ລັດຖະບານພິຈາລະນາບັນຫາສຳຄັນ ໃນເດືອນຕຸລາ 2014

lao1

 

ໂດຍ​ພາຍ​ໃຕ້​ການ​ເປັນ​ປະທານຂອງ​ທ່ານ ທອງ​ສິງ ທຳ​ມະ​ວົງ ນາຍົກລັດຖະມົນຕີ ໃນ​ວັນ​ທີ 23-24 ຕຸລາ 2014 ກອງ​ປະຊຸມ​

ລັດຖະ​ບານ​ສະໄໝ​ສາມັນ ປະຈຳເດືອນ​ຕຸລາ ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນທາງ​ການ ໂດຍ​ການ​ເຂົ້າ​ຮ່ວມຂອງ​ບັນດາ​ທ່ານ​ຮອງ​ນາຍົກ

​ລັດຖະ​ມົນຕີ ແລະ ສະມາຊິກ​ລັດຖະ​ບານ ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ ສຳລັບ​ການ​ດຳເນີນ​ກອງ​ປະຊຸມໃນ​ຄັ້ງ​ນີ້ ຄະນະ​ລັດຖະ

ບານ​ໄດ້​ນຳເອົາ​ຫຼາຍ​ບັນຫາ​ສຳຄັນ​ເຂົ້າ​ພິ​ຈາລະ​ນາ.

 

ກອງ​ປະຊຸມໄດ້​ຮັບຮອງ​ບົດລາຍ​ງານ​ ສະພາບ​ຄວາມ​ເສຍຫາຍ​ຈາກ​ໄພ​ທຳ​ມະ​ຊາດ ໃນຂອບ​ເຂດ​ທົ່ວ​ປະເທດ ສົກ​ປີ 2013-

2014 ແລະ ມາດ​ຕະການ​ກະກຽມ​ຮັບ​ມື ໃນ​ສົກ​ປີ 2014-2015 ນັບ​ແຕ່​ເດືອນມີນາ​ ຮອດເດືອນ​ເມສາຜ່ານມາ​ນີ້ ໄດ້​ມີ​ພາຍຸ​

ພັດ​ຜ່ານ ແລະ ຝົນຕົກ​ໜັກ​ເປັນ​ໄລຍະໆ ເຮັດໃຫ້​ເກີດ​ນ້ຳ​ຖ້ວມນ້ຳ​ໄຫຼ​ສຸ ຢູ່​ບັນດາ​ແຂວງ​ພາກ​ເໜືອ ພາກກາງ ແລະ ພາກ

​ໃຕ້ ອັນ​ໄດ້​ສ້າງຄວາມ​ເສຍ​ຫາຍ​ຕໍ່​ບ້ານເຮືອນ ໄຮ່ນາ ຮົ້ວ​ສວນ ແລະ ສັດລ້ຽງຂອງ​ປະຊາຊົນ ທັງ​ໄດ້​ທຳລາຍໂຄງ​ສ້າງ​ພື້ນ

ຖານ​ໂຄງ​ລ່າງຕ່າງໆ ເຊັ່ນ: ຊົນລະປະທານ ຖະໜົນ​ຫົນທາງ ໂຮງຮຽນ ໂຮງໝໍ ໄຟຟ້າ ລະບົບ​ນ້ຳ​ລິນ ນ້ຳປະປາ ແລະ ອື່ນໆ​

ຢ່າງ​ຫຼວງຫຼາຍ ເຊິ່ງ​ຄາດ​ຄະເນ​ຄວາມ​ເສຍ​ຫາຍ​ທັງ​ໝົດ ປະມານ 100 ກວ່າ​ຕື້​ກີບ ແລະ ເກີດ​ຂຶ້ນ​ຢູ່ 12 ແຂວງ​ໃນ​ຂອບ​ເຂດ

​ທົ່ວ​ປະເທດ ເພື່ອ​ກະກຽມ​ຄວາມ​ພ້ອມໃນ​ການ​ຮັບ​ມື ແລະ ແກ້​ໄຂໄພພິບັດ​ທາງ​ທຳ​ມະ​ຊາດ ທີ່ອາດ​ຈະ​ເກີດ​ຂຶ້ນ​ໃນຕໍ່ໜ້າ ​

