spot_img
Homeຂ່າວການພັດທະນາຮ່ອງນໍ້າເປື້ອນຢູ່ນະຄອນຫຼວງວຽງຈັນມີແນວໂນ້ມທີ່ເພີ່ມຫຼາຍຂຶ້ນ ຈຶ່ງເລັ່ງແກ້ໄຂບັນຫາດັ່ງກ່າວ

ຮ່ອງນໍ້າເປື້ອນຢູ່ນະຄອນຫຼວງວຽງຈັນມີແນວໂນ້ມທີ່ເພີ່ມຫຼາຍຂຶ້ນ ຈຶ່ງເລັ່ງແກ້ໄຂບັນຫາດັ່ງກ່າວ

Published on

ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ພາກສ່ວນກ່ຽວຂ້ອງໄດ້​ຈັດ​ກອງ​ປະ​ຊຸມເພື່ອປຶກ​ສາ​ຫາ​ລືແກ້ໄຂບັນຫານໍ້າເປື້ອນມີກິ່ນເໝັນ ແລະ ຍັງມີທ່າອ່ຽງເພີ່ມຂຶ້ນ, ເນື່ອງຈາກມີການປົນເປື້ອນຂຶ້ນເລື້ອຍໆທີ່ໄຫຼຈາກຮ່ອງລະບາຍນໍ້າຕ່າງໆຈາກບັນດາຕົວເມືອງຢູ່ນະຄອນຫຼວງວຽງຈັນໄຫຼລົງສູ່ອ່າງຮັບນໍ້າຫ້ວຍໝາກຮຽວ ແລະ ອ່າງຮັບນໍ້າຫ້ວຍນໍ້າເຄັມ ຊຶ່ງເປັນ 2 ອ່າງຮັບນໍ້າຫຼັກ, ຊຶ່ງສະພາບນໍ້າດັ່ງກ່າວເປັນບັນຫາທີ່ສົ່ງຜົນກະທົບຕໍ່ປະຊາຊົນຜູ້ອາໄສຢູ່ພື້ນທີ່ໃກ້ຄຽງຮ່ອງລະບາຍນໍ້າ.

ໃນວັນທີ 18 ສິງຫານີ້ ທີ່ກົມຊັບພະຍາກອນນໍ້າ ກະຊວງ ຊສ ໂດຍການເປັນປະທານຂອງ ທ່ານ ຈັນທະເນດ ບົວລະພາ ຮອງລັດຖະມົນຕີ ກະຊວງ ຊສ; ມີ ທ່ານ ອິນທະວີ ອັກຄະຣາດ ຫົວໜ້າກົມຊັບພະຍາກອນນໍ້າ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ໄດ້ຈັດກອງປະຊຸມປຶກສາຫາລືເພື່ອແກ້ໄຂບັນຫາຄຸນນະພາບນໍ້າອ່າງຮັບນໍ້າຫ້ວຍໝາກຮຽວ ແລະ ອ່າງຮັບນໍ້າຫ້ວຍນໍ້າເຄັມ.

ກອງປະຊຸມໃນຄັ້ງນີ້, ມີເນື້ອໃນການສະເໜີກ່ຽວກັບການຄຸ້ມຄອງນໍ້າ ແລະ ແກ້ໄຂນໍ້າເປື້ອນໃນນະຄອນຫຼວງວຽງຈັນ, ການສະເໜີກ່ຽວກັບການຄຸ້ມຄອງກິດຈະການທີ່ຕິດພັນກັບການອອກໃບອະນຸຍາດ EIA (ການປະເມີນຜົນກະທົບທາງດ້ານສິ່ງແວດລ້ອມ) ແລະ IEE (ການປະເມີນຜົນສິ່ງແວດລ້ອມເບື້ອງຕົ້ນ) ໃນນະຄອນຫຼວງວຽງຈັນ ແລະ ຮັບຟັງການນໍາສະເໜີກ່ຽວກັບແນວຄວາມຄິດໃນການສ້າງນິຕິກຳໃນການຄຸ້ມຄອງ ແລະ ແກ້ໄຂບັນຫານໍ້າເປື້ອນ.

