Homeຂ່າວຕ່າງປະເທດນໍ້າມັນຮົ່ວ ໃນຊີເຣຍກະຈາຍທົ່ວທະເລເມດີເຕຣາເນຍ

ນໍ້າມັນຮົ່ວ ໃນຊີເຣຍກະຈາຍທົ່ວທະເລເມດີເຕຣາເນຍ

Published on

ເວັບໄຊ CNN ລາຍງານ: ການຮົ່ວໄຫຼຂອງນໍ້າມັນທີ່ເກີດຈາກໂຮງກັ່ນຂະໜາດໃຫຍ່ໃນຊີເຣຍ ກຳລັງແຜ່ກະຈາຍໄປທົ່ວທະເລເມດີເຕຣາເນຍໃນຂະນະນີ້ ເຊິ່ງຄາດວ່າຄາບນໍ້າມັນຈະໄຫຼໄປຮອດເກາະໄຊປຣັສແລ້ວ.

ເຈົ້າໜ້າທີ່ຊີເຣຍກ່າວວ່າ: ຖັງບັນຈຸນໍ້າມັນຂະໜາດ 15.000 ໂຕນ ທີ່ໂຮງໄຟຟ້າພະລັງງານຄວາມຮ້ອນແຫ່ງໜຶ່ງໃນເມືອງບານີຢາສ (Baniyas) ປະເທດຊີເຣຍໄດ້ເກີດການຮົ່ວໄຫຼຕັ້ງແຕ່ວັນທີ 23 ສິງຫາຜ່ານມາ ເຖິງແມ່ນທາງການຈະກ່າວອ້າງວ່າ ສາມາດຄວບຄຸມຮອຍຮົ່ວໄດ້ ແຕ່ຄວາມຈິງແລ້ວ ສະພາບການຮົ່ວໄຫຼຂອງນໍ້າມັນແມ່ນມີຂະໜາດໃຫຍ່ ແລະ ຄວບຄຸມພື້ນທີ່ປະມານ 800 ຕາຕະລາງກິໂລແມັດ. ເຊິ່ງໃນວັນທີ 31 ສິງຫາ, ຄາບນໍ້າມັນດັ່ງກ່າວຫ່າງຈາກແຄມຝັ່ງໄຊປຣັສປະມານ 7 ກິໂລແມັດເທົ່ານັ້ນ.

ໂຮງກັ່ນບານີຢາສ ເປັນແຫຼ່ງຜະລິດເຊື້ອໄຟຫຼັກຂອງຊີເຣຍ ແລະ ມີຄວາມສຳຄັນເປັນຢ່າງຍິ່ງຕໍ່ບັນດາປະເທດທີ່ຂາດພະລັງງານເຊື້ອໄຟ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...