ເປັນຕົ້ນ​ຕ້ອງ​ເຝົ້າ​ລະວັງ​ຕິດຕາມ ແລະ ພະຍາກອນ​ສະພາບອາກາດ ແລະ ນ້ຳ​ຢ່າງ​ໃກ້ສິດ ແລະ ແຈ້ງ​ຂໍ້​ມູນ​ຂ່າວສານ​

ເຕືອນ​ໄພລ່ວງ​ໜ້າ​ໃຫ້​ທົ່ວເຖິງ ໂດຍ​ສະເພາະ ປະຊາຊົນທີ່ຢູ່​ໃນ​ເຂດ​ທີ່​ມີ​ຄວາມ​ສ່ຽງ​ທີ່ອາດ​ຈະ​ເກີດ​ໄພພິບັດ ພ້ອມ​ນັ້ນ ໃຫ້

​ເອົາໃຈໃສ່​ໃນການ​ຄຸ້ມ​ຄອງການ​ປຸກ​ສ້າງ​ຕ່າງໆ ໂດຍ​ມີການ​ວາງ​ແຜນຜັງ​ທີ່​ຖືກຕ້ອງ ເພື່ອ​ບໍ່​ໃຫ້​ທຳລາຍ​ສະພາບແວດ

ລ້ອມ ແລະ ຕັນ​ແລວ​ທາງຂອງ​ນ້ຳ ຄຽງ​ຄູ່​ກັນ​ນັ້ນ ເພີ່ມ​ທະວີ​ການ​ສຶກ​ສາ​ອົບຮົມ​ການເມືອງ​ແນວ​ຄິດ​ໃຫ້​ປະຊາຊົນ ໃນ​ການ

​ຢຸດຕິ​ການ​ຕັດ​ໄມ້​ຖາງປ່າ​ເຮັດ​ໄຮ່ ແລະ ມີ​ມາດ​ຕະການ​ຕົວ​ຈິງ​ຢ່າງ​ເຂັ້ມ​ງວດ ​ໃນການຈັດຕັ້ງ​ປະຕິບັດອັນ​ສຳຄັນ ເມື່ອ​

ເກີດ​ມີ​ໄພພິບັດ​ແລ້ວ ທຸກພາກສ່ວນ​ໃນ​ສັງຄົມ ຕ້ອງ​ມີສ່ວນ​ຮ່ວມ​ໃນ​ການ​ແກ້​ໄຂຮ່ວມ​ກັນ ​ໃຫ້​ທັນ​ກັບ​ສະພາບການ.

 

ກອງ​ປະຊຸມ​ໄດ້​ພິຈາລະນາ ແລະ ປະກອບ​ຄຳ​ຄິດ​ຄຳ​ເຫັນດ້ວຍ​ຄວາມ​ຮັບຜິດຊອບ​ສູງ ຕໍ່​ຮ່າງ​ມະຕິ​ກົມ​ການເມືອງສູນ​ກາງ​

ພັກ ວ່າ​ດ້ວຍ​ທີ່​ດິນ ເພື່ອ​ເປັນ​ທິດ​ທາງ ແລະ ເປັນບ່ອນ​ອີງ​ໃຫ້​ແກ່​ການ​ປັບປຸງແກ້​ໄຂ ແລະ ສົ່ງເສີມ​ວຽກງານ​ຄຸ້ມ​ຄອງ-ບໍລິ

ຫານ​ທີ່​ດິນໃຫ້​ດີ​​ຂຶ້ນກວ່າ​ເກົ່າ ຕອບ​ສະໜອງ​ໄດ້​ຕາມ​ຄວາມ​ຕ້ອງການຂອງ​ການ​ພັດທະນາ ແລະ ປົກປັກ​ຮັກສາ​ສິ່ງແວດ

ລ້ອມ​ໃຫ້​ຍືນຍົງ ເພື່ອ​ສ້າງ​ຄວາມ​ເຂັ້ມແຂງ ຮັ່ງມີ ແລະ ຄວາມ​ຜາ​ສຸກ​ຂອງປະຊາຊົນ​ທັງ​ຊາດ ຮ່າງ​ມະຕິ​ດັ່ງກ່າວ ໄດ້​ກຳນົດ