ນອກຈາກນັ້ນ, ກອງປະຊຸມຍັງໄດ້ຮັບຟັງການລາຍງານຄວາມຄືບໜ້າຂອງການລົງສຳຫຼວດ ແລະ ເກັບກຳຂໍ້ມູນສາຍນໍ້າ ຊຶ່ງເຫັນວ່າຮ່ອງລະບາຍນໍ້າຮ່ອງດົງປ່າສັກ ບ້ານອຸບມຸງ, ຮ່ອງໜອງດ້ວງ, ຮ່ອງໜອງບົວທອງ, ຮ່ອງໂພນຄໍາ, ຮ່ອງໄກ່ແກ້ວ, ຮ່ອງໂພນພະເນົາ, ຮ່ອງວຽງຈະເລີນ, ຮ່ອງທອງ ບ້ານອານຸ, ຮ່ອງຂົວຂາວ ບ້ານບຶງຂະຫຍອງ, ຮ່ອງດົງປ່າລານ-ຮ່ອງແກ ແລະ ຮ່ອງໂພນທັນ ແມ່ນມີຄວາມສ່ຽງໃນການເກີດບັນຫາມົນລະພິດທາງນໍ້າ ແລະ ພະຍາດທີ່ອາດຈະເກີດຂຶ້ນຕໍ່ປະຊາຊົນລຽບຕາມແຄມຮ່ອງລະບາຍນໍ້າ. ເນື່ອງຈາກວ່າການນໍາໃຊ້ນໍ້າຕາມປະເພນີເຊັ່ນວ່າ: ການອາບ, ຊັກລ້າງຖ້ວຍບ່ວງ, ເຄື່ອງນຸ່ງຮົ່ມແມ່ນປ່ອຍລົງສູ່ຮ່ອງລະບາຍນໍ້າໂດຍກົງ, ຂາດລະບົບສຸຂະອະນາໄມໃນເຂດຊຸມຊົນ ແລະ ຕົວເມືອງ, ໂດຍສະເລ່ຍປະມານ 20 ຫາ 25% ຂອງຈໍານວນປະລິມານນໍ້າທີ່ໃຊ້ແມ່ນໄດ້ຮັບການບໍາບັດຂັ້ນຕົ້ນ ດ້ວຍການນໍາໃຊ້ຂຸມວິດ ແລະ ອີກ 75 ຫາ 80% ແມ່ນບໍ່ໄດ້ຜ່ານຂະບວນການບໍາບັດທີ່ຖືກຕ້ອງຕາມວິທີການ ແລະ ປ່ອຍລົງໃສ່ຮ່ອງລະບາຍນໍ້າໂດຍກົງ ຊຶ່ງເປັນສາເຫດທີ່ເຮັດໃຫ້ຄຸນລັກສະນະຂອງນໍ້າມີການປ່ຽນແປງເປັນຕົ້ນນໍ້າມີລັກສະນະເປັນສີດໍາ, ມີຕະກອນ ແລະ ມີກິ່ນເໜົ່າເໝັນ.

ການບໍາບັດນໍ້າເປື້ອນຈາກກິດຈະການຕ່າງໆ ຍັງບໍ່ປະຕິບັດຕາມທີ່ກໍານົດໄວ້ໃນແຜນຄຸ້ມຄອງການອະນຸຍາດສິ່ງປຸກສ້າງ ແລະ ບາງຈຸດຍັງບໍ່ທັນມີລະບົບບໍາບັດນໍ້າເປື້ອນ, ລະບົບການບໍາບັດນໍ້າເປື້ອນຂອງແຕ່ລະປະເພດຂອງກິດຈະການ ແມ່ນມີຄວາມແຕກຕ່າງກັນ ໂດຍອີງຕາມແຕ່ລະປະເພດຂອງນໍ້າເປື້ອນ, ປະລິມານ ແລະ ຄວາມເຂັ້ມຂຸ້ນຂອງທາດທີ່ປົນເປື້ອນໃນນໍ້າດັ່ງກ່າວ.

