Homeຂ່າວພາຍ​ໃນລາຍງານສະພາບລວມ ໂຄວິດ-19 ໃນລາວ ວັນທີ 13 ມັງກອນ 2022

ລາຍງານສະພາບລວມ ໂຄວິດ-19 ໃນລາວ ວັນທີ 13 ມັງກອນ 2022

Published on

ຕາມການລາຍງານ ຈາກຄະນະສະເພາະກິດ ວັນທີ 13 ມັງກອນ 2022 ເລື່ອງສະພາບລວມການແຜ່ລະບາດຂອງໂຄວິດ-19 ໂດຍທ່ານ ສີສະຫວາດ ສຸທານີລະໄຊ ໃຫ້ຮູ້ວ່າ:

• ປັດຈຸບັນ ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ ໄດ້ອອກມາປະກາດເຕືອນ ບັນດາປະເທດ ໃນການຮັບມືກັບການລະບາດຂອງໂຄວິດ-19 ໃຫ້ດີ ພ້ອມດຽວກັນ ກໍ່ຍັງຮຽກຮ້ອງໃຫ້ຫຼາຍປະເທດ ຮີບຮ້ອນເລັ່ງສັກວັກຊີນໃຫ້ແກ່ປະຊາຊາຊົນຂອງຕົນເອງ ເນື່ອງຈາກບາງປະເທດ ອັດຕາການສັກວັກຊີນຍັງຕໍ່າ ເຊິ່ງອາດຈະເຮັດໃຫ້ການລະບາດແກ່ຍາວ.
• ໃນໄລຍະທີ່ມີການລະບາດຂອງພະຍາດໂຄວິດ-19 ສິ່ງໜຶ່ງທີ່ ພວກເຮົາບໍໍ່ຄວນປ່ອຍປະລະເລີຍ ກໍ່ຄື ການອອກກຳລັງກາຍ ເພື່ອຊ່ວຍເພິ່ມພູມຄຸ້ມກັນພະຍາດ, ຫຼຸດຜ່ອນຄວາມສ່ຽງໃນການເກີດພະຍາດຊຳເຮື້ອ, ຫຼຸດຜ່ອນຄວາມກັງວົນ, ຄວາມຕຶງຄຽດ ແລະ ເສິມສ້າງສຸຂະພາບຈິດໃຈໃຫ້ແຂງແຮງນຳອີກ. ການໝັ່ນເຄື່ອນໄຫວຮ່າງກາຍຢູ່ເລື້ອຍໆ ຈະຊ່ວຍໃຫ້ຮ່າງກາຍ ແລະ ຈິດໃຈເຂັ້ມແຂງ ເພື່ອຕໍ່ສູ້ກັບເຊື້ອພະຍາດໄດ້ ເຊິ່ງສາມາດເຮັດໄດ້ໂດຍ:
– ການອອກກຳລັງກາຍ ປະມານ 30 ນາທີ ຕໍ່ມື້ ໃຫ້ໄດ້ 5 ມື້ຕໍ່ອາທິດ (ຢູ່ເຮືອນ ຫຼື ສະຖານທີ່ ທີ່ບໍ່ມີຄວາມສ່ຽງ)
– ບາງທ່ານ ກໍ່ໃສ່ຜ້າປິດປາກ-ດັງ ໃນຂະນະທີ່ອອກກຳລັງກາຍ ເຊິ່ງອາດເຮັດໃຫ້ເກີດຜົນເສຍຕໍ່ຮ່າງກາຍໄດ້ ເພາະ ເຮັດໃຫ້ອຶດອັດ, ຫາຍໃຈລຳບາກ, ຮູ້ສຶກເມື່ອຍໄວຂຶ້ນ ແລະ ອາດເຮັດໃຫ້ຮ່າງກາຍໄດ້ຮັບອົກຊີເຈນບໍ່ພຽງພໍ ເຊິ່ງກໍ່ຂຶ້ນກັບບຸກຄົນ ແລະ ປະເພດຂອງຜ້າປິດປາກ-ດັງ.
