spot_img
Homeຂ່າວຕ່າງປະເທດປະຊາຊົນຊາວອັພການິດສະຖານຫຼາຍຮ້ອຍຄົນອອກມາປະທ້ວງຕໍ່ຕ້ານກຸ່ມຕາລີບານ ແລະ ຮຽກຮ້ອງສັນຕິພາບ

ປະຊາຊົນຊາວອັພການິດສະຖານຫຼາຍຮ້ອຍຄົນອອກມາປະທ້ວງຕໍ່ຕ້ານກຸ່ມຕາລີບານ ແລະ ຮຽກຮ້ອງສັນຕິພາບ

Published on

ເວັບໄຊ້ Dailynews ໄດ້ລາຍງານວ່າ ໃນວັນທີ 8 ກັນຍາ 2021 ກຸງຄາບູປະເທດອັພການິດສະຖານ ເກືອບຖືໄດ້ວ່າຄົບຮອບໜຶ່ງເດືອນແລ້ວນັບຕັ້ງແຕ່ທີ່ກຸ່ມຕາລີບານໄດ້ກັບຄືນມາປົກຄອງອັພການິດສະຖານອີກຄັ້ງ ແລະ ເປັນຄັ້ງທໍາອິດໃນຮອບ 20 ປີ ແລະ ເຖິງຢ່າງໃດກໍຕາມກຸ່ມຕາລີບານຍັງພົບກັບບັນຫາຢ່າງໜຶ່ງກໍຄື ມີແມ່ຍິງຈໍານວນໜຶ່ງອອກມາປະທ້ວງໃນແຕ່ລະມື້ ໂດຍສະເພາະໃນກຸງຄາບູ ແລະ ຕາມເມືອງໃຫຍ່ຫຼາຍແຫ່ງເພື່ອຮຽກຮ້ອງຄວາມເທົ່າທຽມ ແລະ ເສລີພາບໃນການດໍາເນີນຊີວິດ.

ໃນຂະນະນີ້ກຸ່ມຕາລີບານໄດ້ອອກຖະແຫຼງການວ່າ ຂໍໃຫ້ກຸ່ມທີ່ອອກມາປະທ້ວງນີ້ອົດທົນກ່ອນ ແລະ ພ້ອມທັງຢືນຍັນວ່າ ເມືອລະບົບ ແລະ ໂຄງສ້າງທຸກຢ່າງພ້ອມແລ້ວຜົນປະໂຫຍດທຸກຢ່າງຈະຕົກໄປເຖິງຝ່າຍທີ່ອອກມາຮຽກຮ້ອງຢ່າງແນ່ນອນ.

ທັງນີ້ອັພການິດສະຖານເຄີຍຢູ່ພາຍໃຕ້ການປົກຄອງຂອງກຸ່ມຕາລີບານມາແລ້ວຄັ້ງໜຶ່ງໃນລະຫວ່າງປີ 1996 – 2001 ເຊິ່ງເປັນຊ່ວງທີ່ແມ່ຍິງຊາວອັພການິດສະຖານຕ້ອງພົບກັບຄວາມລໍາບາກຫຼາຍທີ່ສຸດ ພວກເຂົາບໍ່ໄດ້ຮຽນໜັງສື, ບໍ່ສາມາດອອກໄປເຮັດວຽກໄດ້ ແລະ ບໍ່ສາມາດໃຊ້ຊີວິດໄດ້ຢ່າງອິດສະຫຼະ.

ເຖິງແມ່ນວ່າກຸ່ມຕາລີບານຈະໃຫ້ຄໍາໝັ້ນວ່າຈະພະຍາຍາມເປັນກາງຫຼາຍຂຶ້ນ ແຕ່ກໍຍັງເຮັດໃຫ້ແມ່ຍິງໃນອັພການິດສະຖານເວົ້າເປັນສຽງດຽວກັນວ່າ ພວກເຂົາຍັງບໍ່ຄ່ອຍໝັ້ນໃຈ ແລະ ຂໍດໍາເນີນການປະທ້ວງແບບນີ້ຕໍ່ໄປ.

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...