8 ທິດ​ນຳຄື: ກຳມະສິດ​ທີ່​ດິນ​ການ​ນຳ​ໃຊ້ທີ່​ດິນ ການ​ຄຸ້ມ​ຄອງ​ທີ່​ດິນ ການຫັນ​ທີ່​ດິນ​ເປັນ​ທຶນ ການ​ກຳນົດຂອບ​ເຂດ​ເນື້ອທີ່​

ການ​ນຳ​ໃຊ້​ທີ່ດິນ​ຂອງ​ພົນລະເມືອງ ນະ​ໂຍບາຍ​ກ່ຽວ​ກັບ​ການ​ທົດ​ແທນ​ຄ່າເສຍ​ຫາຍຈາກ​ການ​ໂອນ​ສິດນຳ​ໃຊ້​ທີ່​ດິນ​ຄືນ

ການ​ຮັບ​ຮູ້​ສິດນຳ​ໃຊ້​ທີ່​ດິນ​ຂອງ​ຄົນ​ຕ່າງ​ປະເທດ ແລະ ການ​ແກ້​ໄຂ​ຂໍ້​ຄັດແຍ່ງ​ກ່ຽວ​ກັບ​ທີ່​ດິນ.

 

ພິຈາລະນາ​ຮັບຮອງ​ຍຸດ​ທະສາດ​ເພື່ອ​ການ​ພັດທະນາ​ຕະຫຼາດ​ທຶນ ຈຸດປະສົງເພື່ອ​ພັດ​ທະນາ​ລະບົບ​ຕະຫຼາດ​ທຶນ ​ໃຫ້​ເປັນ

ແຫຼ່ງ​ລະດົມ​ທຶນ​ໄລຍະ​ຍາວຢ່າງ​ແທ້​ຈິງ ​ສ້າງ​ຄວາມ​ເຂັ້ມແຂງ​ດ້ານ​ການ​ເງິນ​ໃຫ້​ໝັ້ນຄົງ ທັງ​ສ້າງ​ຄວາມສາມາດ​ໃຫ້​ວິສາ​

ຫະ​ກິດ ສາມາດເຊື່ອມ​ໂຍງ ແລະ ແຂ່ງຂັນ​ກັບ​ສາກົນ ຮ່າງຍຸດ​ທະ​ສາດ​ດັ່ງກ່າວ​ໄດ້​ກຳນົດ 8 ຄາດໝາຍ​ສູ້​ຊົນ ຄື: (1). ມີ​

ເງື່ອນໄຂ​ທີ່​ຈຳເປັນ​ໃຫ້​ແກ່ວິ​ສາ​ຫະ​ກິດ​ສາມາດ​ລະດົມ​ທຶນຜ່ານ​ຕະຫຼາດ​ທຶນ ເພື່ອ​ຍົກ​ສູງສະມັດ​ຕະ​ພາບ​ການ​ຜະລິດ ແລະ

ການ​ບໍລິການ (2). ມີກົນ​ໄກ ແລະ ເຄື່ອງມື​ຕະຫຼາດທຶນ ​ເພື່ອ​ສະໜັບສະໜູນ​ການປັບປຸງ​ວິ​ສາ​ຫະ​ກິດ​ໃຫ້​ເຂັ້ມແຂງ (3).

ມີ​ພື້ນຖານ​ນິຕິ​ກຳທີ່​ຄົບ​ຖ້ວນ​ສອດຄ່ອງ​ກັບ​ສະພາບ​ຂອງ ​ສປປ ລາວ ແລະ ມາດຕະຖານ​ສາກົນ (4). ຕະຫຼາດ​ຫຼັກ​ຊັບສູນ​

ຮັບ​ຝາກ​ຊັບ ແລະ ສະ​ຖາ​ບັນ​ສື່​ກາງ​ດ້ານ​ຫຼັກຊັບ​ເຄື່ອນ​ໄຫວ​ຄ່ອງ​ຕົວ​ຈຳກັດ ຄວາມ​ສ່ຽງ ແລະ ສາມາດເຊື່ອມ​ໂຍງ​ກັບ​ພາກ

