Homeຂ່າວການພັດທະນາຊົມເຊີຍ ສປປ ລາວ ທີ່ສາມາດຫຼຸດການປ່ອຍທາດເຮືອນແກ້ວໄດ້ເຖິງ 34%

ຊົມເຊີຍ ສປປ ລາວ ທີ່ສາມາດຫຼຸດການປ່ອຍທາດເຮືອນແກ້ວໄດ້ເຖິງ 34%

Published on

ໃນທ້າຍເດືອນກັນຍາ 2021 ຜ່ານມາ, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວໄດ້ກ່າວປາໃສ ໃນພາກອະພິປາຍທົ່ວໄປ ຂອງກອງປະຊຸມສະມັດຊາໃຫຍ່ ສປຊ ສະໄໝ ທີ 76 ທີ່ ນິວຢອກ, ເຊິ່ງທ່ານໄດ້ຍົກໃຫ້ເຫັນເນື້ອໃນບາງຕອນວ່າ: ສປປ ລາວ ໄດ້ໃຫ້ຄວາມສໍາຄັນຕໍ່ການແກ້ໄຂການປ່ຽນແປງດິນຟ້າອາກາດ, ໂດຍໄດ້ຜັນຂະຫຍາຍເອົາບັນດາເປົ້າໝາຍຂອງສັນຍາປາຣີ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ແລະ ຍຸດທະສາດແຫ່ງຊາດ ວ່າດ້ວຍການເຕີບໂຕສີຂຽວ, ເຊິ່ງນັບແຕ່ ປີ 2000 ຫາ 2020 ສປປ ລາວ ສາມາດຫຼຸດປະລິມານການປ່ອຍທາດເຮືອນແກ້ວໄດ້ເຖິງ 34% ທຽບໃສ່ການປ່ອຍທຽບຖານ, ຍິ່ງໄປກວ່ານັ້ນ, ລັດຖະບານ ຍັງໄດ້ສະເໜີແຜນງານແຫ່ງຊາດ ກ່ຽວກັບການປະກອບສ່ວນແກ້ໄຂ ບັນຫາການປ່ຽນແປງດິນຟ້າອາກາດ (NDC) ໄປໃຫ້ອົງການການສະຫະປະຊາຊາດ, ເຊິ່ງໄດ້ວາງຄາດຫຼຸດປະລິມານການປ່ອຍທາດເຮືອນແກ້ວເຖິງ 60% ພາຍໃນ ປີ 2030.

ນອກຈາກນີ້, ທ່ານນາຍົກ ຍັງໄດ້ກ່າວຕື່ມອີກວ່າ: ນີ້ແມ່ນອີກບາດກ້າວໜຶ່ງທີ່ສໍາຄັນຂອງ ສປປ ລາວໃນການປະ ກອບສ່ວນເຂົ້າໃນການແກ້ໄຂບັນຫາ ການປ່ຽນແປງດິນຟ້າອາກາດ ກໍຄື ການປະຕິບັດພັນທະສາກົນ ຂອງ ສປປ ລາວ ບົນພື້ນຖານສັນຍາປາຣີ. ສປປ ລາວ ຈຶ່ງຮຽກຮ້ອງມາຍັງທຸກປະເທດໃນໂລກ ຈົ່ງເພີ່ມທະວີການຈັດຕັ້ງປະຕິບັດ ບັນດາເປົ້າໝາຍຂອງສັນຍາປາຣີ ໃຫ້ປະກົດຜົນເປັນຈິງແນໃສ່ສະກັດກັ້ນ ແລະ ຫຼຸດຜ່ອນການເກີດໄພທໍາມະຊາດທີ່ຮ້າຍແຮງທີ່ເກີດຂຶ້ນ ແລະ ສ້າງຜົນກະທົບທີ່ໜັກໜ່ວງຕໍ່ໂລກຂອງພວກເຮົາໃນປັດຈຸບັນ.

ແຫຼ່ງຂ່າວ: ປະເທດລາວ Pathedlao

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...