– ຫາກທ່ານຈຳເປັນຕ້ອງໄດ້ອອກກຳລັງກາຍ ຢູ່ນອກບ້ານ ກໍ່ຄວນເລືອກສະຖານທີ່ ທີ່ມີອາກາດໂລ່ງ ປອດໂປ່ງດີ, ຫຼີກລ້ຽງສະຖານທີ່ ທີ່ມີຄົນຫຼາຍ ແລະ ຄວນຮັກສາໄລຍະຫ່າງໃຫ້ໄດ້ຫຼາຍທີ່ສຸດ ຢ່າງໜ້ອຍ 2 ແມັດ ເນື່ອງຈາກ ຫາກມີຄົນໄອ, ຈາມ ລະອອງດັ່ງກ່າວອາດປິວມາຫາທ່ານໄດ້ ທີ່ສຳຄັນທີ່ສຸດ ຢ່າລືມໝັ່ນລ້າງມື ແລະ ບໍ່ເອົາມືໄປສຳຜັດໃບໜ້າ.
• ອີກບັນຫາໜຶ່ງ ສຳລັບຜູ້ທີ່ຕິດເຊື້ອພະຍາດໂຄວິດ ພວກເຮົາບໍ່ຄວນສະແດງທ່າທີ່ລັງກຽດຕໍ່ເຂົາເຈົ້າ ກົງກັນຂ້າມ ພວກເຮົາຄວນມີຄວາມເມດຕາ, ມີນ້ຳໃຈຕໍ່ເພື່ອນມະນຸດດ້ວຍກັນ ເພາະເຂົາເຈົ້າເປັນພຽງແຕ່ ຄົນເຈັບທີ່ຕິດເຊື້ອພະຍາດໂຄວິດ ເທົ່ານັ້ນ, ເມື່ອປິ່ວປົວຫາຍດີແລ້ວ ເຂົາເຈົ້າກໍ່ສາມາດໃຊ້ຊີວິດໄດ້ຕາມປົກກະຕິ, ສາມາດໄປເຮັດວຽກ ແລະ ຢູ່ຮ່ວມກັບຄອບຄົວໄດ້.
• ປັດຈຸບັນ ມີຫຼາຍຄົນ ຊື້ເຄື່ອງກວດແບບໄວມາກວດເອງ ແລະ ຜົນກວດເປັນບວກ ຈຶ່ງປິ່ນປົວຕົນເອງ ຢູ່ເຮືອນເປັນຈຳນວນຫຼາຍ ໂດຍບໍ່ໄດ້ແຈ້ງ ຫຼື ລົງທະບຽນ ໃຫ້ແກ່ເຈົ້າໜ້າທີ່ກ່ຽວຂ້ອງ ເຮັດໃຫ້ ການເກັບກຳຂໍ້ມູນບໍ່ຖືກຕ້ອງ, ເມື່ອມີອາການໜັກ ການປະສານງານ ເພື່ອເຂົ້າຮັບການປິ່ນປົວຢູ່ໂຮງໝໍ ອາດຈະຊັກຊ້າ ໂດຍສະເພາະ ຜູ້ທີ່ມີອາຍຸສູງກວ່າ 60 ປີຂຶ້ນໄປ, ຜູ້ທີ່ມີພະຍາດປະຈຳໂຕ ແລະ ແມ່ຍິງຖືພາ ຫາກບໍ່ໄດ້ຮັບການປິ່ນປົວຢ່າງທັນການ ມີຄວາມສ່ຽງສູງທີ່ຈະກ້າວໄປເຖິງຂັ້ນວິກິດ ແລະ ເສຍຊີວິດໄດ້.
• ກ່ອນຈະຈົບການຖະແຫຼງຂ່າວໃນມ້ືນ້ີ້ ຂໍແຈ້ງໃຫ້ບັນດາທ່ານຊາບວ່າ ເມື່ອທ່ານໄປຮັບການສັກວັກຊີນ ຢູ່ຈຸດບໍລິການທີ່ກຳນົດໄວ້ ພາຍຫຼັງແພດສັກວັກຊີນໃຫ້ທ່ານແລ້ວ ທ່ານຄວນນັ່ງພັກ 30 ນາທີ ເພື່ອຕິດຕາມອາການຂອງຕົນເອງ ຫາກທ່ານ ຮູ້ສຶກບໍ່ສະບາຍໃນໄລຍະດັ່ງກ່າວ ແພດຈະດູແລ ແລະ ປິ່ນປົວອາການເບື້ອງຕົ້ນໃຫ້ທ່ານ. ສຳລັບ ທ່ານທີ່ບໍ່ມີອາການສະແດງຫຍັງ ພາຍຫຼັງສັກວັກຊີນ ໃນໄລຍະ 30 ນາທີ ແພດຈະອະນຸຍາດໃຫ້ທ່ານກັບໄປສືບຕໍ່ພັກຜ່ອນຢູ່ບ້ານໄດ້.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...