Homeຂ່າວຕ່າງປະເທດອັດຕາການເກີດຂອງເດັກໃນຈີນຕໍ່າສຸດໃນຮອບ 40 ກວ່າປີ

ອັດຕາການເກີດຂອງເດັກໃນຈີນຕໍ່າສຸດໃນຮອບ 40 ກວ່າປີ

Published on

ອັດຕາການເກີດຂອງເດັກໃນປະເທດຈີນຖືວ່າຕໍ່າສຸດໃນຮອບ 40 ກວ່າປີ ເຊິ່ງສະທ້ອນໃຫ້ເຫັນເຖິງວິກິດຂອງຈຳນວນປະຊາກອນທີ່ເກີດໃໝ່ ແລະປັນຫາສັງຄົມຜູ້ສູງອາຍຸທີ່ຈະຕາມມາໃນອະນາຄົດ.

ລັດຖະບານຈີນໄດ້ຜ່ອນຜັນນະໂຍບາຍການມີລູກຄົນດຽວ ໂດຍອະນຸຍາດໃຫ້ຄູ່ຜົວເມຍໜຶ່ງສາມາດມີລູກໄດ້ 2 ຄົນໃນປີ 2016 ກ່ອນຈະເພີ່ມເປັນ 3 ຄົນໃນຕົ້ນປີນີ້ ເພື່ອຮັບມືກັບປັນຫາປະຊາກອນເກີດໃໝ່ທີ່ມີທ່າອ່ຽງຫຼຸດລົງຢ່າງຕໍ່ເນື່ອງ ແຕ່ການປ່ຽນແປງນະໂຍບາຍດັ່ງກ່າວຍັງບໍ່ເກີດຜົນພໍສົມຄວນ ເນື່ອງຈາກປັນຫາຄ່າຄອງຊີບທີ່ສູງຂຶ້ນ ແລະແມ່ຍິງສ່ວນໃຫຍ່ກໍມີຄວາມສາມາດໃນການວາງແຜນຄອບຄົວດ້ວຍຕົນເອງ.

ຈາກຂໍ້ມູນລາຍງານປະຈຳປີໃນປີຜ່ານມາ ພົບວ່າ ຈີນ ມີອັດຕາການເກີດຢູ່ທີ່ 8.52 ຕໍ່ປະຊາກອນ 1 ພັນຄົນ ຫຼື ມີເດັກເກີດໃໝ່ 12 ລ້ານຄົນໃນປີ 2020 ເຊິ່ງຖືວ່າຕໍ່າກວ່າປີກ່ອນໜ້າ ຂະນະທີ່ຂໍ້ມູນລາຍງານຍັງສະແດງໃຫ້ເຫັນຈຳນວນຄູ່ແຕ່ງດອງໃນປີ 2020 ທີ່ຫຼຸດລົງຕໍ່າສຸດໃນຮອບ 17 ປີ ໂດຍມີຄູ່ຮັກຈົດທະບຽນແຕ່ງດອງພຽງ 8.14 ລ້ານຄູ່ໃນປີ 2020.

ຂໍ້ມູນຈາກ: ໄທຣັດອອນໄລນ໌

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...