spot_img
Homeຂ່າວພາຍ​ໃນລັດຖະບານ ອະນຸຍາດ ໃຫ້ເປີດຕ້ອນຮັບນັກທ່ອງທ່ຽວຈາກຕ່າງປະເທດ ໃນເຂດທ່ອງທ່ຽວສີຂຽວ

ລັດຖະບານ ອະນຸຍາດ ໃຫ້ເປີດຕ້ອນຮັບນັກທ່ອງທ່ຽວຈາກຕ່າງປະເທດ ໃນເຂດທ່ອງທ່ຽວສີຂຽວ

Published on

ໃນຕອນສວາຍ ຂອງວັນທີ 17 ທັນວາ 2021 ທີ່ ນະຄອນຫຼວງວຽງຈັນ, ໄດ້ຈົດພິທີຖະແຫຼງຂ່າວ ເປີດການຕ້ອນຮັບນັກທ່ອງທ່ຽວຈາກຕ່າງປະເທດໃນເຂດທ່ອງທ່ຽວສີຂຽວ, ເຊິ່ງລັດຖະບານ ໄດ້ຕົກລົງໃຫ້ເປີດການຕ້ອນຮັບນັກທ່ອງທ່ຽວ ຈາກຕ່າງປະເທດໃນເຂດທ່ອງທ່ຽວສີຂຽວ ໂດຍແບ່ງອອກເປັນ 3 ໄລຍະ ຄື:

  • ໄລຍະທີ 1: ເລີ່ມແຕ່ ວັນທີ 1 ມັງກອນ ຫາວັນທີ 30 ມີນາ 2022
  • ໄລຍະທີ 2: ເລີ່ມແຕ່ວັນທີ 1 ເມສາ ຫາ ວັນທີ 30 ມິຖຸນາ 2022
  • ໄລຍະທີ 3: ເລີ່ມແຕ່ວັນທີ 1 ກໍລະກົດ 2022 ເປັນຕົ້ນໄປ.

ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນ ໃນວັນທີ 17 ທັນວາ 2021 ນີ້ວ່າ: ມາຮອດປັດຈຸບັນ, ແມ່ນມີຄວາມພ້ອມໃນດ້ານຕ່າງໆ ໃນການເປີດຕ້ອນຮັບນັກທ່ອງທ່ຽວ, ເຊິ່ງໄດ້ກຳນົດບັນດາປະເທດທີ່ຈະນຳນັກທ່ອງທ່ຽວເຂົ້າມາ ສປປ ລາວ ໃນເບື້ອງຕົ້ນ, ກຳນົດກິດຈະກຳການບໍລິການ ແລະ ເຂດພື້ນທີ່ເປົ້າໝາຍເຂດທ່ອງທ່ຽວສີຂຽວ, ກຳນົດມາດຕະຖານການບໍລິການຕ້ອນຮັບນັກທ່ອງທ່ຽວ ຄຽງຄູ່ກັບການປະຕິບັດມາດຕາການຄວບຄຸມ ການລະບາດຂອງພະຍາດໂຄວິດ-19.

ສຳລັບຂອບເຂດທ່ອງທ່ຽວສີຂຽວ ໄດ້ກຳນົດອອກເປັນ 2 ປະເພດ ຄື: ເຂດທ່ອງທ່ຽວສີຂຽວ (Green Travel Zone) ແລະ ເສັ້ນທາງທ່ອງທ່ຽວສີຂຽວ (Green Travel Trail), ເຊິ່ງເຂດທ່ອງທ່ຽວສີຂຽວ ໃນໄລຍະທີ 1 ໄດ້ກຳນົດເອົານະຄອນຫລວງວຽງຈັນ; ນະຄອນຫລວງພະບາງ ແລະ ເມືອງຕ່າງໆຂອງແຂວງຫລວງພະບາງ ແລະ ເມືອງວັງວຽງ ແຂວງວຽງຈັນ. ສ່ວນເສັ້ນທາງທ່ອງທ່ຽວສີຂຽວ ແມ່ນໄດ້ກຳນົດເອົາ 5 ແຂວງ ຄື: ແຂວງອຸດົມໄຊ, ໄຊຍະບູລີ, ຊຽງຂວາງ, ຄຳມ່ວນ ແລະ ແຂວງຈຳປາສັກ. ສຳລັບ ເຂດທ່ອງທ່ຽວສີຂຽວໃນໄລຍະທີ 2 ມີ 9 ແຂວງ ຄື: ນະຄອນຫລວງວຽງຈັນ, ແຂວງວຽງຈັນ, ຫລວງພະບາງ, ອຸດົມໄຊ, ໄຊຍະບູລີ, ຊຽງຂວາງ, ຄໍາມ່ວນ, ສະຫວັນນະເຂດ ແລະ ແຂວງຈຳປາສັກ. ສຳລັບເສັ້ນທາງທ່ອງທ່ຽວສີຂຽວໃນໄລຍະ 2 ແມ່ນໄດ້ກຳນົດຢູ່ 4 ແຂວງ ດັ່ງນີ້: ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ, ແຂວງຫລວງນ້ຳທາ, ແຂວງເຊກອງ ແລະ ແຂວງສາລະວັນ.

