spot_img
Homeຂ່າວພາຍ​ໃນໄຂຂໍ້ຂ້ອງໃຈ! ທີມຊາດ ROC ໃນງານໂອລິມປິກ 2020 ແມ່ນລັດເຊຍ ຫຼື ບໍ່?

ໄຂຂໍ້ຂ້ອງໃຈ! ທີມຊາດ ROC ໃນງານໂອລິມປິກ 2020 ແມ່ນລັດເຊຍ ຫຼື ບໍ່?

Published on

ຖືເປັນຄັ້ງທີສອງຂອງການແຂ່ງຂັນກີລາໂອລິມປິກທີ່ລັດເຊຍເຂົ້າຮ່ວມແຂ່ງຂັນໂດຍໃຊ້ຊື່ອື່ນ ໂດຍສະເພາະກໍແມ່ນ ທີມຊາດ ROC ເຖິງຈະເປັນນັກກີລາລັດເຊຍກໍຈິງ ແຕ່ພວກເຂົາບໍ່ໄດ້ເຂົ້າແຂ່ງຂັນໃນນາມທີມຊາດລັດເຊຍ.

ເຫດຜົນທີ່ລັດເຊຍຖືກແບນບໍ່ໃຫ້ເຂົ້າຮ່ວມແຂ່ງຂັນໃນງານກີລາໂອລິມປິກພາຍໃຕ້ຊື່ຂອງປະເທດຕົນ ແມ່ນແຕ່ຈະໂບກສະບັດທຸງຊາດພາຍໃນງານກໍຍັງຖືກຫ້າມນັ້ນ ກໍເນື່ອງມາຈາກຂ່າວລົບຈົນສະເທືອນວົງການກີລາໂລກໃນປີ 2015 ພາຍຫຼັງຖືກຕັດສິນວ່າມີຄວາມຜິດໃນການໃຊ້ສານກະຕຸ້ນໃຫ້ກັບນັກກີລາຈຳນວນໜຶ່ງ. ໃນເບື້ອງຕົ້ນລັດເຊຍຖືກຫ້າມເຂົ້າແຂ່ງຂັນໂອລິມປິກຊົ່ວຄາວເປັນເວລາສີ່ປີ, ແຕ່ມີການລົດໂທດລົງເຫຼືອສອງປີ. ຊ່ວງເວລາສອງປີນັ້ນ, ນັກກີລາທີ່ບໍ່ໄດ້ກ່ຽວຂ້ອງກັບເລື່ອງສານກະຕຸ້ນຂອງລັດເຊຍ ແມ່ນສາມາດເຂົ້າແຂ່ງຂັນໃນງານໂອລິມປິກໄດ້ ແຕ່ກໍມາໃນນາມນັກກີລາລັດເຊຍທີ່ບໍ່ແມ່ນທີມຊາດລັດເຊຍ ພາຍໃຕ້ຊື່ ROC.

ROC ຫຍໍ້ມາຈາກ “Russian Olympic Committee.” ຫຼື “ຄະນະກຳມະການໂອລິມປິກລັດເຊຍ.” ເຊິ່ງນັກກີລາຊາວລັດເຊຍຈະເຂົ້າແຂ່ງຂັນພາຍໃຕ້ທຸງ ແລະ ຊື່ ROC ນີ້ ທີ່ງານແຂ່ງຂັນກີລາໂອລິມປິກໂຕກຽວປີ 2020 ແລະ ໂອລິມປິກປັກກິ່ງ ປີ 2022.

ຢ່າງໃດກໍຕາມ, ທີມຊາດ ROC ທີ່ເຂົ້າຮ່ວມການແຂ່ງຂັນໂອລິມປິກໂຕກຽວ 2020 ດ້ວຍທັບນັກກີລາ 335 ຄົນນັ້ນ ລ້ວນແຕ່ຜ່ານການກວດຫາສານກະຕຸ້ນຢ່າງເຂັ້ມງວດກວ່ານັກກີລາທີມຊາດອື່ນ. ຂະນະນີ້ທີມດັ່ງກ່າວຈັດຢູ່ໃນອັນດັບ 5 ຂອງຕາຕະລາງໂອລິມປິກ ສາມາດຄວ້າມາແລ້ວ 4 ຫຼຽນ ຄື 1 ຫຼຽນຄຳ, 2 ຫຼຽນເງິນ ແລະ 1 ຫຼຽນທອງ.

ຂໍ້ມູນຈາກ: Sport News

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...