ກະຊວງສາທາລະນະສຸກອະນຸຍາດໃຫ້ແພດທີ່ໄດ້ຜ່ານການອົບຮົມເທົ່ານັ້ນທີ່ສາມາດນໍາໃຊ້ຊຸດກວດແບບໄວ.
ຈຸດປະສົງຫຼັກຂອງການນຳໃຊ້ແມ່ນເພື່ອໃຫ້ສາມາດຄົ້ນຫາຜູ້ຕິດເຊື້ອ ແລະ ແຍກປ່ຽວຜູ້ຕິດເຊື້ອອອກຈາກຄົນອື່ນໄດ້ແຕ່ຫົວທີ ໂດຍສະເພາະຈຸດທີ່ມີຄວາມສ່ຽງຢູ່ເຂດຫ່າງໄກສອກຫຼີກ ທີ່ເຂົ້າເຖິງການກວດຫາເຊື້ອໄດ້ຍາກ ແລະ ຕ້ອງໄດ້ເວລາຫຼາຍໃນຂົນສົ່ງຕົວຢ່າງເຂົ້າມາຫ້ອງວິເຄາະ. ຊຸດກວດແບບໄວຈຶ່ງເປັນໜຶ່ງຍຸດທະສາດທີ່ນຳໃຊ້ເພື່ອຈຳກັດການແຜ່ເຊື້ອອອກສູ່ວົງກ້ວາງ.
ມີຫຼາຍຄົນຊື້ຊຸດກວດແບບໄວມາກວດເອງ ຊຶ່ງເປັນສິ່ງທີ່ພວກເຮົາບໍ່ແນະນໍາມາຕັ້ງແຕ່ຕົ້ນ, ມີຫຼາຍເຫດຜົນທີ່ຄະນະສະເພາະກິດບໍ່ອະນຸຍາດໃຫ້ບຸກຄົນໄປຊື້ມາກວດດ້ວຍຕົນເອງຍ້ອນວ່າ:
- ຊຸດກວດທີ່ມີຂາຍແບບຊະຊາຍມີຫຼາຍຊະນິດ ບໍ່ໄດ້ຜ່ານການພິຈາລະນາ ແລະ ອະນຸມັດຈາກກົມອາຫານ ແລະ ຢາ.
- ຊຸດກວດທີ່ເຫັນໂຄສະນາຂາຍນີ້ ສ່ວນໃຫຍ່ແມ່ນບຸກຄົນນໍາເຂົ້າແບບບໍ່ໄດ້ຮັບການອະນຸຍາດ.
- ຊຸດກວດແບບໄວທັງໝົດທີ່ມີໃນປະຈຸບັນ ບໍ່ມີໂຕໃດທີ່ໃຫ້ຜົນຖືກຕ້ອງ 100%, ໝາຍຄວາມວ່າ ມັນມີສາມາດຜິດພາດໄດ້ສູງ ໂດຍສະເພາະຖ້າຜົນກວດເປັນລົບ (ອອກເປັນລົບແຕ່ບໍ່ໄດ້ໝາຍຄວາມວ່າບໍ່ຕິດເຊື້ອ).
- ບຸກຄົນທີ່ຊື້ມາກວດເອງບໍ່ມີຄວາມຊໍານານໃນການເກັບຕົວຢ່າງຊຶ່ງຖ້າເກັບຕົວຢ່າງບໍ່ຖືກຕ້ອງ ຫຼື ບໍ່ຖືກຈຸດ ຜົນກວດກໍຈະບໍ່ຖືກຕ້ອງ.
- ການຖີ້ມໄມ້ຕ້ອຍຕົວຢ່າງ ແລະ ຊຸດກວດທີ່ໃຊ້ແລ້ວລົງຖັງຂີ້ເຫຍື້ອຢູ່ເຮືອນຕົນເອງ ໂດຍບໍ່ໄດ້ຂ້າເຊື້ອກ່ອນແມ່ນຍິ່ງອັນຕະລາຍ ເພາະຊຸດກວດທີ່ມີເຊື້ອນັ້ນສາມາດກາຍເປັນແຫຼ່ງແຜ່ເຊື້ອ ແລະ ເຮັດໃຫ້ເກີດການຕິດເຊື້ອລາມເປັນວົງກວ້າງໃນຄອບຄົວ ແລະ ຄົນອ້ອມຂ້າງໄດ້.
ຄວນຊາບວ່າ ການກວດເພື່ອຢັ້ງຢືນສຸດທ້າຍຕ້ອງແມ່ນການກວດໃນຫ້ອງວິເຄາະດ້ວຍເຕັກນິກສະເພາະເທົ່ານັ້ນ.
ສະນັ້ນ, ເຖິງວ່າຈະໄດ້ກວດແບບໄວມາແລ້ວ ກໍມີຄວາມຈໍາເປັນຕ້ອງໄປກວດໃນຈຸດບໍລິການບ່ອນທີ່ກຳນົດໄວ້ ໂດຍສະເພາະຜູ້ທີ່ໄດ້ກວດເອງແລ້ວພົບວ່າຕິດເຊື້ອ ເພື່ອຢັ້ງຢືນສຸດທ້າຍວ່າຕິດເຊື້ອແທ້, ຄວນແຈ້ງຕໍ່ເຈົ້າໜ້າທີ່ໃນຈຸດທີ່ໄປກວດກ່ອນວ່າ ໄດ້ກວດດ້ວຍເຄື່ອງກວດແບບໄວພົບຜົນບວກ ເພື່ອເຈົ້າໜ້າທີ່ໃນຈຸດບໍລິການນັ້ນຈະໄດ້ອໍານວຍຄວາມສະດວກໃຫ້ທ່ານໄດ້ກວດ ແລະ ຫຼີກເວັ້ນການໄກ້ຊິດກັບຄົນອື່ນ.
ຖ້າຜົນຢັ້ງຢືນອອກມາວ່າທ່ານຕິດເຊື້ອ, ແພດ ແລະ ລົດແພດຈະຕິດຕໍ່ມາຫາທ່ານເພື່ອມາຮັບເຂົ້າໄປປິ່ນປົວໂດຍໄວ.