Homeຂ່າວພາຍ​ໃນກຽມສັກວັກຊີນໃຫ້ເດັກ 12-17 ປີ ຂຶ້ນໄປ ເລີ່ມເດືອນນີ້ເປັນຕົ້ນໄປ

ກຽມສັກວັກຊີນໃຫ້ເດັກ 12-17 ປີ ຂຶ້ນໄປ ເລີ່ມເດືອນນີ້ເປັນຕົ້ນໄປ

Published on

ອອກມາແລ້ວ! ກະຊວງສາທາລະນະສຸກ ອອກແຈ້ງການເຖິງ: ບັນດາທ່ານຫົວຫນ້າພະແນກສາທາລະນະສຸກແຂວງ ແລະ ນະຄອນຫຼວງວຽງຈັນ.

ເລື່ອງ:ການສັກວັກຊີນປ້ອງກັນພະຍາດໂຄວິດ-19 ໃຫ້ແກ່ກຸ່ມເດັກນ້ອຍ ອາຍຸ 12-17 ປີ, ຜູ້ສູງອາຍຸ, ຜູ້ມີພະຍາດປະຈໍາຕົວ, ແມ່ຍິງຖືພາ, ຄົນພິການ ຫຼື ເສຍຈິດ ແລະ ກຸ່ມປະຊາກອນທົ່ວໄປ ທີ່ຍັງບໍ່ທັນໄດ້ສັກວັກຊີນ ໃນຂອບເຂດທົ່ວປະເທດ.

ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດ ສັກວັກຊີນປ້ອງກັນພະຍາດໂຄວິດ-19 ໃຫ້ບັນລຸຕາມຄາດໝາຍ 50% ໃນທ້າຍປີ 2021 ໂດຍສະເພາະ ກຸ່ມຜູ້ສູງອາຍຸ, ຜູ້ມີພະຍາດປະຈໍາຕົວ, ແມ່ຍິງຖືພາ, ຄົນພິການ ຫຼື ເສຍຈິດ ແລະ ກຸ່ມປະຊາກອນທົ່ວໄປ ທີ່ຍັງບໍ່ທັນໄດ້ສັກວັກຊີນ ໃນຂອບເຂດທົ່ວປະເທດ ໃຫ້ມີຄວາມເປັນເອກະພາບ ແລະ ຮັບປະກັນປະສິດທິຜົນ ໃນການຈັດຕັ້ງປະຕິບັດ. ພ້ອມນັ້ນ, ເພື່ອເປັນການກະກຽມຄວາມພ້ອມ ໃຫ້ແກ່ການສັກຢາວັກຊີນ ໃນກຸ່ມເດັກນ້ອຍ ອາຍຸ 12-17 ປີ. ກະຊວງສາທາລະນະສຸກ ຈຶ່ງອອກແຈ້ງການ ດັ່ງນີ້:

1.ໃຫ້ຫົວຫນ້າພະແນກສາທາລະນະສຸກແຂວງ ແລະ ນະຄອນຫຼວງວຽງຈັນ ຊີ້ນໍາໃຫ້ ຂະແຫນງແມ່ ແລະ ເດັກ/ສັກຢາກັນພະຍາດ, ຫ້ອງການສາທາລະນະສຸກເມືອງ, ໂຮງຫມໍຊຸມຊົນ ແລະ ໂຮງໝໍນ້ອຍ ເພື່ອຈັດຕັ້ງປະຕິບັດ ການສັກວັກຊີນ ປ້ອງກັນພະຍາດ ໂຄວິດ-19 ໃນຈຸດຄົງທີ່ ແລະ ເຄື່ອນທີ່, ຈັດຕັ້ງຂະບວນການ ແບບຕະລຸມບອນ ເພື່ອໃຫ້ເຂົ້າໄປເຖິງປະຊາຊົນ ຜູ້ທີ່ຢູ່ຫ່າງໄກສອກຫຼີກ ໃນຂອບເຂດທົ່ວປະເທດ;