ສຳລັບເປົ້າໝາຍກຸ່ມນັກທ່ອງທ່ຽວເຂົ້າມາທ່ອງທ່ຽວ ເຂດທ່ອງທ່ຽວສີຂຽວ ໃນໄລຍະທີ 1 ລວມ ມີ 17 ປະເທດ ຄື: ສປ ຈີນ, ສສ ຫວຽດນາມ, ກຳປູເຈຍ, ໄທ, ມາເລເຊຍ, ສິງກະໂປ, ສ ເກົາຫລີ, ຍີ່ປຸ່ນ, ຝຣັ່ງ, ອັງກິດ, ເຢຍລະມັນ, ໂຮນລັງ, ສະເປນ, ອີຕາລີ, ອາເມລິກາ, ການາດາ ແລະ ອົດສະຕຣາລີ.

ໂດຍເງື່ອນໄຂຂອງນັກທ່ອງທ່ຽວ ທີ່ຈະເດີນທາງເຂົ້າມາທ່ອງທ່ຽວເຂດທ່ອງທ່ຽວສີຂຽວຄືດັ່ງນີ້:

  • ນັກທ່ອງທ່ຽວຕ້ອງມາເປັນໝູ່ຄະນະ, ຜ່ານການບໍລິການຂອງ ບໍລິສັດທ່ອງທ່ຽວຕາມລາຍການທີ່ໄດ້ກຳນົດໃນຂອບເຂດທ່ອງທ່ຽວສີຂຽວ, ຫ້າມບໍ່ໃຫ້ນໍາເຂົ້ານັກທ່ອງທ່ຽວແບບກະແຈກກະຈາຍ ໂດຍບໍ່ຜ່ານການບໍລິການຂອງ ບໍລິສັດທ່ອງທ່ຽວ ໂດຍທີ່ບໍ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ
  • ຕ້ອງໄດ້ຮັບວັກຊິນຄົບໂດສ ຫລາຍກວ່າ 14 ວັນຂຶ້ນໄປ, ມີປະກັນໄພຊີວິດ, ມີຢັ້ງຢືນການກວດຫາເຊື້ອດ້ວຍລະບົບ RT-PCR ທີ່ມີຜົນເປັນລົບ(ບໍ່ມີເຊື້ອ) ບໍ່ເກີນ 72 ຊົ່ວໂມງ ກ່ອນວັນເດີນທາງ, ເມື່ອມາເຖິງ ສປປ ລາວ ຕ້ອງໄດ້ຮັບກວດຫາເຊື້ອໂຄວິດ-19 ຢູ່ຕາມດ່ານສາກົນເຂົ້າ-ອອກ ແລະ ຈຳກັດບໍລິເວນ 1 ວັນ ຫລື 24 ຊົ່ວໂມງ ເພື່ອລໍຖ້າຜົນກວດ, ເມື່ອຜົນກວດເປັນລົບ ສາມາດເດີນທາງທ່ອງທ່ຽວຕາມລາຍການໄດ້
  • ກ່ອນເດີນທາງມາເຖິງ ສປປ ລາວ ນັກທ່ອງທ່ຽວຕ້ອງດາວໂຫລດແອບ LaoStay Safe ເພື່ອລົງທະບຽນ ແລະ ແຈ້ງຂໍ້ມູນການສັກວັກຊິນຄົບໂດສ
  • ນັກທ່ອງທ່ຽວຕ້ອງຊື້ປະກັນໄພສຸຂະ ພາບ ທີ່ມີວົງເງິນຄ້ຳປະກັນຢ່າງຕ່ຳ 50.000 USD.