ໃນອີກດ້ານໜຶ່ງ, ການຖິ້ມສິ່ງເສດເຫຼືອແບບຊະຊາຍ ເມື່ອເວລາຝົນຕົກລົງມາເຮັດໃຫ້ນໍ້າຝົນນໍາເອົາສານເຄມີ ແລະ ສິ່ງເສດເຫຼືອໃນຕົວເມືອງໄຫຼລົງສູ່ຮ່ອງລະບາຍນໍ້າ ເຊິ່ງມີຄວາມສ່ຽງສູງຕໍ່ສຸຂະພາບຂອງຄົນ, ສັດ, ສິ່ງແວດລ້ອມ ແລະ ກໍ່ໃຫ້ເກີດມົນລະພິດທາງນໍ້າ ດັ່ງທີ່ພົບບັນຫາກິ່ນເໝັນຕາມຮ່ອງດົງປ່າສັກ, ບ້ານອູບມຸງ, ຮ່ອງໜອງດ້ວງ, ຮ່ອງໜອງບົວທອງ, ຮ່ອງໂພນຄໍາ, ຮ່ອງໄກ່ແກ້ວ, ຮ່ອງໂພນພະເນົາ, ຮ່ອງວຽງຈະເລີນ, ຮ່ອງທອງ ບ້ານອານຸ, ຮ່ອງຂົວຂາວ ບ້ານບຶງຂະຫຍອງ, ຮ່ອງດົງປ່າລານ-ຮ່ອງແກ ແລະ ຮ່ອງໂພນທັນ ໃນໄລຍະທີ່ຜ່ານມາ.

ຈາກນັ້ນ, ທີ່ປະຊຸມໄດ້ພ້ອມກັນປຶກສາຫາລືເພື່ອຫາວິທີແກ້ໄຂ ເຊິ່ງການບໍາບັດນໍ້າເປື້ອນມີຄວາມຈໍາເປັນຕ້ອງໄດ້ມີການບໍາບັດນໍ້າທີ່ຜ່ານການຊົມໃຊ້ແລ້ວຄວນມີການສ້າງຈິດສໍານຶກໃຫ້ຊຸມຊົນ, ເຈົ້າຂອງກິດຈະການ ແລະ ສັງຄົມທົ່ວໄປ ໃຫ້ເຂົາເຈົ້າມີສ່ວນຮ່ວມໃນການບໍາບັດນໍ້າເປື້ອນກ່ອນປ່ອຍລົງສູ່ຮ່ອງລະບາຍນໍ້າ.

ກອງປະຊຸມໄດ້ເຫັນດີໃຫ້ກົມຊັບພະຍາກອນນໍ້າ ຮ່າງແຜນຄຸ້ມຄອງ 5 ປີ ເພື່ອປັບປຸງຄຸນນະພາບນໍ້າແບບເຊື່ອມສານ ໃຫ້ພາກສ່ວນກ່ຽວຂ້ອງຕິດຕາມກວດກາແຜນການຈັດຕັ້ງປະຕິບັດເປັນແຕ່ລະໄລຍະພ້ອມທັງລາຍງານແຕ່ລະເດືອນ ແລະ ມີການຈັດກອງປະຊຸມ 3 ເດືອນຕໍ່ຄັ້ງ, ສ້າງກຸ່ມຕິດຕາມການຄຸ້ມຄອງຄຸນນະພາບນໍ້າ ໂດຍດຶງເອົາຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ລວມເຖິງປະຊາຊົນໃຫ້ມີສ່ວນຮ່ວມແກ້ໄຂ, ສ້າງຈິດສຳນຶກໃຫ້ແກ່ຊຸມຊົນ, ຫ້າງຮ້ານ, ຕະຫຼາດ, ໂຮງຮຽນ…. ແລະ ສ້າງນິຕິກຳກ່ຽວກັບການຄຸ້ມມຄອງນໍ້າເປື້ອນ, ການກໍານົດການປ່ອຍນໍ້າເປື້ອນ, ໂຮງຈັກ, ໂຮງງານ, ຕະຫຼາດ, ຄົວເຮືອນ ແລະ ອື່ນໆ.

https://www.facebook.com/laotiantimes/videos/872752873655965/

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...