spot_img
Homeຂ່າວການຊ່ວຍເຫຼືອສ.ລັດອາເມລິກາສະໜັບສະໜູນສະພາທະນາຍຄວາມລາວ ເພີ່ມການເຂົ້າເຖິງກົດໝາຍ

ສ.ລັດອາເມລິກາສະໜັບສະໜູນສະພາທະນາຍຄວາມລາວ ເພີ່ມການເຂົ້າເຖິງກົດໝາຍ

Published on

ສະຫະລັດອາເມລິກາສະໜັບສະໜູນສະພາທະນາຍຄວາມລາວເພີ່ມການເຂົ້າເຖິງກົດໝາຍສຳລັບຜູ້ດ້ອຍໂອກາດ.

ນະຄອນຫຼວງວຽງຈັນ, ສປປ ລາວ — ໃນວັນທີ 28 ຕຸລາ ທີ່ ສໍານັກງານສານປະຊາຊົນນະຄອນຫຼວງວຽງຈັນ, ອົງການພັດທະນາສາກົນປະເທດສະຫະລັດອາເມລິກາ ຫຼື USAID ໄດ້ສະໜັບສະໜູນທຶນ ມູນຄ່າ 525,164,000 ກີບ ໃຫ້ແກ່ ສະພາທະນາຍຄວາມລາວ. ໂດຍມີຜູ້ຕາງໜ້າອົງການພັດທະນາສາກົນປະເທດສະຫະລັດອາເມລິກາ ທ່ານ ໄມເຄິລ ຣອນນິ້ງ ແລະ ຜູ້ຕາງໜ້າຈາກກະຊວງຍຸຕິທໍາ ໄດ້ເຂົ້າຮ່ວມເປັນສັກຂີພິຍານໃນພິທີເຊັນເອກະສານມອບ-ຮັບທຶນ ລະຫວ່າງ ທ່ານ ວໍລັດສະໝີ ສຸລິປະພັນ ຮອງປະທານສະພາທະນາຍຄວາມ ແລະ ທ່ານ ທອດ ວໍເຊວ ຜູ້ຕາງໜ້າມູນນິທິເອເຊຍ.

ທຶນດັ່ງກ່າວນີ້ເປັນສ່ວນຫນຶ່ງຂອງແຜນງານການຊ່ວຍເຫຼືອທາງດ້ານກົດໝາຍ ສະໜັບສະຫນູນໂດຍ ອົງການພັດທະນາສາກົນປະເທດສະຫະລັດອາເມລິກາ ທີ່ຈັດຕັ້ງປະຕິບັດໂດຍ ມູນນິທິເອເຊຍ. ສະພາທະນາຍຄວາມລາວ ຈະນໍາໃຊ້ທຶນນີ້ໃນສືບຕໍ່ການດໍາເນີນງານຂອງຫ້ອງການຊ່ວຍເຫຼືອທາງດ້ານກົດໝາຍ 17 ແຫ່ງ ຢູ່ ນະຄອນຫຼວງວຽງຈັນ, ຈໍາປາສັກ, ສະຫວັນນະເຂດ, ສາລະວັນ, ຫຼວງພະບາງ, ອຸດົມໄຊ, ໄຊຍະບູລີ ແລະ ແຂວງ ວຽງຈັນ.

ໃນພິທີດັ່ງກ່າວ ທ່ານ ໄມເຄິລ ໄດ້ເນັ້ນໃຫ້ເຫັນຄວາມສຳຄັນຂອງການຮ່ວມມືກັບມູນນິທິເອເຊຍ, ກະຊວງຍຸຕິທຳ ແລະ ສະພາທະນາຍຄວາມລາວ ເພື່ອສົ່ງເສີມການເຂົ້າເຖິງຄວາມຍຸຕິທໍາຂອງປະຊາຊົນ ໃນ ສປປ ລາວ.​ ທ່ານຍັງໄດ້ກ່າວວ່າ: ການສະຫນັບສະຫນູນທຶນ ດັ່ງກ່າວນີ້ ເປັນການຢັ້ງຢືນເຖິງຄວາມມຸ່ງໝັ້ນຂອງສະຫະລັດອາເມລິກາກັບລັດຖະບານ ແຫ່ງ ສປປ ລາວ ພາຍໃຕ້ກອບການເປັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດ ເພື່ອສົ່ງເສີມນະໂຍບາຍການສ້າງລັດທີ່ຄຸ້ມຄອງລັດຄຸ້ມຄອງສັງຄົມດ້ວຍກົດໝາຍ ໃນ ສປປ ລາວ. ອົງການພັດທະນາສາກົນປະເທດສະຫະລັດອາເມລິກາ ມີຄວາມມຸ່ງມັ້ນທີ່ຈະສືບຕໍ່ສະຫນັບສະຫນູນ ແລະ ຄຽງຄູ່ກັບລັດຖະບານລາວ.

ແຜນງານການຊ່ວຍເຫຼືອທາງດ້ານກົດໝາຍ ມີເປົ້າຫມາຍຊ່ວຍລັດຖະບານລາວບັນລູຕາມເປົ້າໝາຍ ດັ່ງລະບຸໄວ້ຢູ່ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 9 ແລະ ລວມທັງການສ້າງລັດທີ່ຄຸ້ມຄອງລັດຄຸ້ມຄອງສັງຄົມດ້ວຍກົດໝາຍ. ມາຮອດປັດຈຸບັນ, ອົງການພັດທະນາສາກົນປະເທດສະຫະລັດອາເມລິກາ, ມູນນິທິເອເຊຍ ແລະ ສະພາທະນາຍຄວາມລາວ ໄດ້ເປີດຫ້ອງການຊ່ວຍເຫຼືອທາງດ້ານກົດໝາຍ 17 ຫ້ອງການ ຊຶ່ງໄດ້ເຮັດໃຫ້ປະຊາຊົນຫລາຍຄົນ ສາມາດເຂົ້າເຖິງການຊ່ວຍເຫຼືອທາງດ້ານກົດໝາຍໂດຍບໍ່ເສຍຄ່າ.  ນອກຈາກໂຄງການນີ້, ສ. ອາເມລິກາ ຍັງມີການຮ່ວມມືກັບ ສປປ ລາວ ໃນອີກຫຼາຍຂະແຫນງການ ເຊັ່ນ ສຶກສາ, ສາທາລະນະສຸກ ແລະ ໂພຊະນາການ, ສົ່ງເສີມການຄ້າ ແລະ ການລົງທຶນ, ແລະ ການຕ້ານ ແລະ ສະກັດກັ້ນການຄ້າມະນຸດ ເປັນຕົ້ນ.

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...