Homeຂ່າວພາຍ​ໃນ2021 ລາວໄດ້ຮັບການຊ່ວຍເຫຼືອວັກຊີນປ້ອງກັນ ໂຄວິດ-19 ຈາກຕ່າງປະເທດ 13,6 ລ້ານໂດສ

2021 ລາວໄດ້ຮັບການຊ່ວຍເຫຼືອວັກຊີນປ້ອງກັນ ໂຄວິດ-19 ຈາກຕ່າງປະເທດ 13,6 ລ້ານໂດສ

Published on

ອີງຕາມສູນສຸຂະພາບ ແມ່ ແລະ ເດັກ ກະຊວງສາທາລະນະສຸກ ໄດ້ລາຍງານໃຫ້ຮູ້ວ່າ: ປີຜ່ານມາ ສປປ ລາວ ໄດ້ຮັບຈາກການຊ່ວຍເຫຼືອວັກຊີນຈາກຕ່າງປະເທດ ມີທັງໝົດ 13.682.490 ໂດສ. ໃນນັ້ນລວມມີ ຊີໂນຟາມ 6.902.800 ໂດສ, ເອສຕາເຊເນກາ 4.176.870 ໂດສ, ຈອນສັນແອນຈອນສັນ 1.771.200 ໂດສ, ຊີໂນແວັກ 700.000 ໂດສ, ໄຟເຊີ 100.620 ໂດສ, ສະປຸກນິກ (Gamaleya-Sputnik Light) 30.000 ໂດສ ແລະ ສະປຸກນິກ (Gamaleya-Sputnik V) 1.000 ໂດສ. ຄາດວ່າ ສປປ ລາວ ຈະໄດ້ຮັບວັກຊິນເພີ່ມອີກຈຳນວນ 3,7 ລ້ານໂດສ໌ ໃນໄຕມາດ 1 ປີ 2022.

ສຳລັບບັນດາປະເທດທີ່ໃຫ້ການຊ່ວຍເຫຼືອ ວັກຊິນ ເພື່ອປ້ອງກັນໂຄວິດ-19 ແກ່ ສປປ ລາວ ປະກອບມີ: ສປ ຈີນ, ສະຫະລັດອາເມລິກາ, ກຳປູເຈຍ, ລັດເຊຍ, ອົດສະຕາລີ, ຝຣັ່ງ, ເກຣັກ, ຍີ່ປຸ່ນ ແລະ ເນເທີແລນ, ມາເລເຊຍ, ໂປແລນ, ອັງກິດ ແລະ ປະເທດອື່ນໆ.

ເມື່ອວັນທີ 2 ມັງກອນ 2022 ຜ່ານມານີ້ ສປປ ລາວ ກໍໄດ້ຮັບວັກຊິນປ້ອງກັນໂຄວິດ-19 ໄຟເຊີ ຈາກລັດຖະບານສະຫະລັດອາເມລິກາ ຈຳນວນ 799.110 ໂດສ ໂດຍຜ່ານ COVAX Facility ແລະ ຈາກລັດຖະບານອົດສະຕາລີ ຈຳນວນ 905.580 ໂດສ ໂດຍຜ່ານອົງການຢູນິເຊັບ.

ທ່ານ Dr Tedros Adhanom Ghebreyesus, ອຳນວຍການໃຫຍ່ຂອງອົງການອະນາໄມໂລກໄດ້ອອກມາຖະແຫຼງຂ່າວໃນວັນທີ 31 ທັນວາ 2021 ຜ່ານມາວ່າ: ໂລກເຮົາສາມາດເອົາຊະນະການລະບາດ ຂອງພະຍາດໂຄວິດໃນປີ 2022 ນີ້ໄດ້ເນື່ອງຈາກພວກເຮົາມີເຄື່ອງມືຫຼາຍຢ່າງ, ເຊັ່ນຢາວັກຊີນປ້ອງກັນພະຍາດໂຄວິດ-19 ທີ່ມີຫຼາຍຊະນິດ, ຢາປິ່ນປົວພະຍາດ ລວມທັງເຄື່ອງມືທາງການແພດອື່ນໆ ແຕ່ ອົງການອະນາໄມໂລກຢ້ຳຕື່ມວ່າຜົນສຳເລັດດັ່ງກ່າວຈະບັນລຸໄດ້ກໍ່ຕໍ່ເມື່ອຄວາມແຕກຕ່າງກ່ຽວກັບການເຂົ້າເຖີງການສັກວັກຊີນປ້ອງກັນໂຄວິດ19 ໝົດໄປ ຫຼື ມີໜ້ອຍທີ່ສຸດ.

ດັ່ງນັ້ນທ່ານຮຽກຮ້ອງໃຫ້ບັນດາປະເທດຮ່ວມແຮງກັນເພື່ອພ້ອມກັນຄວບຄຸມ ແລະ ສະກັດກັ້ນການລະບາດໃຫ້ຢຸດຕິໂດຍໄວ ແລະ ໄດ້ຢ້ຳກ່ຽວກັບການແບ່ງປັນວັກຊີນລະຫວ່າງປະເທດທີ່ພັດທະນາແລ້ວ ກັບປະເທດທີ່ກຳລັງພັດທະນາທີ່ກຳລັງປະເຊີນໜ້າກັບການລະບາດໃນຂະໜາດນີ້ ລວມທັງການລະບາດຂອງສາຍພັນໂອມິກຣອນ ຊຶ່ງເມື່ອປະຊາຊົນໃນປະເທດທີ່ກຳລັງພັດທະນາບໍ່ໄດ້ຮັບຢາໃນອັດຕາສ່ວນທີ່ສູງໄດ້ຄາດໝາຍ ເຮັດໃຫ້ເຊື້ອມີໂອກາດກາຍພັນເຊີ່ງຜົນໄດ້ຮັບກໍ່ຄືມີເກີດມີຫຼາກຫຼາຍສາຍພັນທີ່ພວກເຮົາກຳລັງປະເຊີນໜ້າໃນຄະນະນີ້ ແລະ ສ້າງຄວາມ ວິຕົກກັງວົນບໍ່ໜ້ອຍໃຫ້ແກ່ເຫຼົ່າບັນດາປະເທດໃນທົ່ວໂລກ ອົງການອະນາໄມໂລກວາງຄາດໃຫ້ນານາປະເທດເລັ່ງສັກຊີນປ້ອງກັນໃຫ້ໄດ້70% ຂື້ນໄປເພື່ອຢຸດຕິການລະບາດໃນຄັ້ງນີ້ໂດຍໄວ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...