 ລາຍການ ຄື: ແນວພັນສັດ, ນໍ້າເຊື້ອສັດແນວພັນດີ, ວັກຊິນກັນພະຍາດສັດ, ອຸປະກອນ ແລະ ນໍ້າຢາ (ໄນໂຕຣເຈນແຫຼວ ເພື່ອຮັກສາວັກຊິນກັນພະຍາດ ແລະ ນໍ້າເຊື້ອສັດ), ຫົວອາຫານສັດ; ວັດຖຸດິບຮັບໃຊ້ການຜະລິດ ອາຫານສັດ ແລະ ວັກຊິນ (ທີ່ບໍ່ສາມາດຜະລິດໄດ້ ໃນ ສປປ ລາວ), ວັດຖຸອຸປະກອນ ແລະ ເຄື່ອງກົນຈັກກະສິກໍາທີ່ຮັບໃຊ້ໃຫ້ແກ່ການລ້ຽງສັດ. ນອກນີ້, ຍັງອະນຸຍາດໃຫ້ນໍາເຂົ້າບາງຜະລິດຕະພັນກ່ຽວກັບສັດ ແຕ່ຕ້ອງມີມາດຕະການທີ່ຮັດກຸມ, ມີແຜນການນໍາໃຊ້ສະເພາະ ແລະ ບໍ່ມີຜົນກະທົບຕໍ່ການຜະລິດ ຢູ່ພາຍໃນ ຄື: ຊີ້ນງົວ ເກຣດດີ (Premium), ຊີ້ນແກະ, ຊີ້ນນົກກະຈອກເທດ ເພື່ອມາຮັບໃຊ້ພັດຕະຄານ ຫຼື ໂຮງແຮມໃຫຍ່ໆ ແລະ ອະນຸຍາດໃຫ້ນຳເຂົ້າ ຕ່ອນນໍ້າມັນໝູ, ໜັງໝູ, ຊີ້ນກ້ອນ ເພື່ອນໍາມາປຸງແຕ່ງຮັບໃຊ້ບໍລິສັດ ຫຼື ໂຄງການສະເພາະໃດໜຶ່ງ. ສ່ວນອາຫານທະເລ ແມ່ນອະນຸຍາດໃຫ້ນໍາເຂົ້າ ແຕ່ຕ້ອງມີມາດຕະການຄຸ້ມຄອງຮ່ວມກັບບັນດາແຂວງຕ່າງໆໃຫ້ຮັດກຸມ ຊຶ່ງການອະນຸຍາດແມ່ນໃຫ້ພິຈາລະນາ ກໍານົດເປັນ ໂກຕ້າສະເພາະ ເປັນແຕ່ລະໄລຍະຕາມແຜນ ແລະ ຄວາມຈໍາເປັນໂຕຈິງເທົ່ານັ້ນ.

ທ່ານ ສອນໄຊ ສີພັນດອນ ຍັງໃຫ້ຮູ້ວ່າ: ວຽກສົ່ງເສີມການຜະລິດພາຍໃນ, ລັດຍັງໄດ້ກຳນົດດ້ານປັດໄຈການຜະລິດ ຊຶ່ງລັດສາມາດກຳນົດໄດ້ຄວາມຕ້ອງການ ການນໍາເຂົ້າປະເພດແນວພັນເຂົ້າ, ພືດ, ສັດ, ໄມ້, ປາ, ກົບ; ລວມທັງດ້ານກົນຈັກ ແລະ ອຸປະກອນການຜະລິດ ເພື່ອມາດຸ່ນດ່ຽງໃຫ້ພຽງພໍກັບຄວາມຕ້ອງການພາຍໃນ.

ແຫຼ່ງຂ່າວ: ປະຊາຊົນ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...