​ພື້ນ ແລະ ສາກົນ (5). ຮັບປະກັນ​ພັດ​ທະນາ​ເຕັກ​ໂນ​ໂລ​ຊີ-ຂໍ້​ມູນ​ຂ່າວສານ ເພື່ອ​ຮັບ​ໃຊ້​ວຽກ​ງານຫຼັກ​ຊັບ​ໃຫ້​ທັນ​ສະໄໝ

ແລະ ເໝາະ​ສົມ​ກັບ​ລະດັບ​ການ​ຂະຫຍາຍ​ຕົວ​ຂອງ​ຕະຫຼາດ​ທຶນ (6). ທຸກ​ພາກສ່ວນ​ໃນ​ສັງຄົມ ເຂົ້າ​ຮ່ວມ​ເຄື່ອນ​ໄຫວຖານ

​ຜູ້​ລົງທຶນ​ມີ​ການ​ຂະຫຍາຍຕົວ ແລະ ສົມ​ດຸນ​ທາງ​ດ້ານ​ໂຄງ​ປະກອບ (7). ມີ​ບຸກ​ຄະລາ​ກອນ​ຄຸ້ມ​ຄອງບຸກ​ຄະລາ​ກອນ​ຂອງ​

ຕະຫຼາດຫຼັກ​ຊັບ ແລະ ສະ​ຖາ​ບັນ​ສື່ກາງ​ຕ່າງໆ​ໃນ​ຈຳນວນ ແລະ ລະດັບ​ທີ່​ຮັບປະກັນ (8).ສາມາດ​ເຊື່ອມ​ໂຍງ​ຕະຫຼາດ​ທຶນ

​ສປປ ລາວ ເຂົ້າ​ກັບ​ພາກ​ພື້ນ ແລະ ສາກົນ ສຳລັບ 4 ຫຼັກການ​ມີ​ຄື: ການ​ພັດທະນາ ຕ້ອງສອດຄ່ອງ​ກັບ​ສະພາບ ແລະ ລະ

ດັບ​ການ​ຂະຫຍາຍຕົວ​ທາງດ້ານ​ເສດຖະກິດ-ສັງຄົມ​ຂອງ ​ສປປ ລາວ ປົກ​ປ້ອງ​ສິດ ແລະ ຜົນ​ປະໂຫຍດ​ຂອງ​ຜູ້​ລົງທຶນ

ມີຄວາມ​ສະເໝີພາບ ໂປ່ງ​ໃສ ແລະ ຍຸຕິ​ທຳ ປ້ອງ​ກັນ ແລະ ຫຼຸດຜ່ອນ​ຄວາມ​ສ່ຽງ​ຕໍ່​ລະບົບການ​ເງິນ ພ້ອມ​ນັ້ນ ຮ່າງ​ນະໂຍ

​ບາຍ​ດັ່ງກ່າວ​ ຍັງ​ໄດ້​ກຳນົດ 12 ແຜນ​ງານ ແລະ 39 ໂຄງການ.

 

ປຶກສາ​ຫາລື ແລະ ເຫັນ​ດີ​ເປັນ​ເອກະ​ພາບແຜນ​ຍຸດ​ທະ​ສາດ ການ​ພັດທະນາໂລ​ຊິດ​ສະ​ຕິກ ຈຸດປະສົງ​ເພື່ອ​ຜັນ​ຂະຫຍາຍ

ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ IX ຂອງ​ພັກ ໃນ​ການ​ຫັນ​ປະເທດເຮົາ​ ຈາກ​ປະເທດ​ທີ່​ບໍ່​ມີ​ຊາຍແດນ​ຕິດ​ກັບ​ທະເລ ເປັນ​ປະ

ເທດ​ບໍລິການທາງ​ຜ່ານ ເຊື່ອມຈອດ​ກັບ​ພາກ​ພື້ນ ແລະ ເຊື່ອມໂຍງ​ກັບ​ສາກົນ ສ້າງ​ປະຖົມປັດ​ໄຈ ເພື່ອ​ຫັນ​ເປັນ​ອຸດ​ສາ

