Homeຂ່າວຕ່າງປະເທດມືມີດອາລະວາດໃນຂະບວນລົດໄຟໃຕ້ດິນກຸງໂຕກຽວມີຜູ້ບາດເຈັບ 17 ຄົນ

ມືມີດອາລະວາດໃນຂະບວນລົດໄຟໃຕ້ດິນກຸງໂຕກຽວມີຜູ້ບາດເຈັບ 17 ຄົນ

Published on

Washington Post ລາຍງານ: ເກີດເຫດການລະທຶກຂວັນໃນຂະບວນລົດໄຟໃຕ້ດິນໂຕກຽວເມໂທ, ປະເທດຍີ່ປຸ່ນ ເມື່ອມີຊາຍຄົນໜຶ່ງຖືມີດອາລະວາດພາຍໃນລົດໄຟ ເຮັດໃຫ້ເກີດໄຟໄໝ້ ພ້ອມຜູ້ໂດຍສານ 17 ຄົນໄດ້ຮັບບາດເຈັບ.

ເຫດການດັ່ງກ່າວເກີດຂຶ້ນໃນວັນທີ 31 ຕຸລາ ເມື່ອຜູ້ໂດຍສານຫຼາຍສິບຄົນກຳລັງເດີນທາງດ້ວຍລົດໄຟໃຕ້ດິນມຸ່ງໜ້າໄປສູ່ໃຈກາງເມືອງເພື່ອສະເຫຼີມສະຫຼອງວັນບຸນຮາໂລວິນ ແຕ່ແລ້ວເຫດການບໍ່ຄາດຝັນກໍເກີດຂຶ້ນ ເມື່ອມີຊາຍໄວ 24 ປີ ຄົນໜຶ່ງ ສວມຊຸດກາຕູນຄ້າຍຄືກັບຊຸດຮາໂລວິນ ໃຊ້ມີດແທງຜູ້ໂດຍສານຢ່າງບ້າຄັ່ງ ກ່ອນຈະຖືກຈັບກຸມໃນທີ່ເກີດເຫດ. ສື່ຍີ່ປຸ່ນລາຍງານວ່າ ຊາຍໄວ 70 ປີ ຖືກແທງຈົນໄດ້ຮັບບາດເຈັບສາຫັດ ແລະມີຜູ້ໄດ້ຮັບບາດເຈັບ ໂດຍລາຍງານເບື້ອງຕົ້ນຢ່າງໜ້ອຍ 17 ຄົນ ໂຊກດີທີ່ລົດໄຟສາຍດັ່ງກ່າວສາມາດຈອດສຸກເສີນເພື່ອໃຫ້ຜູ້ໂດຍສານຫຼົບໜີຈາກທີ່ເກີດເຫດໄດ້.

ເຈົ້າໜ້າທີ່ຕຳຫຼວດໄດ້ດຳເນີນການສືບສວນ-ສວບສວນມືມີດຜູ້ກໍ່ເຫດ ເຊິ່ງເຂົາໄດ້ສາລະພາບວ່າ ຕ້ອງການຂ້າຄົນຢ່າງໜ້ອຍສອງສົບ ເພື່ອຈະໄດ້ຮັບໂທດປະຫານຊີວິດ. ຢ່າງໃດກໍຕາມ, ການໂຈມຕີລັກສະນະດັ່ງກ່າວແມ່ນຂ້ອນຂ້າງເກີດຂຶ້ນຍາກໃນປະເທດຍີ່ປຸ່ນ ແຕ່ເຫດການໃນວັນອາທິດ ຖືເປັນການໂຈມຕີດ້ວຍມີດຄັ້ງທີສອງເທິງລົດໄຟ ເຊິ່ງຄັ້ງທຳອິດເກີດຂຶ້ນໃນຊ່ວງຕົ້ນເດືອນສິງຫາຜ່ານມາ ເຮັດໃຫ້ຜູ້ໂດຍສານ 10 ຄົນໄດ້ຮັບບາດເຈັບ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...