spot_img
Homeຂ່າວຕ່າງປະເທດໝາກໄມ້ໄທມີທ່າອ່ຽງຕົກຕໍ່າທັງລະບົບ ເສັ້ນທາງຖືກປິດຍ້ອນໂຄວິດ ສົ່ງອອກສິນຄ້າບໍ່ຮອດຈີນ

ໝາກໄມ້ໄທມີທ່າອ່ຽງຕົກຕໍ່າທັງລະບົບ ເສັ້ນທາງຖືກປິດຍ້ອນໂຄວິດ ສົ່ງອອກສິນຄ້າບໍ່ຮອດຈີນ

Published on

ທາງສະມາຄົມຜູ້ປະກອບການ ແລະ ສົ່ງອອກໝາກໄມ້ໄທ ໄດ້ໃຫ້ສໍາພາດກັບສໍານັກຂ່າວ WorkpointTODAY ໃນວັນທີ 18 ທັນວາ 2021 ວ່າ ໄດ້ສົ່ງອອກທຸລຽນຈໍານວນ 1 ຕູ້ ໄປທີ່ປະເທດຈີນ ໂດຍໃຊ້ເວລາທັງໝົດ 28 ມື້ ເຊິ່ງເຮັດໃຫ້ທຸລຽນທັງໝົດໄດ້ຮັບຄວາມເສຍຫາຍ ແລະ ຕົກໂໝກທຸກໜ່ວຍ, ໂດຍທຸລຽນຕູ້ໜຶ່ງ ມີມູນຄ່າສູງເຖິງ 4 ລ້ານບາດ ແຕ່ເອົາໄປຂາຍໄດ້ພຽງ 3 ແສນບາດ. ຖ້າຫາກວ່າອີກ 3 ເດືອນຂ້າງໜ້າສະຖານະການຍັງຄົງເປັນແບບນີ້ຢູ່ ຄາດວ່າອຸດສາຫະກໍາພືດຜັກ ແລະ ໝາກໄມ້ ໃນພາກຕາເວັນອອກຂອງໄທແມ່ນຈະຕົກຕໍ່າທັງລະບົບ.

 

ຈາກບັນຫາການສົ່ງອອກໝາກໄມ້ເຂົ້າຈີນລ່າຊ້າ ແລະ ບໍ່ເປັນໄປຕາມເປົ້າ ປັດໃຈຫຼັກມາຈາກມາດຕະການ ການກວດໂຄວິດ-19 ທີ່ເຂັ້ມງວດ ຕາມນະໂຍບາຍຂອງລັດຖະບານຈີນ. ເພື່ອຫາທາງອອກສໍາລັບບັນຫານີ້ ທາງດ້ານທີ່ປຶກສາລັດຖະມົນຕີວ່າການກະຊວງການກະເສດ ແລະ ສະຫະກອນກ່າວ່າ ບັນຫານີ້ລັດຖະບານໄທກໍາລັງແກ້ໄຂຢ່າງຈິງຈັງ ແລະ ຄາດວ່າຈະໃຊ້ເວລາພາຍໃນ 2-3 ອາທິດຂ້າງໜ້າໃນການຫາທາງອອກທີ່ເໝາະສົມ ແຕ່ກໍບໍ່ສາມາດຮັບປະກັນໄດ້ວ່າຈະໄດ້ຜົນ ເພາະບັນຫານີ້ແມ່ນຂຶ້ນກັບທາງຈີນເປັນຫຼັກ, ຍ້ອນວ່າຊາຍແດນທີ່ໃຊ້ໃນການສົ່ງອອກສິນຄ້ານັ້ນ ບໍ່ແມ່ນຊາຍແດນທີ່ຕິດກັບໄທເລີຍ ແລະ ມັນກໍຂຶ້ນກັບລະບົບການກວດໂຄວິດ-19 ຂອງທາງຈີນ.

 

 

ສ່ວນປະເດັນອີກເລື່ອງໜຶ່ງ ທີ່ວ່າມີສິນຄ້າຈາກຈີນເຂົ້າໄທເປັນຈໍານວນຫຼາຍ ຜ່ານທາງລົດໄຟ ລາວ-ໄຟ ແມ່ນແທ້ ຫຼື ບໍ່? ທາງທີ່ປຶກສາລັດຖະມົນຕີວ່າການກະຊວງກະເສດ ແລະ ສະຫະກອນໄທໄດ້ຊີ້ແຈງວ່າ ບໍ່ມີໝາກໄມ້ຈາກຈີນເຂົ້າມາໃນໄທຢ່າງແນ່ນອນ ຍ້ອນໄທຍັງບໍ່ໄດ້ອະນຸຍາດໃຫ້ນໍາເຂົ້າຜ່ານດ່ານໜອງຄາຍ, ແຕ່ສິນຄ້າກະເສດທີ່ເຂົ້າມານັ້ນແມ່ນພືດຜັກ ເຊິ່ງເປັນການທົດລອງສົ່ງທີ່ຜູ້ປະກອບການຈາກຈີນບໍ່ໄດ້ກໍາໄລ ແລະ ຍັງຂາດທຶນນໍາອີກ. ເພາະວ່າການຂົນສົ່ງພຽງແຕ່ຂາດຽວບໍ່ສາມາດສ້າງກໍາໄລໄດ້ ແລະ ລາຄາຜັກຍັງຕໍ່າອີກດ້ວຍ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...