ຫະ​ກຳ ແລະ ທັນ​ສະໄໝ ທັງເປັນ​ການ​ກຳນົດ​ໃນ​ການ​ພັດທະ​ນາ​ໂລ​ຊິດ​ສະ​ຕິກ ຂົນສົ່ງ​ສິນຄ້າຂອງ ​ສປປ ລາວ ໄລຍະ 10 ປີ

ແລະ ຄາດໝາຍ​ສູ້​ຊົນ​ຂອງແຜນ​ພັດທະນາ​ເສດຖະກິດ-ສັງຄົມ 5 ປີ ພ້ອມ​ທັງ​ເປັນ​ບ່ອນ​ອີງໃຫ້​ແກ່​ຂະແໜງ​ໂລ​ຊິດ​ສະ

​ຕິກຂົນສົ່ງ​ສິນຄ້າ ໄດ້​ຮັບ​ການ​ພັດທະນາ​ຕາມ​ທິດ​ທີ່​ຖືກຕ້ອງ ແລະ ມີປະ​ສິດທິ​ຜົນ​ສູງ ສອດຄ່ອງ​ກັບແນວທາງ​ນະໂຍ

ບາຍ​ຂອງ​ພັກ ແລະ ແຜນ​ພັດທະນາ​ເສດ​ຖະກິດ-ສັງຄົມ​ຂອງ​ລັດຖະບານ ແລະ ສອດຄ່ອງ​ກັບ​ຍຸດ​ທະ​ສາດການ​ເຊື່ອມ

​ຈອດ​ຂອງ​ປະເທດ ໃນ​ພາກ​ພື້ນ​ອັນ​ສຳຄັນ​ແມ່ນ ເພື່ອ​ເປັນ​ການ​ດຶງ​ດູດການ​ລົງທຶນ​ຈາກ​ຕ່າງປະເທດ ເພື່ອ​ພັດທະ​ນາ​ຂະ

ແໜງ​ໂລ​ຊິດ​ສະ​ຕິກ ແລະ ສ້າງ​ຄວາມ​ເຂັ້ງ​ແຂງ​ໃຫ້ແກ່​ກຳລັງການ​ຂົນສົ່ງ​ພາຍ​ໃນປະເທດ.

 

ກອງ​ປະຊຸມ​ໄດ້​ປະກອບ​ຄຳຄິດ​ຄຳ​ເຫັນຕໍ່​ຮ່າງ​ລັດ​ຖະ​ບັນຍັດ​ ສະບັບ​ປັບປຸງ​ ວ່າ​ດ້ວຍ​ອັດຕາ​ຄ່າ​ຊັບພະຍາກອນ​ທຳ​ມະຊາດ

ຈຸດປະສົງ​ເພື່ອ​ຮັບປະກັນການ​ເກັບ​ລາຍ​ຮັບ​ຄ່າ​ຊັບ​ພະຍາ​ກອນ​ທຳ​ມະ​ຊາດ ໃຫ້​ມີ​ປະສິດທິ​ຜົນ ແລະ ມີ​ຄວາມເປັນ​ເອກະ​

ພາບ​ໃນ​ຂອບ​ເຂດທົ່ວ​ປະເທດ ໃນ​ຮ່າງ​ລັດ​ຖະ​ບັນຍັດ​ສະບັບ​ນີ້​ ໄດ້​ກຳນົດ​ອັດຕາຄ່າ: ຊັບພະຍາກອນ​ແຮ່​ທາດ ຊັບພະຍາ

ກອນ​ຮັບ​ໃຊ້​ກິດ​ຈະການ​ກໍ່ສ້າງ​ຊັບພະຍາກອນ ເຄື່ອງ​ປ່າ​ຂອງ​ດົງ​ທີ່​ບໍ່​ແມ່ນ​ຜົນລະປູກ​ຊັບພະຍາກອນ​ນ້ຳ ເພື່ອ​ຮັບປະກັນ

ໃນ​ການ​ນຳ​ໃຊ້ ການ​ຄຸ້ມ​ຄອງ​ຊັບພະຍາກອນທຳ​ມະ​ຊາດ​ ໃຫ້​ເກີດ​ຜົນ​ປະໂຫຍດ​ສູງ​ສຸດ ແລະ ມີ​ຄວາມຍືນ​ຍົງ ທັງ​ປະກອບ

