Homeຂ່າວການພັດທະນາກອງປະຊຸມ COP21 ທີ່ຈັດຂຶ້ນໃນປະເທດອັງກິດ ມີຄວາມສໍາຄັນຕໍ່ໂລກຂອງເຮົາແນວໃດ?

ກອງປະຊຸມ COP21 ທີ່ຈັດຂຶ້ນໃນປະເທດອັງກິດ ມີຄວາມສໍາຄັນຕໍ່ໂລກຂອງເຮົາແນວໃດ?

Published on

ໃນລະຫວ່າງວັນທີ 31 ຕຸລາ 2021 ຈົນເຖິງວັນທີ 12 ພະຈິກ 2021 ເລີ່ມມີການຈັດຕັ້ງກອງປະຊຸມ COP26 ທີ່ເມືອງກາສໂກ ປະເທດອັງກິດ ໂດຍຊື່ຂອງກອງປະຊຸມ COP26 ແມ່ນຫຍໍ້ມາຈາກ Conference of the Parties ແລະ ກອງປະຊຸມນີ້ເປັນຂອງ UNFCCC (United Nations Framework Convention on Climate Change) ຫຼື ຂອບຂອງອະນຸສັນຍາສະຫະປະຊາຊາດທີ່ວ່າດ້ວຍການປ່ຽນແປງສະພາບພູມອາກາດ ເຊິ່ງປັດຈຸບັນມີປະເທດທີ່ເຂົ້າຮ່ວມສະມາຊິກລວມ 197 ປະເທດ ໂດຍມີການຈັດຕັ້ງການປະຊຸມກັນຂຶ້ນເປັນປະຈໍາທຸກປີ ແລະ ການປະຊຸມຄັ້ງນີ້ຖືໄດ້ວ່າເປັນການປະຊຸມຄັ້ງທີ 26 ຫຼື COP26 ນັ້ນເອງ.

ຖ້າຍ້ອນກັບໄປເບິ່ງກອງປະຊຸມ COP21 ທີ່ຈັດຂຶ້ນທີ່ປາຣີສ ປະເທດຝຣັ່ງນັ້ນໄດ້ມີການເຮັດຂໍ້ຕົກລົງທີ່ເອີ້ນວ່າ “ຂໍ້ຕົກລົງປາຣີສ” ເຊິ່ງລັດຖະບານຂອງຫຼາຍໆປະເທດໄດ້ຕົກລົງກັນວ່າຈະຫຼຸດປະລິມານການປ່ອຍກາສເຮືອນແກ້ວລົງໃຫ້ໜ້ອຍທີ່ສຸດ ໂດຍຄາດຫວັງວ່າອຸນຫະພູມຂອງໂລກຈະເພີ່ມຂຶ້ນບໍ່ເກີນ 1.5 ອົງສາ.

ໂດຍລວມແລ້ວກອງປະຊຸມ COP ນີ້ແມ່ນກອງປະຊຸມທີ່ບັນດາຜູ້ນໍາປະເທດຕ່າງໆມາຮ່ວມກັນຮ່າງຂໍ້ຕົກລົງໃນການແຂ້ໄຂບັນຫາກ່ຽວກັບສະພາບພູມອາກາດ ຫຼື ການປ່ຽນແປງຂອງສະພາບອາກາດຂອງໂລກ ໂດຍຢູ່ພາຍໃຕ້ ຂອບຂອງອະນຸສັນຍາສະຫະປະຊາຊາດທີ່ວ່າດ້ວຍການປ່ຽນແປງສະພາບພູມອາກາດ (UNFCCC) ແລະ ໄດ້ມີການແຍກອອກເປັນກຸ່ມເຊັ່ນ: ກຸ່ມທຸລະກິດ ແລະ ອຸດສາຫະກໍາ, ກຸ່ມສິ່ງແວດລ້ອມ, ກຸ່ມບໍລິຫານອົງກອນພາຍໃນທ້ອງຖິ່ນ, ກຸ່ມຊາວພື້ນເມືອງ, ກຸ່ມວິຊາການ , ກຸ່ມສະຫະພາບແຮງງານ, ກຸ່ມແມ່ຍິງ, ກຸ່ມເຍົາວະຊົນ, ກຸ່ມກະສິກໍາ ເປັນຕົ້ນ.

ກອງປະຊຸມ COP26 ເບິ່ງຄືວ່າຈະເປັນຄວາມຫວັງສຸດທ້າຍແລ້ວທີ່ທຸກປະເທດຈະໄດ້ມາຊ່ວຍກັນປ້ອງກັນລະບົບນິເວດຂອງໂລກ ແລະ ເຮົາທຸກຄົນກໍເປັນສ່ວນໜຶ່ງຂອງລະບົບນິເວດໂລກຈຶ່ງຕ້ອງມີຄວາມຮັບຜິດຊອບຮ່ວມກັນ.

ແຫຼ່ງຂ່າວ: Matichon

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...