Homeຂ່າວຕ່າງປະເທດຈີນຄົ້ນພົບຊາກກະດູກໂຕອ່ອນໄດໂນເສົາ ທີ່ມີອາຍຸ 66 ລ້ານປີ

ຈີນຄົ້ນພົບຊາກກະດູກໂຕອ່ອນໄດໂນເສົາ ທີ່ມີອາຍຸ 66 ລ້ານປີ

Published on

ວັນທີ 23 ທັນວາ 2021 ສໍານັກຂ່າວ ch3plus ລາຍງານວ່າ ນັກວິທະຍາສາດ ກ່ຽວກັບ ການຄົ້ນພົບໄຂ່ໄດໂນເສົາ ທີ່ມີສະພາບທີ່ສົມບູນ ໂດຍເປັນພັນທີ່ມີອາຍຸ 66 ລ້ານປີ ຢູ່ທີ່ເມືອງກວາງໂຈ ປະເທດຈີນ. ມີສົມມຸດຖານວ່າອາດມີການເຊື່ອມໂຍງ ແລະ ວິວັດທະນາການຮ່ວມກັບສັດປີກໃນຍຸກປັດຈຸບັນ.

ຊາກກະດູກດັ່ງກ່າວ ຖືກຄົ້ນພົບຢູ່ທີ່ເມືອງກວາງໂຈ ທາງພາກໃຕ້ຂອງປະເທດຈີນ ແລະ ເປັນຂອງໄດໂນເສົາສາຍພັນ Theropod ຊະນິດທີ່ບໍ່ມີແຂ້ວ ຫຼື oviratorosaur ເຊິ່ງນັກວິໄຈໄດ້ຕັ້ງຊື່ໃຫ້ວ່າ Baby Yingliang.

ເຊິ່ງຂະໜາດຂອງຕົວອ່ອນດັ່ງກ່າວມີຄວາມປະມານ 27 ຊັງຕີແມັດ ນອນຂົດໂຕຢູ່ໃນໄຂ່ຍາວ 17 ຊັງຕີແມັດ ໂດຍມື ແລະ ຕີນ ຢູ່ດ້ານໜ້າກັບຫົວ ເຊິ່ງຄ້າຍຄືກັບການກຽມຟັກໄຂ່ຂອງສັດປີກ ແລະ ຄ້າຍກັບໂຕອ່ອນຂອງສັດຈໍາພວກນົກໃນຍຸກສະໄໝໃໝ່ ເປັນສິ່ງທີ່ນັກວິໄຈໃໝ່ບໍ່ເຄີຍພົບມາກ່ອນໃນຊາກກະດູກ ຫຼື ຫຼັກຖານກ່ຽວກັບໄດໂນເສົາ.

ນີ້ຄືສິ່ງທີ່ບົ່ງບອກວ່າ ພຶດຕິກໍາແບບນົກສະໄໝໃໝ່ ເກີດຂຶ້ນໃນບັນພະບູລຸດໄດໂນເສົາ, ຄາດເດົາວ່າ ໄຂ່ນ່ວຍນີ້ ອາດຖືກເຫດການດິນຖະຫຼົ່ມົລບກວນ ເຮັດໃຫ້ໄຂ່ຮົ່ວກ່ອນທີ່ໄຂ່ຈະຟັກ ແຕ່ມັນກໍຍັງຢູ່ໃນສະພາບທີ່ສົມບູນ. ຖ້າມີຂໍ້ມູນເພີ່ມຕື່ມ ລາວໂພສຈະແຈ້ງໃຫ້ຊາບໃນພາຍຫຼັງ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...