spot_img
Homeຂ່າວຕ່າງປະເທດນັກວິທະຍາສາດເຕືອນ! ໂຄວິດສາຍພັນໃໝ່ C.1.2 ອາດລະບາດງ່າຍກວ່າສາຍພັນອື່ນ

ນັກວິທະຍາສາດເຕືອນ! ໂຄວິດສາຍພັນໃໝ່ C.1.2 ອາດລະບາດງ່າຍກວ່າສາຍພັນອື່ນ

Published on

ເວັບໄຊ Bloomberg ລາຍງານ: ນັກວິທະຍາສາດຊາວອາຝຣິກກາໄດ້ກ່າວເຕືອນກ່ຽວກັບໂຄວິດສາຍພັນໃໝ່ C.1.2 ອາດລະບາດງ່າຍຂຶ້ນ ທັງສາມາດຕ້ານທານວັກຊີນໄດ້ຫຼາຍຂຶ້ນກວ່າສາຍພັນອື່ນ ຂະນະທີ່ປັດຈຸບັນສາຍພັນດັ່ງກ່າວລະບາດແລ້ວເກືອບ 10 ປະເທດໃນໂລກ.

ໂຄວິດສາຍພັນ C.1.2 ຄົ້ນພົບຄັ້ງທຳອິດ ໃນເດືອນພຶດສະພາ ຢູ່ອາຝຣິກກາໃຕ້ ເຊິ່ງເບື້ອງຕົ້ນຈຳນວນຈີໂນມຂອງສາຍພັນນີ້ຄິດເປັນປະມານ 0.2% ໄດ້ເພີ່ມຂຶ້ນເປັນ 1.6% ໃນເດືອນມິຖຸນາ ແລະ 2% ໃນເດືອນກໍລະກົດ ຂະນະທີ່ປັດຈຸບັນສາຍພັນດັ່ງກ່າວລະບາດໃນ 6 ແຂວງຂອງອາຝຣິກກາໃຕ້ ແລະ ອີກເກືອບ 10 ປະເທດໃນໂລກ ເຮັດໃຫ້ຫຼາຍຝ່າຍມີຄວາມເປັນຫ່ວງວ່າສາຍພັນດັ່ງກ່າວຈະສາມາດແຜ່ລະບາດໄດ້ໄວກວ່າສາຍພັນອື່ນໆທີ່ມີຢູ່ໃນປັດຈຸບັນ.

ການກາຍພັນຂອງໄວຣັສ ໄດ້ສົ່ງຜົນໃຫ້ສະພາບການແຜ່ລະບາດຂອງໂຄວິດ-19 ຍັງເພີ່ມຂຶ້ນຢ່າງຕໍ່ເນື່ອງ ເລີ່ມຈາກສາຍພັນເດລຕ້າທີ່ຄົ້ນພົບຄັ້ງທຳອິດໃນອິນເດຍ ແລະ ປັດຈຸບັນໄດ້ແຜ່ລະບາດໄປທົ່ວໂລກ. ຢ່າງໃດກໍຕາມ, ການກາຍພັນຂອງໂຄວິດ-19 ທີ່ຄົ້ນພົບໃນອາຝຣິກກາໃຕ້ນີ້ຍັງບໍ່ທັນໄດ້ລະບຸຊັດເຈນກ່ຽວກັບຄວາມຮຸນແຮງທີ່ຈະສ່ຽງຕໍ່ການເສຍຊີວິດ ແຕ່ສາຍພັນ C.1.2 ກໍມີສັນຍານບົ່ງບອກເຖິງການດື້ວັກຊີນ ທັງສາມາດຕ້ານທານພູມຄຸ້ມກັນຂອງຮ່າງກາຍໄດ້ດີພໍສົມຄວນ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...