2.ປະສານສົມທົບກັບອໍານາດການປົກຄອງຂັ້ນເມືອງ ຂັ້ນບ້ານ ເພື່ອເກັບກໍາເປົ້າໝາຍ ຕົວເລກສະຖິຕິຕົວຈິງ ຂອງກຸ່ມ ເປົ້າຫມາຍທີ່ຈະສັກຢາ ເຊັ່ນ ກຸ່ມເດັກນ້ອຍ ອາຍຸ 6-11 ປີ (ເກັບກໍາຂໍ້ມູນໄວ້ ແຕ່ຍັງບໍ່ທັນສັກໃຫ້ເທື່ອ) ແລະ 12-17 ປີ ມີເທົ່າໃດ ເພື່ອເປັນເປົ້າໝາຍ ໃຫ້ມີຄວາມຊັດເຈນ, ກຸ່ມອາຍຸ 18 ປີຂຶ້ນໄປ ແລະ ຜູ້ສູງອາຍຸ, ຜູ້ມີພະຍາດປະຈໍາຕົວ, ແມ່ຍິງຖືພາ, ຄົນພິການ ຫຼື ເສຍຈິດ ທີ່ຍັງບໍ່ໄດ້ສັກວັກຊີນ ຍັງມີເທົ່າໃດ ຈະຕ້ອງໄດ້ໃຫ້ເຂົ້າມາສັກຢ່າງທົ່ວເຖິງດ້ວຍ.

ຮູບການຕະລຸມບອນ; ຖ້າສະດວກໄປມາໄດ້ ແມ່ນໃຫ້ມາສັກຢູ່ຈຸດບໍລິການສັກຢາ ທີ່ໄດ້ກໍານົດໄວ້, ຖ້າເຄື່ອນຍ້າຍບໍ່ໄດ້ (ເຈັບເປັນ, ອາຍຸສູງ ແລະ ອ່ອນເພຍ) ຕ້ອງໃຫ້ພະນັກງານໄປສັກຢູ່ກັບເຮືອນ;

3.ສໍາລັບຄົນເຈັບທີ່ນອນປິ່ນປົວຢູ່ໂຮງໝໍແຕ່ລະຂັ້ນ ກ່ອນຈະອອກໂຮງໝໍ ໃຫ້ທີມແພດໄປສັກວັກຊີນໃຫ້ເຂົາເຈົ້າ ເພື່ອຈະບໍ່ພາດໂອກາດ, ສາລັບແມ່ຍິງຖືພາ ເຂົ້າມາກວດທ້ອງໃນສະຖານທີ່ບໍລິການ ແມ່ນໃຫ້ໄດ້ສັກວັກຊີນທຸກກໍລະນີ ຖ້າອາຍຸການຖືພາຫຼາຍກວ່າ 03 ເດືອນຂຶ້ນໄປ ໃຫ້ສັກຄົບສອງເຂັມ;

4.ໃຫ້ເອົາໃຈໃສ່ຈັດຕັ້ງປະຕິບັດການສັກວັກຊີນ ແອດສະຕາເຊເນກາ(Astrazenaca) ເຂັມ 1, ເຂັ້ມ 2 (ສໍາລັບ ຜູ້ທີ່ໄດ້ສັກເຂັມ 01 ມາກ່ອນ ແລະ ຮອດເວລາສັກເຂັ້ມ 2) ທີ່ໄດ້ຮັບຈາກການແບ່ງປັນນັ້ນ ໃຫ້ໝົດກ່ອນ ວັນທີ 30 ເດືອນ ພະຈິກ 2001, ໂດຍການເພີ້ມທະວີວຽກງານໂຄສະນາປະຊາສໍາພັນທຸກຮູບແບບ ເພື່ອໃຫ້ປະຊາຊົນໄດ້ເຂົ້າເຖິງການສັກຢາ ແນໃສ່ຮັບປະກັນບໍ່ໃຫ້ວັກຊີນໝົດອາຍຸ;