ສ່ວນການກຳນົດເປີດດ່ານສາກົນ ເຂົ້າ-ອອກ ເພື່ອຕ້ອນຮັບນັກທ່ອງທ່ຽວມາທ່ຽວ ໃນເຂດທ່ອງທ່ຽວສີຂຽວ ໃນໄລຍະທີ 1 ມີ 2 ດ່ານ ຄື:

ສະໜາມບິນສາກົນວັດໄຕ ແລະ ດ່ານສາກົນຂົວມິດ ຕະພາບ 1 (ນະຄອນຫລວງວຽງຈັນ-ໜອງຄາຍ), ໄລຍະທີ 2 ມີ 9 ດ່ານ ດັ່ງນີ້: ສະໜາມບິນວັດໄຕ, ສະໜາມບິນສາກົນຫລວງພະບາງ, ດ່ານບໍ່ຫານ-ບໍ່ເຕ່ນ(ລາວ-ຈີນ), ຂົວມິດຕະພາບ I (ນະຄອນ ຫລວງວຽງຈັນ-ໜອງຄາຍ), ຂົວມິດຕະພາບ (ທ່າແຂກ-ນະຄອນພະນົມ), ຂົວມິດຕະພາບ (ສະຫວັນນະເຂດ-ມຸກດາຫານ), ດ່ານຊ່ອງເມັກ (ປາກເຊ-ອຸບົນລາດຊະທານີ), ດ່ານລາວບາວ (ລາວ-ຫວຽດ ນາມ) ແລະ ດ່ານຫລັກຊາວ ( ລາວ-ຫວຽດນາມ).

ທ່ານ ນາງ ສວນສະຫວັນ ວິຍະເກດ ຍັງໃຫ້ຮູ້ອີກວ່າ: ການຈັດຕັ້ງປະຕິບັດ ແຜນເປີດຕ້ອນ ຮັບນັກທ່ອງທ່ຽວ ຈາກຕ່າງປະເທດໃນເຂດທ່ອງທ່ຽວສີຂຽວ ແມ່ນບໍ່ສາມາດເປີດພ້ອມກັນໄດ້ໃນທົ່ວປະເທດ, ຈະໄດ້ດຳເນີນໄປເປັນເທື່ອລະບາດກ້າວ ດ້ວຍຄວາມລະມັດລະວັງມີຄວາມຮັບຜິດຊອບສູງ ມີການຕິດຕາມ, ກວດກາ ແລະ ປະເມີນຜົນໃນແຕ່ລະໄລຍະຢ່າງຕໍ່ເນື່ອງ, ຮັບປະກັນຄວາມປະທັບໃຈ ແລະ ປອດໄພຂອງນັກທ່ອງທ່ຽວ ແລະ ຜູ້ບໍລິການ ໂດຍປະຕິບັດມາດຕະການຄວບຄຸມການລະບາດຂອງພະຍາດໂຄວິດ-19 ຢ່າງຮັດກຸມ.

ສຳລັບວຽກງານສາທາລະນະສຸກ ທ່ານ ບຸນແຜງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາ ລະນະສຸກ ໄດ້ໃຫ້ຮູ້ວ່າ: ເພື່ອກຽມພ້ອມໃຫ້ແກ່ການເປີດຮັບນັກທ່ອງທ່ຽວເຂົ້າມາ ສປປ ລາວ ຂະແໜງ ສາທາລະນະສຸກ ໄດ້ມີມາດຕະການທາງການແພດຮອງຮັບຢ່າງເຂັ້ມງວດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໂດຍສຸມໃສ່ສັກວັກຊິນ ໃຫ້ກຸ່ມເປົ້າໝາຍໃຫ້ໄດ້ 70% ຂຶ້ນໄປ, ສ່ວນເງື່ອນໄຂຜູ້ປະກອບການທີ່ຈະເຂົ້າຮ່ວມ ເປັນຕົ້ນ ພະນັກງານໂຮງແຮມ, ຮ້ານອາ ຫານ, ສະຖານທີ່ທ່ອງທ່ຽວ, ຄົນຂັບລົດນໍາທ່ຽວ ແລະ ພະນັກງານນຳທ່ຽວ ຈະຕ້ອງໄດ້ສັກວັກຊິນ ໃຫ້ໄດ້ 95% ຂຶ້ນໄປ. ພ້ອມດຽວກັນນັ້ນ, ປະຊາຊົນ ຢູ່ໃນແຂວງທີ່ຈະຮັບນັກທ່ອງທ່ຽວໄລຍະທີ 1 ຕ້ອງໄດ້ສັກວັກຊິນ ຄົບໂດສ 70% ຂຶ້ນໄປ.

ພາບ: ຂັນໄຊ

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...