ສ່ວນ​ເຂົ້າໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ຊາດ ຕໍ່​ບັນຫາດັ່ງກ່າວ ກອງ​ປະຊຸມ​ໄດ້​ມີ​ທິດ​ຊີ້ນຳ​ໃຫ້​ພາກສ່ວນ​ທີ່

​ກ່ຽວຂ້ອງ ນຳໄປ​ຄົ້ນຄວ້າ​ລະອຽດ​ຕາມການ​ປະກອບ​ຄຳ​ເຫັນ​ຂອງ​ສະມາ​ຊິກລັດຖະບານ ເປັນຕົ້ນ ອັດຕາ​ຄ່າ​ພາກ​ຫຼວງ

ຄວນກຳນົດ​ເປັນ​ຈັກຕົວ​ເລກ ແລະ ໃຫ້​ເບິ່ງ​ຄືນ​ອັດຕາຄ່າ​ເກັບ​ບາງປະເພດ​ຂອງ​ຊັບພະຍາກອນທຳ​ມະ​ຊາດ ທີ່​ອາດ​ຈະ​

ມີ​ຜົນກະທົບ​ຕໍ່​ການ​ທຳ​ມາ​ຫາ​ກິນ ການ​ປູກ ລ້ຽງຂອງ​ປະຊາຊົນ ຫຼື ຄວນ​ຫຼຸດ​ບາງ​ປະເພດ​ລົງ ເພື່ອ​ເປັນ​ການ​ປຸກລະດົມ

ແລະ ສົ່ງເສີມ​ໃຫ້​ປະຊາຊົນ​ຜະລິດເປັນ​ສິນຄ້າ.

 

ສຳລັບ​ກົດໝາຍ​ວ່າ​ດ້ວຍ​ການຕ້ານ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່ແມ່ຍິງ ແລະ ເດັກນ້ອຍ ແລະ ຮ່າງ​ກົດໝາຍວ່າ​ດ້ວຍ​ການ

ຕ້ານ​ອາ​ຊະ​ຍາ​ກຳ​ທາງ​ລະບົບຄອມ​ພິວ​ເຕີ​ ກອງ​ປະຊຸມໄດ້​ຊີ້ນຳ​ໃຫ້​ສະມາຊິກ​ລັດຖະບານ ນຳໄປ​ຄົ້ນ​ຄວ້າ​ລະອຽດ​ຕາມຄຳ​

ຖາມ​ເຈາະ​ຈິ້ມ ແລ້ວ​ສົ່ງໃຫ້​ກະຊວງ​ຍຸຕິ​ທຳ ເພື່ອ​ນຳສະເໜີ​ຕໍ່​ກອງ​ປະຊຸມ​ນາຍົກ ແລະ ຮອງ​ນາຍົກ.

 

ຕອນ​ທ້າຍ​ກອງ​ປະຊຸມ ທ່ານນາຍົກລັດຖະມົນຕີ ໄດ້​ຊີ້​ນຳ​ໃຫ້ສະມາຊິກ​ລັດຖະບານ ນຳ​ເອົາເນື້ອ​ໃນ​ຈິດໃຈ​ທີ່​ໄດ້​ຕົກລົງ​ເປັນ

ເອກະ​ພາບ​ໃນ​ກອງ​ປະຊຸມ​ຄັ້ງ​ນີ້ ລວມ​ທັງ​ບັນດາ​ວຽກ​ງານ​ທີ່ເປັນ​ຈຸດ​ສຸມ​ເດືອນ​ພະຈິກ 2014 ໄປ​ຈັດ​ຕັ້ງ​ຜັນ​ຂະຫຍາຍ ແລະ

ປະຕິບັດ​ດ້ວຍ​ຄວາມ​ຮັບຜິດ​ຊອບ ໃຫ້ໄດ້ດ້ານ​ປະລິມານ ແລະ ຄຸນະພາບ.

 

ແຫລ່ງຂ່າວ: ວຽງຈັນໃໝ່