Homeຂ່າວຕ່າງປະເທດໂຫດ! ກຸ່ມ IS ສັງຫານໝູ່ຊົນເຜົ່າໃນອີຣັກ 200 ກ່ວາຄົນ!

ໂຫດ! ກຸ່ມ IS ສັງຫານໝູ່ຊົນເຜົ່າໃນອີຣັກ 200 ກ່ວາຄົນ!

Published on

EyWwB5WU57MYnKOuFIzHXcAkjC3mHe6f4c9iIZCLvkxSjHn7w02iA9

 

ກຸ່ມຕິດອາວຸດລັດອິດສະລາມ ຫລື IS ກໍ່ເຫດສັງຫານໝູ່ ສະມາຊິກຊົນເຜົ່າຊາວມຸດສະລິມນິກາຍສຸໜີ່ ໃນແຂວງອັນ

ບາ ທາງພາກຕາເວັນຕົກຂອງອີຣັກ ກ່ວາ 200 ຄົນ.

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 3 ພະຈິກນີ້ວ່າ ກຸ່ມ IS ໄດ້ກໍ່ເຫດສັງຫານໝູ່ສະມາຊິກຊົນເຜົ່າ ອັນ ບູ ນິມາ

ທາງພາກຕາເວັນຕົກຂອງອີຣັກ ໂດຍໃນໄລຍະ 10 ມື້ທີ່ຜ່ານມານີ້ ສະມາຊິກເຜົ່າດັ່ງກ່າວ ໄດ້ຖືກສັງຫານໄປແລ້ວຫລາຍ

ກ່ວາ 200 ຄົນ ບໍ່ເວັ້ນເດັກນ້ອຍ ຫລື ຜູ້ຍິງ ເຊິ່ງເປັນການສັງຫານເພື່ອແກ້ແຄ້ນທີ່ເຜົ່າ ອັນ ບູ ນິມາ ໄດ້ມີຄວາມກ້າຫານ

ຈັບອາວຸດລຸກຂຶ້ນຕໍ່ຕ້ານກຸ່ມ IS ທີ່ກຳລັງຄວບຄຸມພື້ນທີ່ສ່ວນໃຫຍ່ໃນແຂວງອັນບາເອົາໄວ້ໃນຂະນະນີ້.

 

ຢ່າງໃດກໍຕາມ ຍັງບໍ່ທັນຮູ້ຈຳນວນຜູ້ເສຍຊີວິດທີ່ຊັດເຈນ ໂດຍທ່ານ ພັນເອກ ຊາບານ ອັນ ໂອໄບດີ ເຈົ້າໜ້າທີ່ຕຳຫລວດ

ໃນແຂວງອັນບາ ໄດ້ເປີດເຜີຍຕໍ່ຜູ້ສື່ຂ່າວຂອງຕ່າງປະເທດວ່າ ສະມາຊິກເຜົ່າ ອັນ ບູ ນິມາ ຖືກສັງຫານຫລາຍກ່ວາ 200

ຄົນ ໃນຂະນະທີ່ ທ່ານ ຟາເລ ອັນ ເອສຊາວີ ຮອງປະທານສະມາແຂວງອັນບາ ກໍໄດ້ລະບຸຕົວເລກຜູ້ເສຍຊີວິດໄວ້ທີ່ 258 ຄົນ.

 

ໃນຂະນະດຽວກັນ ກຸ່ມ IS ຍັງໄດ້ລັກພາຕົວສະມາຊິກຂອງເຜົ່າ ຈູບູ ໃນແຂວງຊາຊາເຮດດິນ ທາງຕອນເໜືອຂອງນະຄອນ

ຫລວງແບັກແດັດໄປແລ້ວຫລາຍສິບຄົນ ເນື່ອງຈາກເຜົ່າ ຈູບູ ແລະ ກອງກຳລັງຄວາມໝັ້ນຄົງຂອງອີຣັກ ໄດ້ຮ່ວມມືກັນ

ຕໍ່ສູ້ກັບກຸ່ມ IS ມາໄດ້ຫລາຍເດືອນແລ້ວ ທີ່ເມືອງດູລູອີຢາ ເມືອງເອກຂອງແຂວງຊາລາເຮດດິນ.

 

ທັງນີ້ ກຸ່ມ IS ໄດ້ທຳການບຸກໂຈມຕີແບບສາຍຟ້າແມບໃນອີຣັກ ເມື່ອເດືອນມິຖຸນາທີ່ຜ່ານມາ ໂດຍໄດ້ຍຶດຄອງດິນແດນ

ຫລາຍແຫ່ງໃນພາກເໜືອ ລວມເຖິງເມືອງສຳຄັນຕ່າງໆຢ່າງເຊັ່ນເມືອງໂມຊູນ ແລະ ພື້ນທີ່ຂະໜາດໃຫຍ່ຂອງແຂວງອັນ

ບາ ໂດຍໃນໄລຍະບໍ່ພໍເທົ່າໃດອາທິດມານີ້ ກຸ່ມ IS ໃນແຂວງອັນບາ ໄດ້ເຄື່ອນໄຫວໂຈມຕີຢ່າງໜັກ ຈົນເຮັດໃຫ້ເກີດຄວາມ

ກັງວົນວ່າ ພື້ນທີ່ຕິດຊາຍແດນປະເທດຈໍແດນ ແລະ ຊາອຸດີອາຣະເບຍທາງຕາເວັນຕົກ ອາດຈະຕົກເຂົ້າຢູ່ໃນການຍຶດຄອງ

ຂອງກຸ່ມດັ່ງກ່າວອີກດ້ວຍ.

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...