Homeຂ່າວພາຍ​ໃນເຈົ້າໜ້າທີ່ຈະຄຸມເຂັ້ມຜູ້ເມົາແລ້ວຂັບພ້ອມກວດຈັບຄວາມໄວເທິງທາງດ່ວນຊ່ວງປີໃໝ່ສາກົນ

ເຈົ້າໜ້າທີ່ຈະຄຸມເຂັ້ມຜູ້ເມົາແລ້ວຂັບພ້ອມກວດຈັບຄວາມໄວເທິງທາງດ່ວນຊ່ວງປີໃໝ່ສາກົນ

Published on

ເຈົ້າໜ້າທີ່ຕຳຫຼວດຈະລາຈອນກຽມຄຸມເຂັ້ມນັກຂັບຂີ່ ໂດຍສະເພາະຜູ້ເມົາແລ້ວຂັບລົດພ້ອມກວດຈັບຄວາມໄວເທິງທາງດ່ວນຜ່ານກ້ອງວົງຈອນປິດ ໃນຊ່ວງສະເຫຼີມສະຫຼອງປີໃໝ່ສາກົນ ເພື່ອຫຼຸດຜ່ອນປັນຫາອຸບັດເຫດເທິງທ້ອງຖະໜົນ.

ອີງຕາມແຈ້ງການຂອງກົມຕຳຫຼວດຈະລາຈອນ, ກະຊວງປ້ອງກັນຄວາມສະຫງົບ ໃນວັນທີ 22 ທັນວາ 2021, ຫ້າມຜູ້ຂັບຂີ່ດື່ມສິ່ງມຶນເມົາ (ເມົາຫ້າມຂັບຂີ່ລົດ) ຢ່າງເດັດຂາດ ຖ້າກວດພົບເຫັນ ທາງເຈົ້າໜ້າທີ່ຕຳຫຼວດຈະລາຈອນຈະໄດ້ກັກຕົວໄວ້ຊົ່ວຄາວ ຈົນກວ່າຊ່ວງເມົາຈິ່ງອະນຸຍາດໃຫ້ໄປ ຫຼື ໃຫ້ຍາດພີ່ນ້ອງ ຫຼື ໝູ່ຄູ່ມາຮັບເອົາເພື່ອຄວາມປອດໄພ ພ້ອມຫ້າມຂັບຂີ່ລົດໄວເກີນກົດໝາຍກຳນົດ ໂດຍສະເພາະແມ່ນເສັ້ນທາງດ່ວນ ແມ່ນສາມາດໃຊ້ຄວາມໄວສູງສຸດບໍ່ເກີນ 120 ກິໂລແມັດ/ຊົ່ວໂມງ ແລະຄວາມໄວຕໍ່າສຸດບໍ່ຫຼຸດ 80 ກິໂລແມັດ/ຊົ່ວໂມງ ເຊິ່ງເຈົ້າໜ້າທີ່ຈະມີການຕິດຕາມຈັບຄວາມໄວຜ່ານກ້ອງວົງຈອນປິດ. ນອກນັ້ນ, ກໍຫ້າມຈອດລົດໃນເສັ້ນທາງດ່ວນຢ່າງເດັດຂາດ ຍົກເວັ້ນກໍລະນີລົດເປ່ເພ ທັງນີ້ກໍເພື່ອເປັນການຫຼຸດຜ່ອນປັນຫາອຸບັດເຫດທີ່ອາດເກີດຂຶ້ນ.

ເຈົ້າໜ້າທີ່ລາຍງານຕື່ມວ່າ ໃນຊ່ວງເດືອນມັງກອນ ຫາ ເດືອນຕຸລາ ມີອຸບັດເຫດເກີດຂຶ້ນທົ່ວປະເທດທັງໝົດ 4.808 ລາຍ, ພາຫະນະເປ່ເພ 8.577 ຄັນ, ມີຜູ້ໄດ້ຮັບບາດເຈັບ 7.334 ຄົນ ແລະ ເສຍຊີວິດ 704 ຄົນ. ສະເພາະຊ່ວງປີໃໝ່ສາກົນໃນຕົ້ນເດືອນມັງກອນ 2021 ຜ່ານມາ, ມີອຸບັດເຫດເກີດຂຶ້ນ 217 ລາຍ, ພາຫະນະເປ່ເພ 376 ຄັນ, ມີຜູ້ໄດ້ຮັບບາດເຈັບ 342 ຄົນ ແລະເສຍຊີວິດ 36 ຄົນ ອັນໄດ້ສ້າງຜົນເສຍຫາຍທາງດ້ານສຸຂະພາບ, ຊີວິດ ແລະຊັບສິນຢ່າງຫຼວງຫຼາຍ.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...