5.ໃຫ້ຈັດຕັ້ງປະຕິບັດ ການສັກວັກຊີນກັນພະຍາດໃນກຸ່ມເດັກນ້ອຍ ອາຍຸ 12-17 ປີ ເລີ່ມແຕ່ ເດືອນພະຈິກ 2021 ໂດຍນໍາໃຊ້ວັກຊີນ Sinopharm ພາຍຫຼັງໄດ້ຮັບການຝຶກອົບຮົມ ຈາກສູນຮັກສາສຸຂະພາບ ແມ່ ແລະ ເດັກ ໃນການນໍາໃຊ້ໃນກຸ່ມເປົ້າໝາຍດັ່ງກ່າວໃຫ້ກັບແພດໝໍ ຜູ້ປະຕິບັດເຂົ້າໃຈຢ່າງລະອຽດ ໃນການຈັດຕັ້ງປະຕິບັດ;

6.ຕ້ອງສ້າງການຫັນປ່ຽນຢ່າງແຂງແຮງ ແລະ ຮອບດ້ານ ໃນການປັບປຸງແບບແຜນວິທີເຮັດວຽກ ໂດຍການມອບຂາດໂຕໃຫ້ບຸກຄົນຮັບຜິດຊອບ ມີການກວດກາຕິດຕາມ ແລະ ປະສານສົມທົບກັບອໍານາດການປົກຄອງ ເພື່ອໃຫ້ເພີ່ນໄດ້ມີຄວາມເປັນເຈົ້າການ ແນ່ໃສ່ເພື່ອຄວາມຍືນຍົງ;

7.ພະແນກສາທາລະນະສຸກແຂວງ, ນະຄອນຫຼວງວຽງຈັນ ຂື້ນແຜນງົບປະມານໃຫ້ພຽງພໍ ແລະ ແຈກຢາຍງົບປະມານໃຫ້ເຖິງຂັ້ນເມືອງ ແລະ ໂຮງຫມໍນ້ອຍ ພ້ອມທັງສະຫຼຸບ ລາຍງານໃຫ້ຖືກລະບຽບການເງິນ; ສໍາລັບແຂວງທີ່ຍັງບໍ່ທັນສົ່ງ ແຜນງົບປະມານ ໃນເຄື່ອນໄຫວສັກວັກຊີນໂຄວິດ-19 ສະເຫນີໃຫ້ສົ່ງແຜນດັ່ງກ່າວ ໃຫ້ສູນຮັກສາສຸຂະພາບ ແມ່ ແລະ ເດັກ ບໍ່ໃຫ້ກາຍວັນທີ 15 ພະຈິກ 2021;

8.ໃຫ້ພະແນກສາທາລະນະສຸກແຂວງ, ນະຄອນຫຼວງວຽງຈັນ ຊອກວິທີຊ່ວຍ ຂັ້ນເມືອງ ແລະ ໂຮງໝໍນ້ອຍ ໃນການປ້ອນຂໍ້ມູນການສັກວັກຊີນໃຫ້ສໍາເລັດ ແລະ ທັນເວລາ. ທ່ານສາມາດສົ່ງແບບຟອມລົງທະບຽນ/ໃບສະຫມັກໃຈຮັບ ວັກຊີນໂຄວິດ-19 ມາໃຫ້ ສູນຮັກສາສຸຂະພາບແມ່ ແລະ ເດັກ ເພື່ອຊ່ວຍປ້ອນຂໍ້ມູນ.

ດັ່ງນັ້ນ, ຈື່ງແຈ້ງມາຍັງທ່ານເພື່ອຊາບ ແລະ ປະຕິບັດຕາມເນື້ອໃນແຈ້ງການສະບັບນີ້ດ້ວຍ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...