spot_img
Homeຂ່າວພາຍ​ໃນກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນສິງຫາ 2021 ຮັບຮອງເອົາຫຼາຍໜ້າວຽກ

ກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນສິງຫາ 2021 ຮັບຮອງເອົາຫຼາຍໜ້າວຽກ

Published on

ກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນສິງຫາ 2021 ໄດ້ຮັບຮອງເອົາຫຼາຍໜ້າວຽກ ໂດຍສະເພາະກ່ຽວກັບການຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນຂອງລັດຖະບານ ໃນເດືອນສິງຫາຜ່ານມາ ແລະ ທິດທາງແຜນວຽກຈຸດສຸມ ເດືອນກັນຍາ 2021 ແລະ ບົດລາຍງານສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດ ໂຄວິດ-19.

ກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນສິງຫາ 2021 ໄຂຂຶ້ນໃນວັນທີ 23 ແລະ ປິດລົງໃນວັນທີ 24 ສິງຫາ 2021 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ, ມີບັນດາທ່ານສະມາຊິກລັດຖະບານເຂົ້າຮ່ວມຢ່າງພ້ອມພຽງ. ເຊິ່ງກອງປະຊຸມໄດ້ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ແລະ ການກະກຽມຄວາມພ້ອມດ້ານຕ່າງໆ ທັງກ່ອນ ແລະ ພາຍຫຼັງການເປີດບໍລິການລົດໄຟ ໃນເດືອນທັນວາ 2021. ພ້ອມກັນນັ້ນ, ກໍເຫັນດີດ້ານຫຼັກການຮັບຮອງເອົາຮ່າງແຜນແມ່ບົດສົ່ງເສີມ ແລະ ພັດທະນາທຸລະກິດລິເລີ່ມ (Start Up) ໃນໄລຍະກ້າວເຂົ້າສູ່ເສດຖະກິດດິຈີຕອນ, ພ້ອມຮັບຮອງເອົາບົດລາຍງານການກຳນົດລາຄາຫົວໜ່ວຍການກໍ່ສ້າງເຄຫາສະຖານ, ແລະ ຮັບຮອງເອົາຮ່າງແຜນພັດທະນາອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ 2021-2025.

ນອກຈາກນີ້, ກອງປະຊຸມຍັງເຫັນດີດ້ານຫຼັກການຮັບຮອງເອົາບັນດາຮ່າງກົດໝາຍ ທີ່ຈະນໍາສະເໜີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໃນເດືອນຕຸລາ 2021ຄື: ຮ່າງກົດໝາຍ ວ່າດ້ວຍລັດຖະບານ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍໂທລະຄົມມະນາຄົມ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍເຕັກໂນໂລຊີລະດັບສູງ (ສ້າງໃໝ່); ແລະ ຮ່າງກົດໝາຍວ່າດ້ວຍງົບປະມານ (ສະບັບປັບປຸງ), ພ້ອມທັງເຫັນດີດ້ານຫຼັກການຮັບຮອງເອົາຮ່າງດໍາລັດວ່າດ້ວຍການຄຸ້ມຄອງທຸລະກິດກາຊີໂນນຳອີກ.

ຂໍ້ມູນຈາກ: Lao National Radio 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...